吳怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລະ​ຄອນ​ໂທ​ລະ​ພາບ​: ຊີ​ວິດ​ການ​ເປັນ​ຢູ່​ທີ່​ໃຝ່ຫາ

2021-06-28 17:16:57 cri

    ລະ​ຄອນ​ໂທ​ລະ​ພາບ​ເລື່ອງ​ “ຊີ​ວິດ​ການ​ເປັນ​ຢູ່​ທີ່​ໃຝ່ຫາ” ແມ່ນ​ຖື​ເອົາ​ສະ​ພາບ​​ຊີ​ວິດ​​ສັງ​ຄົມ​ຢູ່​ພາກ​​ໃຕ້ຂອງຈີນ​ເປັນ​ເບື້ອງ​ຫລັງ, ​ມີ​ເລື່ອງ​ລາວ​ກ່ຽວ​ກັບຊາວ​ໜຸ່ມ​ທີ່​ມີ​ຄວາມ​ໄຝ່​ຝັນ​ສ້າງ​ສາ​ບ້ານ​ເກີດ​ ໄດ້​ກັບ​ຄືນ​ບ້ານ​ເກີດ​ເມືອງນອນ, ນຳ​ພາ​ຊາວ​ບ້ານ​ປະ​ກອບ​ທຸລະກິດດ້ວຍ​ຕົນ​ເອງ​, ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມສະຫຼັບສັບຊ້ອນ​ໃນ​ດ້ານ​ການ​ປະ​ຕິ​ຮູບ​ຊົນ​ນະ​ບົດ. ລະ​ຄອນ​ໂທ​ລະ​ພາບ​ເລື່ອງ​ນີ້​ ແມ່ນຜົນ​ງານ​ທີ່​ສຶກ​ສາຄົ້ນ​ຄວ້າການ​ໂອນ​ສິດ​ທິ​ນຳ​ໃຊ້​ທີ່​ດິນ ແລະ​ຮູບ​ແບບ​ໃໝ່​ດ້ານ​ການ​ພັດ​ທະ​ນາ​ກະ​ສິ​ກຳ. ກະ​ສິ​ກຳ ຊົນ​ນະ​ບົດ ແລະ​ຊາວ​ກະ​ສິ​ກອນແມ່ນ​ບັນ​ຫາກົກ​ຮາກ​ທີ່​ກ່ຽວ​ພັນ​ເຖິງເສດຖະກິດແຫ່ງຊາດ  ແລະ ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນຈີນ, ການແກ້​ໄຂ 3 ບັ​ນ​ຫາ​ນີ້​ໃຫ້​ດີ​ແມ່ນ​ວຽກ​ສຳ​ຄັນ​ທີ່​ສຸດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ.

    ພ​ະ​ເອກ​ຂອງ​ລະ​ຄອນ​ໂທ​ລະ​ພາບ​ເລື່ອງ​ນີ້​ມີ​ຊື່​ວ່າ ທ.ປ່າວ​ເຈ່ຍ​ເວີນ, ແມ່ນ​ຊາວ​ບ້ານ​ຂອງ​ບ້ານ​ລົງ​ຊ່ານ, ພາຍ​ຫລັງ​ຮຽນ​ຈົບຈາກ​ມະ​ຫາ​ວິ​ທະ​ຍາ​ໄລ​ແລ້ວ​ ໄດ້​​ເຮັດ​ວຽກ​ໃນ​ເມືອງ, ແລະໄດ້ຄ່ອຍໆພັດທະນາຕົນເອງຈົນກາຍ​ເປັນ​ຜູ້​ຈັດ​ການ​ຂອງບໍ​ລິ​ສັດ​ທີ່​ມີ​ຊື່​ສຽງ. ໃນ​ເມື່ອ​ວຽກ​ງານ​ໄດ້​ປະ​ສົບ​ຜົນ​ສຳ​ເລັດ ແລະ​ດຳ​ເນີນ​ໄປ​ໄດ້​ສະ​ດວກ, ລາວ​ພັດ​ໄດ້​ຕັດ​ສິນ​ໃຈ​ວ່າ​ ຈະຕ້ອງກັບ​ບ້ານ​ເກີດ​ເພື່ອ​ເຮັດ​ເລື່ອງ​ໜຶ່ງ​ທີ່​ໃຫ້​ຫລາຍ​ຄົນ​ຄາດ​ຄິດ​ບໍ່​ເຖິງ, ນັ້ນ​ກໍ​ຄື​ປະ​ຕິ​ຮູບ​ລະ​ບຽບການ​ຄຸ້ມ​ຄອງ​ບໍ​ລິ​ຫານ​ທີ່​ດິນຢູ່ຊົນນະບົດ, ສ້າງ​ຕັ້ງ​ບໍ​ລິ​ສັດ​ຫຸ້ນ​ກະ​ສິ​ກຳ.

