ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ການຮ່ວມມືສາກົນດ້ານສາທາລະນະສຸກເວລາໃດກໍແມ່ນພາກສ່ວນສຳຄັນໃນການສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”. ໃນອະນຸເວທີປຶກສາຫາລືຍ່ອຍ “ເສັ້ນທາງສາຍໄໝສຸຂະພາບ” ຂອງເວທີປຶກສາຫາລືອາຊີໂປອາວທີ່ຈັດຂຶ້ນໃນວັນທີ 18 ເມສານີ້,ຜູ້ເຂົ້າຮ່ວມກອງປະຊຸມໄດ້ຊີ້ໃຫ້ເຫັນວ່າ: ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”ໄດ້ສົ່ງເສີມການຮ່ວມມືໃນຂົງເຂດສາທາລະນະສຸກຂອງໂລກ ເຊິ່ງມີອະນາຄົດອັນກວ້າງຂວາງ.
ໃນເວທີປຶກສາຫາລືຍ່ອຍດັ່ງກ່າວ, ທ່ານດານເຕ ຊັກໂຊໂນ ຮາບູໂວໂນ ຮອງລັດຖະມົນຕີກະຊວງສາທາລະນະສຸກອິນໂດເນເຊຍໄດ້ປະກອບຄຳເຫັນໂດຍໄດ້ແນະນຳໃຫ້ຮູ້ກ່ຽວກັບການຮ່ວມມືດ້ານສາທາລະນະສຸກລະຫວ່າງຈີນ-ອິນໂດເນເຊຍພາຍໃຕ້ຂອບ “ໜຶ່ງແລວໜຶ່ງເສັ້ນທາງ”. ທ່ານກ່າວວ່າ: ອິນໂດເນເຊຍກໍຄືປະເທດອື່ນໆໃນອາຊຽນໄດ້ຮ່ວມກັນກັບຈີນດຳເນີນການຮ່ວມມືດ້ານສຸຂະພາບຢ່າງຫຼວງຫຼາຍ, ການຮ່ວມມືເຫຼົ່ານີ້ໄດ້ເສີມຂະຫຍາຍບົດບາດສຳຄັນໃນການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19.
ທ່ານດານເຕ ຊັກໂຊໂນ ຮາບູໂວໂນກ່າວຕື່ມວ່າ: “ການແຜ່ລະບາດຂອງພະຍາດໂຄວິດ-19 ບໍ່ແມ່ນການແຜ່ລະບາດຂອງພະຍາດເປັນຄັ້ງສຸດທ້າຍທີ່ພວກເຮົາໄດ້ປະສົບ. ພວກເຮົາຕ້ອງສຸມຄວາມພະຍາຍາມຫຼາຍກວ່າເກົ່າຈິ່ງຈະສາມາດກຽມພ້ອມເພື່ອຮັບມືກັບການແຜ່ລະບາດຂອງພະຍາດທີ່ອາດຈະເກີດຂຶ້ນໃນອະນາຄົດ. ບໍ່ວ່າອົງການໃດໜຶ່ງຫຼືອົງການຫຼາຍຝ່າຍໃດໜຶ່ງ, ລັດຖະບານໃດໜຶ່ງກໍຕາມລ້ວນແຕ່ຈະບໍ່ສາມາດແກ້ໄຂບັນຫາເຫຼົ່ານີ້ໄດ້ດ້ວຍຕົນເອງ. ບັນດາປະເທດຕ້ອງຮ່ວມມືແລະປະສານງານກັນໃຫ້ຫຼາຍກວ່າເກົ່າ, ຜ່ານຈາກສອງຝ່າຍ, ຫຼາຍຝ່າຍແລະອົງການຈັດຕັ້ງສາກົນເພື່ອດຳເນີນການຮ່ວມມືກັນ. ໃນການຮ່ວມມືລະຫວ່າງຈີນ-ອາຊຽນໃນໄລຍະ 5 ປີແຕ່ປີ2021-ປີ2025, ການຮ່ວມມືດ້ານສາທາລະນະສຸກຈະເປັນຂົງເຂດໜຶ່ງທີ່ສຳຄັນ. ພວກຂ້າພະເຈົ້າຫວັງວ່າການຮ່ວມມືດັ່ງກ່າວຈະສາມາດເປີດກວ້າງຕື່ມອີກໃນອະນາຄົດ. ”
ຄຳເຫັນ
0