劉華麗

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຊີເລ​ກ່າວ​ວ່າ: ຕົວ​ເລກ​ປະ​ສິດ​ທິ​ຜົນ​ຂອງວັກ​ຊີນ​ຊີນ​ໂນ​ແວກ​​ຂອງຈີນ​ເຮັດ​ໃຫ້​ຄົນ​ຕື່ນ​ເຕັ້ນ​ດີໃຈຫຼາຍ

2021-04-19 11:18:11 cri

 

​ວັນ​ທີ 18 ເມ​ສາ​ນີ້, ທ່ານ​ອັນ​ເດ​ຣ ກູ​ຟ ໂກ​ເຣຍ ລັດ​ຖະ​ມົນ​ຕີ​ກະ​ຊວງ​ວິ​ທະ​ຍາ​ສາດ​​ແລະ​ເຕັກ​ໂນ​ໂລ​ຊີ​ຊີ​ເລ​ກ່າວ​ວ່າ: ຕົວ​ເລກຫຼ້າ​ສຸດ​ກ່ຽວ​ກັບ​ປະ​ສິດ​ທິ​ຜົນ​ຂອງ​ວັກ​ຊີນ​​ຊີນ​ໂນ​ແວກ​ຂອງ​ຈີນ​ທີ່​ປະ​ກາດ​ໂດຍ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​​ຊີ​ເລ​ເຮັດ​ໃຫ້​ຄົນ​ຕື່ນ​ເຕັ້ນ​ດີ​ໃຈຫຼາຍ.

ທ່ານ​ໂກ​ເຣຍ​ກ່າວ​ວ່າ: ​ຊີ​ເລ​ພວມ​ດຳ​ເນີນ​ແຜນ​ການ​ສັກ​​ວັກ​ຊີນ​ໂຄວິດ-19 ຢ່າງ​ຂະ​ໜາດ​ໃຫຍ່​ດ້ວຍ​ຄວາມ​ສະ​ດວກ ເຊິ່ງ​ມີ​ປະ​ຊາ​ຊົນຫຼາຍກວ່າ 5 ລ້ານ​ຄົນ​ໄດ້ສັກ​​ວັກ​ຊີນ​ສອງ​​ເຂັມ​ແລ້ວ, ເປົ້າ​ໝາຍ​ແມ່ນ​​​ໃຫ້​ປະ​ຊາ​ຊົນ 15 ລ້ານ​ຄົນ​ໄດ້​ສັກ​ວັກ​ຊີນເມື່ອ​ຮອດ​ກາງ​ປີ​ນີ້. ​ຜົນ​ຂອງການ​ຄົ້ນ​ຄວ້າ​ສະ​ແດງ​ໃຫ້​ເຫັນ​ວ່າ: ​ວັກ​ຊີນ​​ຊີນ​ໂນ​​ແວກ​ຂອງ​ຈີນ​ມີ​ປະ​ສິດ​ທະ​ຜົນຫຼາຍ​ໃນ​ການ​ປ້ອງ​ກັນ​ການ​ຕິດ​ເຊື້ອ​ທີ່​ມີ​ອາ​ການ, ການ​ປ້ອງ​ກັນ​ການ​ປິ່ນ​ປົວ​ຢູ່​ໂຮງ​ໝໍ, ​ສາ​ມາດຫຼີກ​ເວັ້ນ​ບໍ່​ໃຫ້​ເ​ກີດ​ມີ​ອາ​ການ​ໜັກ​ແລະ​ເສຍ​ຊີ​ວິດ.

ວັນ​ທີ 16 ເມ​ສາ​ນີ້, ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຊີເລ​ໄດ້​ປະ​ກາດ​ຜົນ​ການ​ຄົ້ນ​ຄວ້າ​ຕົວ​ຈິງ​ຂອງ​ໂລກກ່ຽວ​ກັບ​ປະ​ສິດ​ທິ​ຜົນ​​ຂອງ​ວັກ​ຊີນ​ຊີນ​ໂນ​ແວກ​ຂອ​ງ​ຈີນ​ໃນ​ການ​ປ້ອງ​ກັນ​ພະ​ຍາດ ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ວ່າ: ພາຍຫຼັງ​ສັກ​​ວັກ​ຊີນ​ເຂັມ​ທີສອງ​ໄດ້ 14 ວັນ, ອັດ​ຕາ​ສ່ວນ​ປະ​ສິດ​ທິ​ຜົນ​ໃນ​ການ​ປ້ອງ​ກັນ​ການ​ຕິດ​ເຊື້ອ​ທີ່​ມີ​ອາ​ການ​​ແມ່ນ 67%, ອັດ​ຕາ​ສ່ວນ​ປະ​ສິດ​ທິ​ຜົນ​ໃນ​ການ​ປ້ອງ​ກັນ​ການ​ປິ່ນ​ປົວ​ຢູ່ໂຮງ​ໝໍ​​ແມ່ນ 85%, ອັດ​ຕາ​​ສ່ວນປະ​ສິດ​ທິ​ຜົນ​ໃນ​ການ​ປ້ອງ​ກັນ​ອາ​ການ​​ໜັກ​ທີ່​ຕ້ອງ​ເຂົ້າ​ຫ້ອງ​ສຸກ​ເສີນ​ແມ່ນ 89% ແລະ​ອັດ​ຕາ​​ສ່ວນປະ​ສິດ​ທິ​ຜົນ​ໃນ​ການ​ປ້ອງ​ກັນ​ການ​ເສຍ​ຊີ​ວິດ​​ແມ່ນ 80%.

ຄຳ​ເຫັນ

0