黃理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະທານສະມາຄົມນັກປະພັນລາວ ຕີລາຄາສູງຕໍ່ການປົກຄອງຂອງພັກກອມມູນິດຈີນ

2021-06-30 21:17:56 cri

ປະທານສະມາຄົມນັກປະພັນລາວ ຕີລາຄາສູງຕໍ່ການປົກຄອງຂອງພັກກອມມູນິດຈີນ_fororder_66666

ທ່ານ ທອງໃບໂພທິສານ ປະທານສະມາຄົມນັກປະພັນລາວ ພ້ອມດ້ວຍຄະນະໄດ້ຕາງໜ້າໃຫ້ນັກປະພັນນັກກະວີລາວມາຢ້ຽມຢາມຫ້ອງການ CRI ປະຈໍາລາວ. ໃນໂອກາດດັ່ງກ່າວທ່ານໄດ້ສະແດງຄວາມຮູ້ສຶກເນື່ອງໃນວັນສ້າງຕັ້ງພັກກອມມູນິດຈີນຄົບຮອບ 100 ປີ (1921-2021) ແລະ ໄດ້ຕີລາຄາສູງຕໍ່ການປົກຄອງຂອງພັກກອມມູນິດຈີນ.

ທ່ານກ່າວວ່າ: ການປົກຄອງຂອງພັກກອມມູນິດຈີນ ໄດ້ນໍາພາປະເທດຊາດ ປະຊາຊົນຈີນ ໃຫ້ມີຄວາມກ້າວໜ້າ ມີຜົນສໍາເລັດຢ່າງຫຼວງຫຼາຍໃນດ້ານການເມືອງ, ເສດຖະກິດ ແລະ ວັດທະນະທໍາສັງຄົມ ຕະຫຼອດຮອດການຮ່ວມມືສາກົນໃນທົ່ວໂລກ. ພັກກອມມູນິດຈີນເປັນພັກທີ່ມີຄວາມເຂັ້ມແຂງ ໜັກແໜ້ນ ມີຄວາມທັນສະໄໝໃນຍຸກການນໍາພາຂອງທ່ານ ປະທານ ສີ ຈີ້ນຜິງ ປະຊາຊົນຈີນ ໄດ້ປະສົບຜົນສໍາເລັດໃນການສ້າງສາພັດທະນາປະເທດຊາດ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນມີຜົນສໍາເລັດຮອບດ້ານຕະຫຼອດໄລຍະທີ່ຜ່ານມາ ແລະ ໄດ້ເປັນແນວທາງການເຕົ້າໂຮມປະຊາຊົນໃນທົ່ວໂລກໃຫ້ເດີນຕາມເສັ້ນທາງທີ່ມີຄວາມສາມັກຄີ, ໜັກແໜ້ນ ແລະ ມີຜົນສໍາເລັດຫຼາຍທີ່ສຸດ.

ຕໍ່ກັບການພົວພັນລາວ-ຈີນ, ທ່ານກ່າວວ່າ, ລາວ-ຈີນ ມີການພົວພັນທີ່ໜັກແໜ້ນກົມກຽວກັນທີ່ສຸດ, ທັງສອງປະເທດແມ່ນຄູ່ຮວ່ມຍຸດທະສາດຮອບດ້ານໝັ້ນຄົງຍາວນານຕາມທິດ 4 ດີຄື: ເປັນບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮວ່ມມືທີ່ດີ ແລະໃນຖານະຄູ່ຮ່ວມຊາຕາກຳລາວ-ຈີນ, ທີ່ຮ່ວມສຸກ ແລະ ຮ່ວມທຸກນຳກັນ, ຈີນໄດ້ໃຫ້ການຊ່ວຍເຫຼືອລາວຢ່າງຫຼວງຫຼາຍ, ໂດຍສະເພາະໄລຍະມີການລະບາດຂອງພະຍາດໂຄວິດ-19, ສປປ ລາວ ສາມາດສະກັດກັ້ນພະຍາດດັ່ງກ່າວນັ້ນໄວ້ໄດ້, ຜົນສຳເລັດນີ້, ສ່ວນໜຶ່ງແມ່ນໄດ້ຮັບການຊວ່ຍເຫຼືອຈາກພັກ, ລັດ ແລະ ປະຊາຊົນຈີນອ້າຍນ້ອງຢ່າງທັນການ. ການພົວພັນລາວ-ຈີນໃນຍຸກໃໝ່ແມ່ນຢູ່ໃນໄລຍະທີ່ດີທີ່ສຸດ, ມີການຮ່ວມມືກັນຢ່າງຮອບດ້ານບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດຮວ່ມກັນ.

ທ່ານກ່າວຕື່ມອີກວ່າ: ໄລຍະຜ່ານມາ CRI ໄດ້ຮ່ວມມືກັບສະມາຄົມນັກປະພັນລາວ ໂດຍສະເພາະການແປວັນນະຄະດີຈີນມາເປັນພາສາລາວ, ໄດ້ຈັດພິມເຜີຍແຜ່ ນັບວ່າເປັນບາດກ້າວສໍາຄັນທີ່ສຸດໃນການພິມປື້ມວັນນະຄະດີຈີນເປັນພາສາລາວໃຫ້ປະຊາຊົນລາວ, ກໍຄືຜູ້ຮູ້ພາສາລາວໄດ້ອ່ານຢ່າງທົ່ວເຖິງ. ທ່ານປະທານສະມາຄົມນັກຂ່າວຍັງໄດ້ຕີລາຄາສູງຕໍ່ລາຍການຕ່າງໆຂອງ CRI ເຫັນວ່າການຈັດລາຍການຂອງ CRI ມີປະໂຫຍດຫຼາຍມີສາລະ, ມີການບັນເທີງ, ໂດຍສະເພາະໄດ້ເຮັດບົດບາດການພົວພັນຮ່ວມມືລະຫວ່າງລາວ-ຈີນ, CRI ໄດ້ເຮັດໃຫ້ປະຊາຊົນລາວຜູ້ຟັງຄົນລາວເຂົ້າໃຈສະພາບວຽກງານການເມືອງ, ສັງຄົມການສ້າງສາພັດທະນາຫຼາຍດ້ານຂອງຈີນຫຼາຍຂຶ້ນ. ທ່ານຍັງໄດ້ສະແດງຄວາມຂອບໃຈ CRI ທີ່ມີລາຍການກ່ຽວກັບວັນນະຄະດີລາວ ອ່ານກະວີລາວອອກອາກາດເປັນຄັ້ງທໍາອິດ.

ໃນໂອກາດ 100 ປິ ວັນສ້າງຕັ້ງພັກກອມມູນິດຈີນ ທ່ານ ທອງໃບ ໂພທິສານ ໄດ້ອວຍພອນໄຊໃຫ້ພັກ-ລັດ ແລະ ປະຊາຊົນຈີນ ຈົ່ງມີສຸຂະພາບເຂັ້ມແຂງໝັ້ນຍືນ ແລະ ກ້າວໜ້າ ໄດ້ຮັບໄຊຊະນະໃໝ່ ຍິ່ງໃຫຍ່ກວ່າເກົ່າ.

 

ຄຳ​ເຫັນ

0