    ແຕ່​ວ່າ​ປ່າວ​ເຈ່ຍ​ເວີນ​ຄາດ​ຄຶດ​ບໍ່​ເຖິງວ່າ ​ການ​ປະ​ຕິ​ຮູບ​ໃນ​ຄັ້ງ​ນີ້​ໄດ້​ພົບ​ພໍ້​ຄວາມ​ຫຍຸ້ງ​ຍາກ​ນາໆ​ປະ​ການ. ນອກ​ຈາກ​ຂາດ​ເຂີນ​ເງິນ​ທຶນ ອຸ​ປະ​ກອນ ແລະ ​ບຸກ​ຄະ​ລາ​ກອນ​ແລ້ວ, ຍັງ​ມີລະ​ບຽບການ​ຄຸ້ມ​ຄອງ​ບໍ​ລິ​ຫານ​ອັນ​ເກົ່າ, ມູນ​ເຊື້ອ​ເສ​ດ​ຖະ​ກິດ​ກະ​ສິ​ກຳ​ຂະ​ໜາດ​ນ້ອຍ​ ແລະ​ອື່ນໆ​ພ້ອມ, ກໍ​ໄດ້​ເຮັດ​ໃຫ້​ລາວ​ບໍ່​ສາ​ມາດ​ດໍ​າ​ເນີນ​ຕາມ​ແຜນ​ໄດ້. ພາຍ​ໃຕ້​ຄວາມ​ເອົາ​ໃຈ​ໃສ່​ຂອງ​ຄະ​ນະ​ພັກ ແລະ ​ການ​ສະໜັບສະໜູນຈາກ​ນະ​ໂຍ​ບາຍ​ກ່ຽວ​ກັບ​ກະ​ສິ​ກຳ ຊົນ​ນະ​ບົດ ແລະ ​ຊາວ​ກະ​ສິ​ກອນ, ຊາວ​ບ້ານ​ໄດ້​ປັບ​ປ່ຽນ​ແນວ​ຄວາມ​ຄິດເກົ່າ, ​ໂດຍ​ໄດ້ສະ​ໜັບ​ສະ​ໜູນແນວ​ຄວາມ​ຄິດ​ການ​ພັດ​ທະ​ນາ​ອັນ​ໃໝ່ ແລະ ​ແຜນ​ການ​ປະ​ຕິ​ຮູບ​ລະ​ບອບ​ຫຸ້ນສ່ວນ​ກະ​ສິ​ກຳ​ຂອ​ງ​ປ່າວ​ເຈ່ຍ​ເວີນ, ໄດ້​ພາ​ກັນ​ເຂົ້າ​ຫຸ້ນ, ເຂົ້າ​ຮ່ວມ​ບໍ​ລິ​ສັດ​ຫຸ້ນ​ສ່ວນກະ​ສິ​ກຳ, ກາຍ​ເປັນ​ຂາຫຸ້ນ​ຂອງວິ​ສ​າ​ຫະ​ກິດ​ກະ​ສິ​ກຳ. ປ່າວ​ເຈ່ຍ​ເວີນ​ໄດ້​ມີ​ຄວາມ​ໝັ້ນ​ໃຈ​ຄືນ​ໃໝ່, ນຳ​ພາ​ຊາວ​ບ້ານ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ທັງໄດ້ປະ​ດິດ​ສ້າງ​ໃໝ່​ດ້ວຍ​ເຕັກ​ໂນ​ໂລ​ຊີ, ເຊິ່ງໄດ້​ກະ​ຕຸ້​ນ​ຊຸກ​ຍູ້​ເສດ​ຖະ​ກິດ​ຂອງ​ບ້ານ​ລົງ​ຊ່ານ, ສະ​ພາບ​ທາງ​ຈິດ​ໃຈ ແລະ ​ຄວາມ​ຄິດ​ຂອງ​ຊາວ​ບ້ານ​ກໍ​ໄດ້ມີ​ການ​ປ່ຽນ​ແປງ​ໃໝ່ພ້ອມກັນ.

    ​ເລື່ອງ​ລາວ​ທີ່ທັງຄົດໆລ້ຽວໆ ທັງ​ມີ​ຊີ​ວິດ​ຊີ​ວາ​ກ່ຽວ​ກັບ​ບັນ​ຫາ​ກະ​ສິ​ກຳ, ຊົນ​ນະ​ບົດ ແລະ​ ຊາວ​ກະ​ສິ​ກອນ ພ້ອມ​ດ້ວຍ​ຕົວ​ລະ​ຄອນ​ທີ່​ຕິດ​ແທດ​ຕົວ​ຈິງ​ ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ:  ​ກະ​ສິ​ກຳ​ກໍ​ສາ​ມາດ​ກາຍ​ເປັນ​ຂະ​ແໜງ​ການ​ທີ່​ມີ​ອະ​ນາ​ຄົດ​ສົດ​ໃສ, ຊາວ​ກະ​ສິ​ກອນ​ສາ​ມາດ​ກາຍ​ເປັນ​ອາ​ຊີບ​ທີ່​​ດຶງ​ດູດໃຈຄົນ, ຊົນ​ນະ​ບົດ​ສາ​ມາດ​ກາຍ​ເປັນ​ທີ່​ຢູ່​ອາ​ໄສ​ອັນ​ສວຍ​ງາມໄດ້.

ຄຳ​ເຫັນ

0