劉華麗

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກະ​ຊວງ​ພາຍ​ໃນ​ມຽນ​ມາ​ປະ​ກາດ​ວ່າ: ລັດ​ຖະ​ບານ​ສາ​ມັກ​ຄີ​ແຫ່ງ​ຊາດ​ເປັນ​ອົງ​ການ​ຈັດ​ຕັ້ງ​ທີ່​ຜິດ​ກົດ​ໝາຍ

2021-04-21 11:06:11 cri

ກະ​ຊວງ​ພາຍ​ໃນ​ມຽນ​ມາ​ປະ​ກາດ​ວ່າ: ລັດ​ຖະ​ບານ​ສາ​ມັກ​ຄີ​ແຫ່ງ​ຊາດ​ເປັນ​ອົງ​ການ​ຈັດ​ຕັ້ງ​ທີ່​ຜິດ​ກົດ​ໝາຍ_fororder_微信圖片_20210421111040

ຕອນ​ຄ່ຳ​ວັນ​ທີ 20 ເມ​ສາ​ນີ້, ສະ​ຖາ​ນີ​ໂທ​ລະ​ພາບ​ແຫ່ງ​ຊາດ​ມຽນ​ມາໄດ້​ລາຍ​ງານ​ວ່າ: ກະ​ຊວ​ງ​ພາຍ​ໃນ​ມຽນ​ມາ​ໄດ້​ປະ​ກາດໃຫ້ລັດ​ຖະ​ບານ​ສາ​ມັກ​ຄີ​ແຫ່ງ​ຊາດ​ເປັນ​ອົງ​ການ​ຈັດ​ຕັ້ງ​ທີ່​ຜິດ​ກົດ​ໝາຍ.

ກ່ອນ​ໜ້າ​ນີ້, ຄະ​ນະ​ກຳ​ມະ​ການ​ຜູ້​ແທນ​ລັດ​ຖະ​ສະ​ພາ​ສະ​ຫະ​ພາບ​ມຽນ​ມາ​ໄດ້​ປະ​ກາດ​ສ້າງ​ຕັ້ງ​ລັດ​ຖະ​ບານ​ສາ​ມັກ​ຄີ​ແຫ່ງ​ຊາດ​​ມຽນ​ມາ​ຂຶ້ນໃນ​ວັນ​ທີ 16 ເມ​ສາ​ນີ້ ໂດຍ​ຈະ​ແຕ່ງ​ຕັ້ງ​​ທ່ານ​ອູ​ວິນ​ມິນ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ, ທ່ານ​ນາງ​ອອງ​ຊານ​ຊູ​ຈີ​ເປັນ​ທີ່​ປຶກ​ສາແຫ່ງ​ລັດ, ນອກ​ນີ້​ຍັງ​ໄດ້​ແຕ່ງ​ຕັ້ງ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ, ນາ​ຍົກ​ລັດ​ຖະ​ມົນ​ຕີ ແລະ ລັດ​ຖະ​ມົນ​ຕີ​ພ້ອມ​ດ້ວຍ​ຮອງ​ລັດ​ຖະ​ມົນ​ຕີ​ຂອງ​ 11 ກະ​ຊວງ.

ປັດ​ຈຸ​ບັນ, ທ່ານ​ອູ​ວິນ​ມິນ ແລະ ທ່ານ​ນາງ​ອອງ​ຊານ​​ຊູ​ຈີ​ຍັງ​ຖືກ​ກອງ​ທັບມຽນ​ມາ​ຄວບ​ຄຸມຕົວ​ຢູ່.

ຄຳ​ເຫັນ

0