秦瑛蓮

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອະດີດປະທານາທິບໍດີຟິລິບປິນກ່າວວ່າ: ເວທີປຶກສາຫາລືຶອາຊີໂປອາວຄົບຮອບ 20 ປີ, ຈີນ ແລະອາຊີຈະມີອະນາຄົດທີ່ດີ

2021-04-21 15:00:14 cri

ໃນ​ຖາ​ນະ​ທີ່​ເປັນ​ປະ​ເທດ​ສະ​ມາ​ຊິກ​ຜູ້​ສ້າງ​ຕັ້ງ​ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​ໂປອາວ, ທ່ານນາງ​ໂກ​ລ​ເຣຍ ມາ​ກາ​ປາ​ການ ອາ​ໂຣ​ໂຢ, ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ຟິ​ລິບ​ປິນ ​​ໄດ້ມີສາຍ​ພົວ​ພັນ​ອັນ​ແໜ້ນ​ແຟ້ນ​ກັບ​ເວ​ທີ​ປຶກ​ສາ​ຫາ​ລື​ດັ່ງ​ກ່າວ: ໃນ​ກອງ​ປະ​ຊຸມ​ປະ​ຈຳ​ປີ​ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​ໂປ​ອາວ​ຄັ້ງ​ປະ​ຖົມ​ມະ​ເລີກ​ທີ່​ຈັດ​ຂຶ້ນ​ໃນ​ປີ 2002, ທ່ານ​​ນາງອາ​ໂຣ​ໂຢ​ໄດ້​​ສົ່ງ​ສານ​ຊົມ​ເຊີຍ​ເຖິງກອງ​ປະ​ຊຸມ​ຕາມ​ຄຳ​ເຊີນ ໃນ​ຖາ​ນະ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ຟິ​ລິບ​ປິນ; ໃນ​ປີ 2007, ທ່ານ​ນາງ ອາ​ໂຣ​ໂຢ ໄດ້​ເຂົ້າ​ຮ່ວມ ​ແລະກ່າວ​ຄຳ​ປາ​ໄສ​ໃນກອງ​ປະ​ຊຸມ​ປະ​ຈຳ​ປີ​ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​ໂປ​ອາວ; ​ໃນ​ປີ 2018, ທ່ານ​ນາງ ອາ​ໂຣ​ໂຢ ຍັງ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ກຳ​ມະ​ການບໍ​ລິ​ຫານ​ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​ໂປ​ອາວ. ສາ​ມາດ​ເວົ້າ​ໄດ້​ວ່າ: ທ່ານ​ນາງ ອາ​ໂຣ​ໂຢ ໄດ້​ເປັນ​ສັກ​ຂີ​ພິ​ຍານ​ໃຫ້​ແກ່​ການ​​ເຕີບ​ໃຫ​ຍ່ຂະ​ຫຍາຍ​ຕົວ​ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​ໂປ​ອາວ​​ຕະຫຼອດ​ໄລ​ຍະ 20 ປີ​ທີ່​ຜ່ານ​ມາ.

ໜຶ່ງ​ໃນ​ຫົວ​ຂໍ້​ຕ່າງໆ​ທີ່​ສຳ​ຄັນ​ຂອງກອງ​ປະ​ຊຸ​ມ​ປະ​ຈຳ​ປີ​ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​ໂປ​ອາວ​ປີ​ນີ້​ກໍ​ຄື ການ​ຄົ້ນ​ຄວ້າ ແລະ​ປຶກ​ສາ​ຫາ​ລື “ແຜນ​ການ​ອາ​ຊີ”​ກ່ຽວ​ກັບ​ການບໍ​ລິ​ຫານ​ໂລກ. ຍ້ອນ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ທີ່​ເກີດ​ຂຶ້ນ​ຢ່າງ​ກະ​ທັນ​ຫັນ, ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ໂລກ​ມີ​ຄວາມ​ບໍ່​ແນ່ນອນ​ເພີ່ມ​ຂຶ້ນ. ທ່ານ​ນາງ ອາ​ໂຣ​ໂຢ ເຫັນ​ວ່າ, ໃນ​ຈຸ​ດ​ເວ​ລາ​ຄືແນວ​ນີ້, ປະ​ເທດ​ຕ່າງໆ​ຄວນ​ປະ​ຕິ​ບັດ​ການ​ຮ່ວມ​ມື​ທີ່​ຕິດ​ແທດ​​ຕົວ​ຈິງ ເພື່ອ​ສະ​ແຫວງ​ຫາ​ວິ​ທີ​ແກ້​ໄຂ​ບັນ​ຫາ​ດັ່ງ​ກ່າວ ດ້ວຍ​ທ່າ​ທີ​ທີ່​ຕັ້ງ​ໜ້າ. ຕໍ່​ກັບ​ວຽກ​ງານ​ນີ້, ເວ​ທີ​ປຶກ​ສາ​ຫາ​ລືອາ​ຊີ​ໂປ​ອາວ​ສາ​ມາດ​ເສີມ​ຂະ​ຫຍາຍ​ທ່າ​ແຮງ​ຂອງ​ຕົນ ເພື່​ສົ່ງ​ສຽງ​ອາ​ຊີ​ທີ່​ເຮັດ​ໃຫ້​ທົ່ວ​ໂລກ​ສົນ​ໃຈ.

ຄຳ​ເຫັນ

0