ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວັນທີ13 ມັງກອນປີ 2021, ຢູ່ທຳນຽບປະທານາທິບໍດີອິນໂດເນເຊຍທີ່ນະຄອນຫຼວງຈາກາຕາ. ທ່ານ ໂຈໂກ ວີໂດໂດ ປະທານາທິບໍດີອິນໂດເນເຊຍໄດ້ສັກວັກຊີນໂຄວິດ-19 ທີ່ຜະລິດໂດຍບໍລິສັດຊີນໂນແວກຊີວະພາບຈີນຈຳກັດ ເຊິ່ງໄດ້ ຖ່າຍທອດສົດຜ່ານທາງໂທລະພາບໄປທົ່ວປະເທດ, ທ່ານປະທານາທິບໍດີ ໂຈໂກ ວີໂດໂດ ກາຍເປັນຜູ້ທຳອິດທີ່ໄດ້ສັກວັກຊີນໂຄວິດ-19 ຢູ່ອິນໂດເນເຊຍ. ການທີ່ ທ່ານປະທານາທິບໍດີສັກວັກຊີນ ແລະ ຖ່າຍທອດສົດນັ້ນສະແດງໃຫ້ເຫັນວ່າ: ເພິ່ນມີຄວາມເຊື່ອໝັ້ນຕໍ່ວັກຊີນຂອງຈີນຢ່າງເຕັມທີ່ ແລະສະແດງໃຫ້ເຫັນເຖິງຄວາມຕັດສິນໃຈຂອງອິນໂດເນເຊຍໃນການຕ້ານກັບພະຍາດໂຄວິດ-19 .
ພະຍາດໂຄວິດ-19 ຍັງແຜ່ລະບາດຢູ່ທົ່ວໂລກຢ່າງຮ້າຍແຮງ, ສ່ວນ “ຊາດ ນິຍົມ” ດ້ານວັກຊີນກໍ່ກຳລັງແຜ່ຂະຫຍາຍຢ່າງຂະໜາດໃຫຍ່. ເວົ້າສຳລັບປະເທດທີ່ພວມພັດທະນາຈຳນວນຫຼວງຫຼາຍ, ວັກຊີນຂອງຈີນກໍ່ປຽບເໝືອນ “ແສງສະຫວ່າງຢູ່ປາຍອຸມົງ”. ແຫຼ່ງກຳເນີດຂອງແສງສະຫວ່າງນີ້ກໍ່ແມ່ນຄວາມເອົາໃຈໃສ່ຂອງພັກກອມມູນິດຈີນທີ່ມີຕໍ່ຊາຕາກຳຂອງໂລກ ແລະ ຄວາມສຸກຂອງມວນມະນຸດນັບເປັນເວລາຮ້ອຍປີມາແລ້ວ, ທັງໄດ້ສ່ອງແສງໃຫ້ເຫັນວ່າຄວາມໃຈກວ້າງຂອງ ປະເທດຈີນໃນຍຸກສະໄໝໃໝ່ທີ່ເດີນຕາມເສັ້ນທາງການພັດທະນາໂດຍສັນຕິ ແລະ ຮ່ວມມືກັນແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.
ແສງສະຫວ່າງທີ່ເປັ່ງປະກາຍຢູ່ເວທີສາກົນເທື່ອທຳອິດ ກໍ່ໄດ້ກ່ຽວພັນເຖິງອິນໂດເນເຊຍເຊິ່ງເປັນປະເທດໃຫຍ່ທີ່ພວມພັດທະນາເຊັ່ນກັນ.
ໃນກອງປະຊຸມບັນດຸງທີ່ຈັດຂຶ້ນໃນວັນທີ 18 ຫາວັນທີ 24 ເມສາປີ 1955, ປະເທດຈີນ ໄດ້ອອກສຽງທີ່ເຂັ້ມແຂງຂອງຕົນໃນວຽກງານການຕ່າງປະເທດ ເຊິ່ງໄດ້ສະເໜີຄວາມເຫັນກ່ຽວກັບວຽກງານການຕ່າງປະເທດຄື: “ສະແຫວງຫາສິ່ງທີ່ຄືກັນ, ສະຫງວນສິ່ງທີ່ຕ່າງກັນ” ເປັນເທື່ອທຳອິດ, ຍັງໄດ້ຊຸກຍູ້ໃຫ້ກອງປະຊຸມຮັບຮອງຫຼັກການ 10 ຂໍ້ກ່ຽວກັບການແກ້ໄຂບັນຫາການພົວພັນລະຫວ່າງປະເທດ ບົນພື້ນຖານຫຼັກການຢູ່ຮ່ວມກັນໂດຍສັນຕິ 5 ຂໍ້, ຫຼັກການເຫຼົ່ານີ້ ໄດ້ກາຍເປັນ ຫຼັກການສຳຄັນໃນການຂະຫຍາຍການພົວພັນລະຫວ່າງຊາດ, ເຊິ່ງໄດ້ຮັບການ ເຄົາລົບ, ເຫັນດີເຫັນພ້ອມ ແລະ ປະຕິບັດຈາກປະຊາຄົມໂລກຈົນຮອດປັດຈຸບັນ.
