吳佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈຳນວນ​ຜູ້​ຕິດ​ເຊື້ອ​ພະຍາດ​ໂຄ​ວິດ-19 ​ໃນ​ທົ່ວ​ໂລກ​ລື່ນ​ກາຍ 140 ລ້ານ​ຄົນ

2021-04-19 14:52:52 cri

ອົງການ​ອະນາ​ໄມ​ໂລກ​ໄດ້​ເປີດ​ເຜີຍ​ຂໍ້​ມູນ​ສະຖິຕິຫຼ້າ​ສຸດ​ວ່າ: ມາ​ຮອດ​ເວລາ 19 ​ໂມງ 35 ນາທີ​ຂອງ​ວັນ​ທີ 18 ​ເມສາ​ນີ້​ຕາມ​ເວລາ​ວຽງ​ຈັນ, ​ໃນ​ທົ່ວ​ໂລກ​ລວມມີ​ຜູ້​ຕິດ​ເຊືອພະຍາດ​ໂຄ​ວິດ-19 ທັງ​ໝົດ 140322903 ຄົນ, ມີ​ຜູ້​ເສ​ຍຊີວິດ​ແລ້ວ 3003794 ຄົນ.

ມາ​ຮອດ​ເວລາ 8 ​ໂມງ​​ຂອງ​ວັນ​ທີ 18 ​ເມສາ​ນີ້, ຢູ່​ອິນ​ເດຍມີ​ຜູ້​ຕິດ​ເຊື້ອ​ພະຍາດ​ໂຄວິດ-19 ​ເພີ່ມ​ໃໝ່​ໃນ 24 ຊົ່ວ​ໂມງຜ່ານ​ມາ​ລວມ​ທັງ​ໝົດ 261500 ຄົນ, ​ໄດ້​ສ້າງ​ສະຖິຕິ​ໃໝ່ອີກ​ຄັ້ງ​ໃນ​ດ້ານ​ຈຳນວນ​ຜູ້​ຕິດ​ເຊື້ອ​ເພີ່ມ​ໃໝ່​ລາຍ​ວັນ​ນັບ​ແຕ່​ເກີດ​ການລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ຢູ່​ອິນ​ເດຍ​ເປັນ​ຕົ້ນ​ມາ. ພ້ອມ​ດຽວ​ກັນ​ນີ້, ຈຳນວນ​ຜູ້​ຕິດ​ເຊື້ອ​ພະຍາດ​​ເພີ່ມ​ໃໝ່​ຢູ່​ອິນ​ເດຍຕໍ່​ມື້​ທີ່​ມີ​ຈຳນວນ 2 ​ແສນ​ຄົນ​ຂຶ້ນ​ໄປ​ເປັນ 4 ມື້​ລຽນຕິດ.

ວັນ​ທີ 18 ​ເມສາ​ນີ້, ທ່ານທີຣີ ​ເບຣຕັນ ກຳມະການຕະຫຼາດ​ພາຍ​ໃນ​ສະຫະພາບ​ເອີຣົບກ່າວ​ວ່າ: ​ເນື່ອງ​ຈາກ​ບໍລິສັດ​ຜະລິດ​ຢາ​ອັສຕຣາ ​ເຊ​ເນ​ກາໄດ້​​ເລື່ອນ​ເວລາ​ມອບ​ວັກ​ຊີ​ນ​ໂຄ​ວິດ-19 ອອກ​ໄປ​ອີກ​ໃນ​ຕົ້ນ​ປີ​ນີ້, ສະຫະພາບ​ເອີຣົບອາດຈະ​ຕົກລົງ​ຈະ​ບໍ່​ຕໍ່​ສັນຍາ​ຈັດ​ຊື້​ວັກຊີ​ນກັບ​ບໍລິສັດ​ດັ່ງກ່າວ​ອີກ​ແລ້ວ.

ທ່ານ​ເບຣຕັນ​ກ່າວ​ຕື່ມ​ວ່າ: ສະຫະພາບ​ເອີຣົບຍັງ​ບໍ່​ທັນ​ໄດ້​ຕັດສິນ​ໃຈ​ໃນ​ຂັ້ນ​ສຸດ​ທ້າຍ ​ແລະ​ຈະ​ສືບ​ຕໍ່​ປຶກສາ​ຫາລື​ກ່ຽວ​ກັບ​ເລື່ອງ​ນີ້.

ຄຳ​ເຫັນ

0