何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ການ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”ຮ່ວມ​ກັນກໍ​ເພື່ອ​ສະ​ແຫວງ​ຫາ​ການ​ພັດ​ທະ​ນາ ​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ ແລະ​​ຕອບ​ສະ​ໜອງ​ກັບ​ຄວາມ​ມຸ່ງ​ຫວັງ

2021-04-20 11:08:59 CRI

    ຕອນ​ເຊົ້າ​ວັ​ນ​ທີ 20 ເມ​ສາ​ນີ້, ພິ​ທີ​ເປີດກອງ​ປະ​ຊຸມ​ປະ​ຈຳ​ປີ 2021 ຂ​ອງເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​ໂປ​ອາວ​ໄດ້​ຈັດ​ຂຶ້ນ​ຢູ່​ເມືອງໂປ​ອາວ​ແຂວງ​ໄຫຫຼຳ​ຈີນ, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສ​ຜ່ານ​ທາງວີ​ດີ​ໂອ. ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ, “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ແມ່ນ​ເສັ້ນ​ທາງກວ້າງ​ໃຫຍ່​ທີ່​ບັນ​ດາ​ປະ​ເທດ​ສາ​ມາດ​ເກາະ​ແຂນ​ກັນ​ກ້າວ​ເດີນ​ໄປ​ໜ້າ​​ພ້ອມ​ກັນ, ແຕ່​ບໍ່​ແມ່ນ​ເສັ້ນ​ທາງ​ຄັບ​ແຄບ​ສ່ວນ​ຕົວ​ຂອງ​ຝ່າຍ​ໃດ​ໜຶ່ງ. ທຸກ​ປະ​ເທດ​ທີ່​ມີ​ຄວາມ​ສົນ​ໃຈ​ລ້ວນ​ແຕ່​ສາ​ມາດ​ມີ​ສ່ວນ​ຮ່ວມ​ໄດ້, ພາ​ກັນ​ເຂົ້າ​ຮ່ວມ, ​ຮ່ວມ​ມື​ກັນ ແລະ ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຮ່ວມ​ກັນ. ການ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”ຮ່ວມ​ກັນ​ກໍ​ເພື່ອ​ສະ​ແຫວງ​ຫາ​ການ​ພັດ​ທະ​ນາ ​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ ແລະ​​ສາ​ມາດ​ຕອບ​ສະ​ໜອງ​ກັບ​ຄວາມ​ມຸ່ງ​ຫວັງ.

 

ຄຳ​ເຫັນ

0