劉華麗

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ: ​ຍຸກ​ສະ​ໄໝ​ທີ່ພວກ​ເຮົາ​ພວມ​ຢູ່​ນີ້​ເຕັມ​ໄປ​ດ້ວຍ​ສິ່ງ​ທ້າ​ທາຍ ທັງ​ເຕັມ​ໄປ​ດ້ວຍ​ຄວາມ​ຫວັງ

2021-04-20 11:21:32 cri

 

ຕອນ​ເຊົ້າ​ວັ​ນ​ທີ 20 ເມ​ສາ​ນີ້, ພິ​ທີ​ເປີດກອງ​ປະ​ຊຸມ​ປະ​ຈຳ​ປີ 2021 ຂ​ອງ​ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​ໂປ​ອາວ​ໄດ້​ຈັດ​ຂຶ້ນ​ຢູ່ເມືອງ​ໂປ​ອາວ​ແຂວງ​ໄຫຫຼຳ​ຈີນ, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສ​ຜ່ານ​ທາງວີ​ດີ​ໂອ.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ຍຸກ​ປັດ​ຈຸ​ບັນ​ເປັນ​ຍຸກ​ທີ່​ເຕັມ​ໄປ​ດ້ວຍ​ສິ່ງ​ທ້າ​ທາຍ​ທັງ​ເຕັມ​ໄປ​ດ້ວຍ​ຄວາມ​ຫວັງ. ສັງ​ຄົ​ມ​ມະ​ນຸດ​ຄວນ​ພັດ​ທະ​ນ​າ​ໄປ​ສູ່​ທິດ​ທາງ​ໃດ? ພວກ​ເຮົາ​ຄວນ​ສ້າງ​ອະ​ນາ​ຄົດ​ແບບ​ໃດ​ໃຫ້​ແກ່​ລູກ​ຫຼານລຸ້ນຫຼັງ? ຈີນ​ຂໍ​ສະ​ເໜີ​ຂໍ້​ລິ​ເລີ່ມ​ວ່າ: ອາ​ຊີ​ແລະ​ປະ​ເທດ​ຕ່າງໆ​ໃນ​ໂລກ​ຄວນຕອບ​ສະ​ໜອງ​ຕາມ​ຄວາມ​ຮຽກ​ຮ້ອງ​ຂອງ​ຍຸກ​ສະ​ໄໝ, ຮ່ວມ​ກັນ​ຜ່ານ​ຜ່າ​ສະ​ພາບ​ພະ​ຍາດ​ໂຄວິດ-19, ເພີ່ມ​ທະ​ວີ​ການ​ບໍ​ລິ​ຫານ​ໂລກ ເພື່ອ​ກ້າວ​ເດີນ​ໄປ​ໜ້າ​ຢ່າງບໍ່​ຢຸດ​ຢັ້ງ​ຕາມ​ທິດ​ທາງ​​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ.

ຄຳ​ເຫັນ

0