黃理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້ອໍານວຍການໃຫຍ່ວິທະຍຸກະຈາຍສຽງແຫ່ງຊາດລາວ ຕີລາຄາສູງຕໍ່ການນຳພາຂອງພັກກອມມູນິດຈີນ.

2021-06-30 21:12:42 cri

ຜູ້ອໍານວຍການໃຫຍ່ວິທະຍຸກະຈາຍສຽງແຫ່ງຊາດລາວ ຕີລາຄາສູງຕໍ່ການນຳພາຂອງພັກກອມມູນິດຈີນ._fororder_33333

ເນື່ອງໃນໂອກາດຄົບຮອບ100 ປີ(1921-2021) ຂອງວັນສ້າງຕັ້ງພັກກອມມູນິດຈີນ, ທ່ານ ໂພສີ ແກ້ວມະນີວົງ ຜູ້ອໍານວຍການໃຫຍ່ວິທະຍຸກະຈາຍສຽງແຫ່ງຊາດລາວໄດ້ກ່າວວ່າ: ໃນໄລຍະການຊີ້ນໍານໍາພາ 100 ປີ ຂອງພັກກອມມູນິດຈີນ ເຮັດໃຫ້ປະເທດຈີນ ມີສະຖຽນລະພາບທາງດ້ານການເມືອງ ເສດຖະກິດໄດ້ຈະເລີນກ້າວໜ້າ ມີການຂະຫຍາຍຕົວຢ່າງກ້າວກະໂດດຂັ້ນ ເຊິ່ງເຫັນໄດ້ວ່າທັງໝົດນີ້ເປັນຜົນງານການຊີ້ນໍາ-ນໍາພາຂອງພັກກອມມູນິດຈີນ.

ທ່ານກ່າວວ່າ, ເມື່ອຫວນຄືນໃນປີ 1978 ປະເທດຈີນໄດ້ເລີ່ມເປີດປະຕູສູ່ໂລກພາຍນອກ. ນັບແຕ່ມື້ນັ້ນເປັນຕົ້ນມາ ທຸກສິ່ງທຸກຢ່າງແມ່ນຢູ່ໃຕ້ການນໍາພາຂອງພັກກອມມູນິດຈີນ ເຮັດໃຫ້ຈີນມີຜົນສຳເລັດໃນການພັດທະນາເສດຖະກິດ-ສັງຄົມ, ລວມທັງມີສະຖຽນລະພາບທາງດ້ານການເມືອງ ແລະມີຄວາມໝັ້ນຄົງທາງດ້ານເສດຖະກິດ, ມີບົດບາດຢູ່ໃນພາກພື້ນ ແລະສາກົນ ເຮັດໃຫ້ປະຊາຊົນຈີນໄດ້ຢູ່ດີກິນດີ, ປະເທດຈີນ ແລະປະຊາຊົນຈີນສາມາດຫຼຸດພົ້ນອອກຈາກຄວາມທຸກຍາກໃນເວລາອັນສັ້ນ. ນັ້ນແມ່ນຍ້ອນພັກກອມມູນິດຈີນເປັນຜູ້ນໍາພາຊີ້ນໍາໂດຍກົງ.

