何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ຈີນ ໄດ້ກ້າວ​ເດີນ​ໄປ​ໜ້າ​ພ້ອມ​ກັບ​ປະ​ເທດ​ໃນ​ອາ​ຊີ ແລະ​ພັດ​ທະ​ນາ​​ຮ່ວມ​ກັນ​ກັບ​ທົ່ວ​ໂລກ

2021-04-20 11:01:58 CRI

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ຈີນ ໄດ້ກ້າວ​ເດີນ​ໄປ​ໜ້າ​ພ້ອມ​ກັບ​ປະ​ເທດ​ໃນ​ອາ​ຊີ ແລະ​ພັດ​ທະ​ນາ​​ຮ່ວມ​ກັນ​ກັບ​ທົ່ວ​ໂລກ_fororder_1127350817_16188856728711n

ຕອນ​ເຊົ້າ​ວັ​ນ​ທີ 20 ເມ​ສາ​ນີ້, ພິ​ທີ​ເປີດກອງ​ປະ​ຊຸມ​ປະ​ຈຳ​ປີ 2021 ຂ​ອງ​ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​ໂປ​ອາວ​ໄດ້​ຈັດ​ຂຶ້ນ​ຢູ່ເມືອງ​ໂປ​ອາວ​ແຂວງ​ໄຫຫຼຳ​ຈີນ, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສ​ຜ່ານ​ທາງວີ​ດີ​ໂອ.

 

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ, ໃນ 20 ປີ​ທີ່​ຜ່ານ​ມາ, ບັນ​ດາປະ​ເທດ​ໃນ​ອາ​ຊີ​ໄດ້​ລົງ​ເລິກ​​ການຊຸກ​ຍູ້​​ເສດ​ຖະ​ກິດ​ຂອງ​ພາກ​ພື້ນ​ໃຫ້​ເຊື່ອມ​ໂຍງ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ, ຮ່ວມ​ມື​ກັນ​ຊຸກ​ຍູ້​ການ​ພັ​ດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ, ຊຸກ​ຍູ້​ໃຫ້​ອາ​ຊີ​ກາຍ​ເປັນ​ພາກ​ພື້ນ​ທີ່​ມີ​ພະ​ລັງ​ຊີ​ວິດຫຼາຍ​ທີ່​ສຸດ ແລະ ​ມີກຳ​ລັງ​ບົ່ມ​ຊ້ອນ​ດ້ານ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໂລກຫຼາຍ​ທີ່​ສຸດ. ໃນ​ຖາ​ນະ​ເປັນ​​ປະ​ເທດສະ​ມາ​ຊິກ​ສຳ​ຄັນ​ໃນ​ວົງ​ຄະ​ນາ​ຍາດ​ອາ​ຊີ, ຈີນ​ໄດ້​ລົງ​ເລິກ​ການ​ປະ​ຕິ​ຮູບ ແລະ ເປີດ​ປະ​ຕູ​ສູ່​ພາຍນອກ​ຢ່າງ​ບໍ່​ຢຸດ​ຢັ້ງ, ຕັ້ງ​ໜ້າ​ຊຸກ​ຍູ້ກ​ານ​ຮ່ວມ​ມື​ຂອງ​ພາ​ກ​ພື້ນ, ​ກ້າວ​ເດີນ​ໄປ​ໜ້າ​ພ້ອມກັບ​ປະ​ເທດ​ໃນອາ​ຊີ ແລະ​ພັດ​ທະ​ນາ​ຮ່ວ​ມ​ກັນ​ກັບ​ທົ່ວ​ໂລກ. ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​ໂປ​ອາວ​ໄດ້​ເປັນ​ສັກ​ຂີ​ພິ​ຍານ​ໃຫ້​ແກ່ຂະ​ບວນ​ການ​ທີ່​ບໍ່​ທຳ​ມະ​ດາ​ຂອງ​ຈີນ ແລະ ອາ​ຊີ ກໍ​ຄື​ຂອງ​ໂລກ, ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ ແລະ ເປັນແຮງ​ດັນ​ທີ່​ສຳ​ຄັນ​ເພື່ອ​ຊຸກ​ຍູ້​ການ​ພັດ​ທະ​ນາ​ອາ​ຊີ ແລະ​ທົ່ວ​ໂລກ.

ຄຳ​ເຫັນ

0