何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ນຳ​ພາ​​ການ​ນຳ​ຂອງ​ພັກ​ທົບ​ທວນ​ຄືນ​ຄຳ​ປະ​ຕິ​ຍານ​ເຂົ້າ​ເປັນ​ສະ​ມາ​ຊິກ​ພັກ

2021-06-19 16:08:45 CRI

ທ່ານ​ສີ​ຈິ້ນ​ຜິງ​ນຳ​ພາ​​ການ​ນຳ​ຂອງ​ພັກ​ທົບ​ທວນ​ຄືນ​ຄຳ​ປະ​ຕິ​ຍານ​ເຂົ້າ​ເປັນ​ສະ​ມາ​ຊິກ​ພັກ_fororder_1127577510_16240400553881n

ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ​ຈີນ​​ຄົບ​ຮອບ​100ປີ, ໃນ​ວັນ​ທີ 18 ມິ​ຖຸ​ນາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ​ຈີນ​ ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ໄດ້​ເດີນ​ທາງ​ໄປຫໍ​ພິ​ພິ​ທະ​ພັນ​ປະ​ຫວັດ​ສາດ​ພັກ​ກອມ​ມູ​ນິດ​ຈີນ ເພື່ອ​ຢ້ຽມ​ຊົມ​ການ​ວາງ​ສະ​ແດງ​ປະ​ຫວັດ​ສາດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ໃນ​ຫົວ​ຂໍ້ “ບໍ່​ລືມ​ອຸ​ດົມ​ການ​ແຕ່​ຫົວ​ທີ ຈື່​ຈຳ​ພາ​ລະ​ກຳ​ຢ່າງ​ໜັກ​ແໜ້ນ”. ທ່ານ​ສີ​ຈິ້ນ​ຜິງ​ໄດ້​ນຳ​ພາ​ບັນ​ດາ​ສະ​ຫາຍການ​ນຳ​ຂອງ​ພັກ​ທົບ​ທວນ​ຄືນ​ຄຳ​ປະ​ຕິ​ຍານ​ເຂົ້າ​ເປັນ​ສະ​ມາ​ຊິກ​ພັກວ່າ:

ທ່ານ​ສີ​ຈິ້ນ​ຜິງ​ນຳ​ພາ​​ການ​ນຳ​ຂອງ​ພັກ​ທົບ​ທວນ​ຄືນ​ຄຳ​ປະ​ຕິ​ຍານ​ເຂົ້າ​ເປັນ​ສະ​ມາ​ຊິກ​ພັກ_fororder_1127577510_16240400552451n

“ຂ້າ​ພະ​ເຈົ້າ​ຂໍ​ເຂົ້າ​ເປັນ​ສະ​ມາ​ຊິກ​ພັກ​ກອມ​ມູ​ນິດ​ຈີນດ້ວຍ​ຄວາມ​ສະ​ໝັກ​ໃຈ,ອູ້​ຊູ້​ຍູ້​ໜູນ​​ໂຄງ​ການ​ຂອງ​ພັກ,ເຄົາ​ລົບ​ແລະ​ປະ​ຕິ​ບັດ​ຕາມກົດ​ລະ​ບຽບ​ຂ​ອງ​ພັກ, ​ປະ​ຕິ​ບັດ​ຕາມ​ພັນ​ທະ​ຂອງ​ສະ​ມາ​ຊິກ​ພັກ, ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ຂອງ​ພັກ, ປະ​ຕິ​ບັດ​ຕາມ​ລະ​ບຽບ​ວິ​ໄນຂອງ​ພັກ​ຢ່​ງາ​ເຂັ້ມ​ງວດ, ຮັກ​ສາ​ຄວາມ​ລັບ​ຂອງ​ພັກ, ຈົງ​ຮັກ​ພັກ​ດີ​ຕໍ່​ພັກ, ເອົາ​ໃຈ​ໃສ່ເຮັດ​ວຽກ, ສູ້​ຊົນ​ຕະຫຼອດ​ຊີ​ວິດ​ເພື່ອ​ລັດ​ທິ​ກອມ​ມູ​ນິດ, ກຽມພ້ອມທີ່ຈະ​ເສຍ​ສະຫຼະ​ທຸກ​ທິ່ງ​​ທຸກຢ່າງ​ເພື່ອ​ພັກ​ແລະ​ປະ​ຊາ​ຊົນ​ໃນ​ທຸກ​ເວ​ລາ, ຈະ​ບໍ່​ທໍ​ລະ​ຍົດ​ຕໍ່​ພັກ​ຕະຫຼອດ​ໄປ.​”

ຄຳ​ເຫັນ

0