尚艷波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ຊາ​ຊົນ​ຢູ່​ຫຼາຍ​ແຫ່ງ​ຂອງ​ອາ​ເມ​ຣິ​ກາ​ຈັດ​ການ​ເຄື່ອນ​ໄຫວ​ປະ​ທ້ວງຕໍ່​ການ​ບັງ​ຄັບ​ໃຊ້ກົດ​ໝາຍ​ດ້ວຍ​ຄວາມ​ຮຸນ​ແຮງ​ຂອງ​ຕຳ​ຫຼວດ

2021-04-18 16:44:43 cri

      ສື່ມວນ​ຊົນ​ຫຼາຍ​ແຫ່ງ​​ຢູ່ອາ​ເມ​ຣິ​ກາ​ລາຍ​ງານ​ວ່າ: ວັນ​ທີ 16 ເມ​ສາ​ນີ້​ຕາ​ມ​ເວ​ລາ​ທ້ອງ​ຖິ່ນ, ຜູ້​ປະ​ທ້ວງ​ຢູ່​ຫຼາຍ​ແຫ່ງ​ຂອງ​ອາ​ເມ​ຣິ​ກາ​ໄດ້​ເດີນ​ທາງ​ໄປ​ທ້ອງ​ຖະ​ໜົນເພື່ອ​ປະ​ທ້ວງ​ຕໍ່​ການ​ບັງ​ຄັບ​ໃຊ້ກົດ​ໝາຍ​ດ້ວຍ​ຄວາມ​ຮຸນ​ແຮງ​ຂອງ​ຕຳ​ຫຼວດ. ​ເຫດ​ການ​ທ້າວ ດອນ​ເຕ ໄຣ​ດ ຜູ້​ຊາຍ​ຜິວ​ດຳ​ຢູ່​ລັດມິນ​ເນ​ໂຊ​ຕາ​ຂອງ​ອາ​ເມ​ຣິ​ກາ​ແລະ ທ້າວ ອາ​ດາມ​ ໂຕ​ເລໂດ ​ເຍົາ​ວະ​ຊົນ​ທີ່​ມີ​ອາ​ຍຸ 13 ປີ​ຂອງ​ນະ​ຄອນ​ຊີ​ກາ​ໂກຖືກ​ຕຳ​ຫຼວດ​ຍິງ​ຕາຍ​ ເຮັດ​ໃຫ້​ປະ​ຊາ​ຊົນ​ອາ​ເມ​ຣິ​ກາ​ມີ​ຄວາມ​ບໍ່​ພໍ​ໃຈ​ຢ່າງ​ຮຸນ​ແຮງ.
 

      ​ວັນ​ທີ 16 ເມ​ສາ​ນີ້, ຢູ່​ສະ​ຖານ​ທີ່​​ທີ່​ລັດ​ມິນ​ເນ​ໂຊ​ຕາ​ທີ່​ທ້າວ​ດອນ​ເຕ ໄຣ​ດ​ເລ ​ຖືກ​ຍິງ​ສັງ​ຫານ​ນັ້ນ, ຜູ້​ປະ​ທ້ວງ​ໄດ້​ເຕົ້າ​ໂຮມ​ຢູ່ນອກ​ສິ່ງ​ກໍ່​ສ້າງ​ອົງ​ການ​ຕຳ​ຫຼວດ, ມີ​ຄົນ​ໄດ້​ບຸກ​​ເຂົ້າ​ແລະທຳ​ລາຍສິ່ງ​ປ້ອງ​ກັນ​​ຢູ່​ອ້ອມ​ອາ​ຄານ​ອົງ​ການ​ດັ່ງ​ກ່າວ,ເຮັດ​ໃຫ້​ເກີດ​ການ​ປະ​ທະ​ກັນ​ລະ​ຫວ່າງ​ຕຳ​ຫຼວດ​ກັບ​ປະ​ຊາ​ຊົນ. ຂ່າວ​ແຈ້ງວ່າ: ​ເຈົ້າ​ໜ້າ​ທີ່​ຕຳ​ຫຼວດ​ໄດ້​ຈັບ​ຕົວ​ຜູ້​ປະ​ທ້ວງປະ​ມານ 100 ຄົນ​​ໃນການ​ເຄື່ອນ​ໄຫວ​ປະ​ທ້ວງ​ຄັ້ງ​ນີ້.

ຄຳ​ເຫັນ

0