劉華麗

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຫວັງ​ວ່າ​ຝ່າຍ​ຕ່າງໆ​ຈະຮ່ວມ​ກັນ​ຊຸກ​ຍູ້ ສ​ປ​ຊ​ ​ເພີ່ມ​ທະ​ວີ​ການ​ຮ່ວມ​ມືກັບ​ອົງ​ການ​ຈັດ​ຕັ້ງ​​ພາກ​ພື້ນ​ແລະ​ອະ​ນຸ​ພາກ​ພື້ນ​ຕ່າງໆຕື່ມ​ອີກ​

2021-04-20 11:06:35 cri

 

ວັນ​ທີ 19 ເມ​ສາ​ນີ້, ທ່ານ​ວ່າງ​ເວີນ​ປິ່ນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ວ່າ: ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການ​ ສ​ປ​ຊ​ ໄດ້​ຈັດ​ກອງ​ປະ​ຊຸມອະ​ພິ​ປາຍ​ລະ​ດັບ​ສູງ​ຢ່າງ​ເປີດ​ເຜີຍ​ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ອົງ​ການ ສ​ປ​ຊ ກັບ​ອົງ​ການ​ຈັດ​ຕັ້ງ​ພາກ​ພື້ນ​ແລະ​ອະ​ນຸ​ພາກ​ພື້ນ​ໃນ​ວັນ​ທີ 19 ເມ​ສາ​ນີ້.

ທ່ານ​ວ່າງ​ເວີນ​ປິ່ນ​ກ່າວ​ວ່າ: ປັດ​ຈຸ​ບັນ, ໂລກ​ພວມ​ຜະ​ເຊີນ​ໜ້າ​ກັບ​ການ​ປ່ຽນ​ແປງ​ທີ່ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ຮອບ​ຮ້ອຍ​ປີຜ່ານ​ມາ​ແລະ​ສະ​ພາບ​​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດໂຄ ວິດ-19 ທີ່​ໜັກ​ໜ່ວງ, ຂົງ​ເຂດ​ສັນ​ຕິ​ພາບ​ແລະ​ຄວາມ​ໝັ້ນ​ຄົງ​ສາ​ກົນ​ມີ​ສິ່ງ​ທ້າ​ທາຍ​ທີ່​ພົ້ນ​ເດັ່ນ, ບັນ​ຫາ​ຄວາມ​ໝັ້ນ​ຄົງທີ່​ມີ​ຢູ່​ແລ້ວ​ແລະ​ເກີດ​ຂຶ້ນ​ໃໝ່​ໄດ້​ປົນ​ເປ​ກັນ. ພາຍ​ໃຕ້​ສະ​ພາບ​ການ​ແບບ​ນີ້, ຫວຽດ​ນາມ​ທີ່​ເປັນ​ປະ​ເທດ​ປະ​ທານ​ໝູນ​ວຽນ​ເດືອນ​ເມ​ສາ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ​ໄດ້​ລິ​ເລີ່ມ​ຈັດ​ກອງ​ປະ​ຊຸມ​ອະ​ພິ​ປາຍ​ດັ່ງ​ກ່າວ​ເຊິ່ງ​ມີ​ຄວາມ​ໝາຍ​ສຳ​ຄັນຫຼາຍ.

ທ່ານ​ກ່າວ​ຕື່ມ​ວ່າ: “ພວກ​ຂ້າ​ພະ​ເຈົ້າ​ຫວັງ​ວ່າ​ຝ່າຍ​ຕ່າງໆ​​ຈະ​ຖື​ເອົາກອງ​ປະ​ຊຸມ​ຄັ້ງ​ນີ້​ເປັນ​ໂອ​ກາດ, ຮ່ວມ​ກັນ​ຊຸກ​ຍູ້ ສ​ປ​ຊ​ ເພີ່ມ​ທະ​ວີ​ການ​ຮ່ວມ​ມືກັບ​ອົງ​ການ​ຈັດ​ຕັ້ງ​ພາກ​ພື້ນ​ແລະ​ອະ​ນຸ​ພາກ​ພື້ນ​ຕ່າງໆ​ຕື່ມ​ອີກ, ເຕົ້າ​ໂຮມ​ຄວາມ​ເຫັນ​ທີ່​ເປັນ​ເອ​ກະ​ພາບ​ກັນ​ເພື່ອສາ​ມັກ​ຄີ​ຮ່ວມ​ມື​ກັນ, ຮ່ວມ​ກັນ​ປົກ​ປ້ອງ​ລັດ​ທິຫຼາຍ​ຝ່າຍ, ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ.”

ຄຳ​ເຫັນ

0