何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ໂລກ​ຕ້ອງ​ການ​ຄວາມ​ຍຸດ​ຕິ​ທຳ ບໍ່​ຕ້ອງ​ການ​ເຈົ້າ​ອຳ​ນາດ

2021-04-20 11:05:03 CRI

ຕອນ​ເຊົ້າ​ວັ​ນ​ທີ 20 ເມ​ສາ​ນີ້, ພິ​ທີ​ເປີດກອງ​ປະ​ຊຸມ​ປະ​ຈຳ​ປີ 2021 ຂ​ອງ ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​ໂປ​ອາວ​ໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ໂປ​ອາວ​ແຂວງ​ໄຫຫຼຳ​ຈີນ, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສ​ຜ່ານ​ທາງວີ​ດີ​ໂອທີ່​ມີ​ຫົວ​ຂໍ້​ວ່າ “ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ, ຮ່ວມ​ຊາ​ຕາ​ກຳ​ນຳ​ກັນ​ເພື່ອ​ສ້າງ​ອະ​ນາ​ຄົດ​ທີ່​ສົດ​ໃສ”.

 

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ວຽກ​ງານ​ສາ​ກົນ​ຄວນ​ໃຫ້​ບັນ​ດາ​ປະ​ເທດ​ເຂົ້າ​ຮ່ວມ​ຈັດ​ຕັ້ງປະ​ຕິ​ບັດ​ໂດຍ​ການ​ປຶກ​ສາ​ຫາ​ລື​ຮ່ວມ​ກັນ, ຊາ​ຕາ​ກຳ​ຂອງ​ໂລກ​ກໍ​ຄວນ​ໃຫ້​ບັນ​ດາ​ປະ​ເທດ​ກຳ​ແໜ້ນ​ຮ່ວມ​ກັນ, ບໍ່​ຄວນ​ປ່ອຍ​ໃຫ້​ປະ​ເທດ​ໃດ​ໜຶ່ງ ຫຼື ບາງ​ປະ​ເທດ​ກຳ​ນົດ​ລະ​ບຽບ​ການ​ແລ້ວ​ບັງ​ຄັບ​ປະ​ເທດ​ອື່ນ, ທັງ​ບໍ່​ຄວນ​ປ່ອຍ​ໃຫ້​ລັດ​ທິ​ຝ່າຍ​ດຽວ​ຂອງ​ປະ​ເທດ​ໃດ​ໜຶ່ງ​ປຸກ​ປັ່ນ​ກະ​ແສທີ່​ເປັນ​ການ​ຂັດ​ຈັງ​ຫວະ​ບາດ​ກ້າວ​ເດີນ​ຂອງ​ໂລກ. ໂລກ ຕ້ອງ​ການ​ຄວາມ​ຍຸດ​ຕິ​ທຳ ບໍ່​ຕ້ອງ​ການ​ເຈົ້າ​ອຳ​ນາດ. ປະ​ເທດ​ໃຫຍ່​ຕ້ອງ​ມີ​ໂສມ​ໜ້າ​ຂອງ​ປະ​ເທດ​ໃຫຍ່​ເທົ່າ​ທີ່​ຄວນ, ຕ້ອງ​ສະ​ແດງ​ໃຫ້​ເຫັນ​ສະ​ຕິ​ຮັບ​ຜິດ​ຊອບຫຼາຍກວ່າ​ເກົ່າ.

ຄຳ​ເຫັນ

0