吳佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອັດຕາ​ຄວາມ​ທຸກ​ຍາກ​ໃນ​ທົ່ວ​ໂລກ​​​ໄດ້​ເພີ່ມ​ຂຶ້ນ​ຄືນ​ໃໝ່​ເປັນ​ຄັ້ງ​ທຳ​ອິດ​ໃນ​ຫຼາຍ​ປີຜ່ານມາ

2021-04-20 16:45:47 cri

​ໃນ​ທ້າຍ​ປີ 2020, ຈີນ​ໄດ້​ລຶບລ້າງ​ຄວາມທຸກ​ຍາກ​ເດັດ​ຖານ​ຕາມ​ເວລາ​ກຳນົດ. ​ແຕ່ພາຍ​ໃຕ້ຜົນ​ກະທົບ​ຈາກ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19, ອັດຕາ​ຄວາມທຸກ​ຍາກ​ໃນ​ທົ່ວ​ໂລກ​ໄດ້​ເພີ່ມ​ຂຶ້ນ​ຄືນ​ໃໝ່​ເປັນ​ຄັ້ງ​ທຳ​ອິດ​ໃນ​ຫຼາຍ​ປີຜ່ານມາ. ​ໂດ​ຍປະ​ເຊີນ​ກັບ​ຄວາ​ມສ່ຽງ​ທີ່​ຈະກັບ​ຄືນ​ສູ່​ຄວາມທຸກ​ຍາກ​ທີ່​ເກີດ​ຈາກ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19, ​​ວັນທີ 19 ​ເມສາ​ນີ້, ​ໃນ​ເວທີ​ຍ່ອຍ “​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ ​ແລະ​ການ​ພັດທະນາ​ຊົນນະບົດ​ແບບ​ຍືນ​ຍົງ​ຮອດ​ປີ 2030” ຂອງ​ເວ​ທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ, ຜູ້​ເຂົ້າ​ຮ່ວມທັງ​ພາຍ​ໃນ ​ແລະ​ຕ່າງປະ​ເທດ​ໄດ້​ປຶກສາ​ຫາລືບັນຫາ​ນີ້.

​ປຶກສາ​ຫາລື​ຍ່ອຍ, ທ່ານ​ຫວາງ​ເຈິ້ງ​ຜູ ຫົວໜ້າ​ອົງການ​ພັດທະນາ​ຊົນນະບົດ​ໃຫ້​ຈະ​ເລີ​ນ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ: ​ແນວ​ຄິດ​ການ​ພັດທະນາທີ່​ຖື​ປະຊາຊົນ​ເປັນ​ໃຈກາງ ​ແລະ​ການ​ຮັບປະກັນ​ຈາກ​ດ້ານ​ລະບຽບ​ການ​ແມ່ນ​ພື້ນຖານ​ທີ່​ເຮັດ​ໃຫ້​ຈີນ​ສາມາດ​ຍາດ​ໄດ້​ໄຊຊະນະ​ໃນ​ບັ້ນ​ລຶບລ້າງຄວາມທຸກ​ຍາກ.

ທ່ານ​​ເຈ​ຟາ​ຟຣ ​ແຊກ ນັກ​ເສດຖະສາດ​ອາ​ເມຣິກາ, ຜູ້​ຂຽນປຶ້ມ “​ສິ້ນ​ສຸດ​​ຄວາມທຸກ​ຍາກ” ​ເຫັນ​ວ່າ: ບົດຮຽນ​ການ​ຫຼຸ​ດຜ່ອນ​ຄວາມທຸກ​ຍາກ​ຂອງ​ຈີນ​ສາມາດນຳ​ໄປ​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ໄດ້, ​ໂດຍ​ສະ​ເພາະສາມາດ​ນຳ​ເອົາ​ໄປ​ໃຊ້​ຢູ່ປະ​ເທດ​ອາ​ຟຣິກາ​. ອີງ​ຕາມ​ບົດຮຽນ​ດ້ານ​ການ​ພັດທະນາພະ​ລັງ​ງານ​ໃໝ່ ​ແລະ​ເຕັກ​ໂນ​ໂລ​ຊີ​ດີ​ຈີ​ຕອນ, ຈີນ​ສາມາດ​ເສີມ​ຂະຫຍາຍ​ບົດບາດ​ຫຼາຍ​ກວ່າ​ເກົ່າ​ໃນ​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ຂອງ​ໂລກ.

ທ່ານ​ຊິດ​ດາດ ຊາດ​ເຕີ​ຈີ ຜູ້​ປະສານ​ງານຂອງ​ອົງການ​ສະຫະ​ປະຊາ​ຊາດ​ປະຈຳ​ຈີນ​ກ່າວ​ວ່າ: ສປຊຍິນ​ດີ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ຈີນ​ເພື່ອ​ບັນລຸ​ເປົ້າ​ໝາຍການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ອົງການ​ສປຊ.

ຄຳ​ເຫັນ

0