ນີ້ແມ່ນການບຸກທະລຸອອກຈາກວົງປິດລ້ອມຄັ້ງໜຶ່ງຂອງປະເທດຈີນ. ໃນໄລຍະຕົ້ນຊຸມປີ 1950, ພາຍໃຕ້ເບື້ອງຫຼັງທີ່ປະເທດຕາເວັນຕົກອັດຕັນປິດລ້ອມປະເທດຈີນ, ໃນຈຳນວນ 29 ປະເທດແລະເຂດແຄວ້ນທີ່ເຂົ້າຮ່ວມກອງປະຊຸມບັນດຸງ, ມີພຽງແຕ່ 6 ປະເທດເທົ່ານັ້ນທີ່ໄດ້ສ້າງຕັ້ງສາຍພົວພັນທາງການທູດກັບຈີນ, ປະເທດສ່ວນຫຼາຍບໍ່ຮູ້ຈີນດີປານໃດ, ບາງປະເທດຍັງມີແນວຄິດຖືປະເທດຈີນເປັນສັດຕູ. ກອງປະຊຸມບັນດຸງລິເລີ່ມຈັດຂຶ້ນດ້ວຍ 5 ປະເທດເຊັ່ນ: ອິນໂດເນເຊຍແລະມຽນມາເປັນຕົ້ນ, ແມ່ນກອງປະຊຸມສາກົນຄັ້ງທຳອິດທີ່ຈັດຂຶ້ນໂດຍປະເທດອາຊີ-ອາຟຣິກາແລະມີຈຸດປະສົງຕ້ານກັບລັດທິລ່າເມືອງຂຶ້ນຂອງຈັກກະພັດ. ເຖິງວ່ານີ້ແມ່ນ ກອງປະຊຸມເທື່ອທຳອິດທີ່ບໍ່ມີປະເທດມະຫາອຳນາດຕາເວັນຕົກເຂົ້າຮ່ວມກໍຕາມ, ແຕ່ຍັງມີແນວຄິດສົງຄາມເຢັນເຊິ່ງບໍ່ມີຜົນດີຕໍ່ປະເທດຈີນ.
ພາຍໃຕ້ສະພາບການແນວນີ້, ທ່ານນາຍົກ ໂຈ່ວເອີ່ນລາຍ ບໍ່ໄດ້ອ່ານບົດປາໄສທີ່ໄດ້ກຽມໄວ້ລ່ວງໜ້າ, ຫາກແຕ່ໄດ້ກ່າວຄຳປາໄສທາງປາກເປົ່າ. ຈົນຮອດປັດຈຸບັນ, ສຽງຂອງທ່ານນາຍົກ ໂຈ່ວເອີ່ນລາຍ ຍັງເຮັດໃຫ້ຄົນທັງຫຼາຍປະທັບໃ ຈຫລາຍທີ່ທ່ານກ່າວວ່າ: “ຄະນະຜູ້ແທນຈີນມາເຂົ້າຮ່ວມກອງປະຊຸມ ແມ່ນເພື່ອສະແຫວງຫາຄວາມສາມັກຄີ ຫາກບໍ່ແມ່ນເພື່ອມາຜິດຖຽງກັບໃຜ. ສະມາຊິກພັກກອມມູນິດຈີນຂອງພວກເຮົາ ເວົ້າແບບບໍ່ປິດບັງວ່າ ພວກເຮົາເຊື່ອຖືໃນລັດທິຄອມມູນິດ ແລະ ເຫັນວ່າ: ລະບອບສັງຄົມນິຍົມເປັນລະບອບທີ່ດີ…… ຄະນະຜູ້ແທນຈີນມາປະຊຸມ ກໍເພື່ອສະແຫວງຫາສິ່ງທີ່ຄືກັນຫາກບໍ່ແມ່ນສິ່ງທີ່ຕ່າງກັນ. ລະຫວ່າງ ພວກເຮົາມີພື້ນຖານການສະແຫວງຫາສິ່ງທີ່ຄືກັນຫຼືບໍ່? ແນ່ນອນມີ. ນັ້ນກໍ່ຄື: ນັບແຕ່ຍຸກສະໄໝໃໝ່ເປັນຕົ້ນມາ, ປະເທດແລະປະຊາຊົນສ່ວນຫຼາຍຢູ່ອາຊີ-ອາຟຣິກາ ລ້ວນແຕ່ເຄີຍປະສົບແລະປັດຈຸບັນຍັງພວມປະສົບກັບຄວາມຫາຍະນະ ແລະ ຄວາມ ເຈັບແຄ້ນແໜ້ນໃຈຈາກລັດທິລ່າເມືອງຂຶ້ນກໍ່ຂຶ້ນຢູ່.”