ເວົ້າເຖິງສາຍພົວພັນ ມິດຕະພາບລະຫວ່າງສື່ມວນຊົນຂອງສອງປະເທດ, ໂດຍສະເພາະກໍແມ່ນສະຖານີໂທລະພາບສູນກາງຈີນ ແລະວິທະຍຸກະຈາຍສຽງແຫ່ງຊາດລາວ ແມ່ນໄດ້ມີສາຍພົວພັນນຳກັນມາດົນນານພໍສົມຄວນ, ປີນີ້ກໍ່ເປັນປີຄົບຮອບ 60 ປີ ຂອງສາຍພົວພັນມິດຕະພາບລາວ-ຈີນ ແລະເປັນປີຄົບຮອບ 65 ປີ ຂອງການສ້າງຕັ້ງວິທະຍຸພາກພາສາລາວຂອງວິທະຍຸສາກົນແຫ່ງປະເທດຈີນ ແລະເປັນປີຄົບຮອບ 15 ປີຂອງການສ້າງຕັ້ງວິທະຍຸCRI ຄື້ນFM 93.0 ຢູ່ ສປປ ລາວ ແລະເປັນປີຄົບຮອບ 10 ປີຂອງການສ້າງຕັ້ງສໍານັກງານຜູ້ຕາງໜ້າວິທະຍຸສາກົນແຫ່ງປະເທດຈີນປະຈໍາລາວ. ສະນັ້ນ, ຕະຫຼອດໄລຍະທີ່ຜ່ານມາ ຖືວ່າພວກເຮົາໄດ້ມີການພົວພັນ,ຮ່ວມມືກັນແລກປ່ຽນຂໍ້ມູນຂ່າວສານ,ໂຄ ສະນາເຊິ່ງກັນ ແລະກັນດ້ວຍດີຕະຫຼອດມາ,ສໍາຄັນທີ່ສຸດວິທະຍຸກະຈາຍສຽງຂອງພວກເຮົາໄດ້ສຶກສາຮໍ່າຮຽນ ແລະຖອດຖອນບົດຮຽນກັບວິທະຍຸສາກົນແຫ່ງປະເທດຈີນຫຼາຍດ້ານ ເປັນຕົ້ນທາງດ້ານເຕັກໂນໂລຊີຂໍ້ມູນຂ່າວສານ ເຊິ່ງຖືວ່າ ສປ ຈີນ ໄດ້ມີປະສົບການທາງດ້ານນີ້ມາແລ້ວ. ພິເສດແມ່ນການນຳເອົາຜົນງານການພັດທະນາຂອງປະເທດລາວໄປໂຄສະນາຢູ່ຈີນ ໃຫ້ສັງຄົມຈີນໄດ້ຮູ້ ແລະກໍ່ເອົາສັງຄົມວັດທະນະທໍາຂອງຈີນ ມາໂຄສະນາຢູ່ລາວ ໃຫ້ປະຊາຊົນລາວໄດ້ຮັບຮູ້, ອັນນີ້ຖືວ່າເປັນເຫດການສໍາຄັນທີ່ສຸດທີ່ສອງສື່ພວກເຮົາໄດ້ແລກປ່ຽນກັນ.

ໃນໂອກາດວັນຄົບຮອບ 100 ປີ ຂອງວັນສ້າງຕັ້ງພັກກອມມູນິດຈີນ ຂ້າພະເຈົ້າຂໍອວຍພອນແດ່ການນໍາສູງສຸດຂອງຈີນ ຈົ່ງມີສຸຂະພາບແຂງແຮງ ມີຜົນສໍາເລັດອັນໃໝ່ຍິ່ງ ໃຫຍ່ກວ່າເກົ່າ ແລະສືບຕໍ່ຊີ້ນໍາ-ນໍາພາ ສປ ຈີນ ໃຫ້ກ້າວໜ້າຕໍ່ໄປ ແລະເຮັດໃຫ້ສາຍພົວພັນມິດຕະພາບລະຫວ່າງສອງຊາດພວກເຮົາຍືນຍົງທະນົງແກ່ນຕໍ່ໄປໃຫ້ສົມກັບຄຳເວົ້າທີ່ວ່າເປັນບ້ານໃກ້ເຮືອນຄຽງທີ່ດີ ,ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະຄູ່ຮ່ວມມືທີ່ດີ. ຂໍອວຍໄຊໃຫ້ພອນແດ່ຄະນະນໍາຂອງສະຖານີວິທະຍຸສູນກາງຈີນຈົ່ງປະສົບຜົນສໍາເລັດທຸກຢ່າງ, ຂໍໃຫ້ສາຍພົວພັນມິດຕະພາບລະຫວ່າງສອງອົງການສື່ມວນຊົນຂອງພວກເຮົາຈົ່ງໝັ້ນຄົງທະນົງແກ່ນຕະຫຼອດໄປ.

ຂໍ່ານັບຊົມເຊີຍວັນວັນສ້າງຕັ້ງພັກກອມມູນິດຈີນຄົບຮອບ100 ປີຢ່າງສຸດໃຈ.

ຄຳ​ເຫັນ

0