ຄຳປາໄສອັນຍອດຍິ່ງຂອງທ່ານນາຍົກ ໂຈ່ວເອີ່ນລາຍ ໄດ້ທັບມ້າງຄຳຂີ້ຕົວະຫລອກລວງຂອງລັດທິຈັກກະພັດ, ເຮັດໃຫ້ຄົນຈຳນວນໜຶ່ງສາມາດຮັບຮູ້ປະເທດ ຈີນໄດ້ຢ່າງຈະແຈ້ງກວ່າເກົ່າ. ຫຼັກການກ່ຽວກັບການ “ສະແຫວງຫາສິ່ງທີ່ຄືກັນ, ສະຫງວນສິ່ງທີ່ຕ່າງກັນ” ທີ່ທ່ານ ນາຍົກ ໂຈເອີ່ນລາຍ ສະເໜີອອກມານັ້ນ ໄດ້ຮັບຄວາມເຫັນດີຈາກຜູ້ຕາງໜ້າຂອງປະເທດຕ່າງໆເຊິ່ງເປັນການຮັບປະກັນໃຫ້ ກອງປະຊຸມສາມາດຈັດຂຶ້ນຢ່າງສະດວກໃນບັນຍາກາດທີ່ດີງາມ. ປະເທດຈຳນວນ ໜຶ່ງ ທີ່ມີຄວາມລະແວງສົງໄສຈົນຖືປະເທດຈີນເປັນສັດຕູນັ້ນ ກໍ່ໄດ້ປ່ຽນແປງຈຸດຢືນເດີມ ຂອງຕົນ.
ຫຼັງຈາກກອງປະຊຸມສິ້ນສຸດລົງ, ໃນຖານະທີ່ເປັນເຈົ້າພາບ, ອິນໂດເນເຊຍໄດ້ຈັດໃຫ້ຜູ້ຕາງໜ້າປະເທດຕ່າງໆທີ່ເຂົ້າຮ່ວມກອງປະຊຸມ ໄປຢ້ຽມຢາມເກາະບາຫຼີຢ່າງສະບາຍໃຈ. ໃນເວລາສັ້ນໆທີ່ພັກຜ່ອນຢູ່ເກາະບາຫຼີ, ທ່ານນາຍົກ ໂຈ່ວເອີ່ນລາຍແລະຄະນະຜູ້ແທນຈີນ ຕື່ນນອນແຕ່ 7 ໂມງເຊົ້າຂອງແຕ່ລະມື້ ແລະ ເຮັດວຽກຈົນເຖິງຕອນຮຸ່ງເຊົ້າເວລາ 2 ໂມງຫຼື 3 ໂມງຂອງມື້ຖັດມາ, ພາຍໃນເວລາ 2 ມື້ໄດ້ພົບປະກັບຜູ້ນຳຕ່າງປະເທດຫຼາຍທ່ານທີ່ເກາະບາຫຼີ, ໃຊ້ເວລາຢູ່ອິນໂດເນເຊຍຜູກມິດກັບປະເທດຕ່າງໆ ແລະ ສະແຫວງຫາພື້ນທີ່ດ້ານການຕ່າງປະເທດໃຫ້ກັບ ສ.ປ.ຈີນໄດ້ຫຼາຍກວ່າເກົ່າ.
ກອງປະຊຸມຢູ່ບັນດຸງພາຍໃຕ້ຫົວຂໍ້ “ສາມັກຄີ, ມິດຕະພາບແລະ ການຮ່ວມມື” ໄດ້ກາຍເປັນການເປີດປະຫວັດສາດໜ້າໃໝ່ທີ່ປະຊາຊົນບັນດາປະເທດອາຊີ-ອາ ຟຣິກາຢູ່ຮ່ວມກັນໂດຍສັນຕິແລະຕ້ານກັບລັດທິລ່າເມືອງຂຶ້ນ, ຍັງເຮັດໃຫ້ສ.ປ.ຈີນ ສາມາດຜູກມິດກັບຕ່າງປະເທດໄດ້ຫຼາຍກວ່າເກົ່າ. ນັບແຕ່ກອງປະຊຸມບັນດຸງສິ້ນສຸດລົງຈົນຮອດທ້າຍປີ 1959, ມີ 11 ປະເທດອາຊີ-ອາຟຣິກາເຊັ່ນ: ເນປານ, ເອຢິບແລະຊີຣີເປັນຕົ້ນໄດ້ສ້າງຕັ້ງສາຍພົວພັນທາງການທູດກັບປະເທດຈີນ.
ຄຳເຫັນ
0