黃理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ພິ​ທີ​ສະ​ເຫຼີມ​ສະ​ຫຼອງວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ​ຈີນ​ຄົບ​ຮອບ 100 ປີ​ໄດ້​ຈັດ​ຂຶ້ນ​ຢ່າງ​ຄຶກ​ຄື້ນ

2021-07-01 08:34:09 cri

ພິ​ທີ​ສະ​ເຫຼີມ​ສະ​ຫຼອງວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ​ຈີນ​ຄົບ​ຮອບ 100 ປີ​ໄດ້​ຈັດ​ຂຶ້ນ​ຢ່າງ​ຄຶກ​ຄື້ນ_fororder_1127614524_16251034744441n

ວັນ​ທີ 1 ກໍ​ລະ​ກົດ​ນີ້, ພິ​ທີ​ສະ​ເຫຼີມ​ສະ​ຫຼອງວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ​ຈີນ​ຄົບ​ຮອບ 100 ປີ​ໄດ້​ຈັດ​ຂຶ້ນ​ຢູ່​ສະ​ໜາມ​ຫຼວງ​ທ່ຽນ​ອ່ານ​ເໝິນນະ​ຄອນ​ຫຼວງ​ປັກ​ກິ່ງ​ຢ່າງ​ຄຶກ​ຄື້ນ. ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ປະ​ທານ​ປະ​ເທດ​ຈີນ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ດັ່ງ​ກ່າວ​ແລະ​ກ່າວ​ຄຳ​ປາ​ໄສ​ສຳ​ຄັນ.

ຫຼາຍ​ພາກ​ສ່ວນ​ໄດ້​ຂຶ້ນ​ກ່າວ​ຄຳ​ອວຍ​ພອນ​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ​ຈີນ​ຄົບ​ຮອບ 100 ປີ​ເຊັ່ນ: ພັກ​ຝ່າຍ​ປະ​ຊາ​ທິ​ປະ​ໄຕ​ຕ່າງໆ, ສະ​ມາ​ຄົມ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ແລະ​ບຸກ​ຄົນທີ່​ບໍ່​ສັງ​ກັດ​ພັກ​ຝ່າຍໃດ. ​ຜູ້​ຕາງ​ໜາ​ສະ​ມາ​ຊິກຄະ​ນະ​ຊາວ​ໜຸ່ມກອມ​ມູ​ນິດ​ແລະ​ສະ​ມາ​ຊິກກອງ​ເຍົາ​ວະ​ຊົນ, ສະ​ມາ​ຊິກ​ພັກ​ກອມ​ມູ​ນິດ​ຈີນ​ແລະ​ປະ​ຊາ​ຊົນ​ຫຼາຍກວ່າ 7 ໝື່ນ​ຄົນ​ໄດ້ເຂົ້າ​ຮ່ວມ​​ໃນພິ​ທີ​ສະ​ເຫຼີມ​ສະ​ຫຼອງ​ດັ່ງ​ກ່າວ.
 

ພິ​ທີ​ສະ​ເຫຼີມ​ສະ​ຫຼອງວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ​ຈີນ​ຄົບ​ຮອບ 100 ປີ​ໄດ້​ຈັດ​ຂຶ້ນ​ຢ່າງ​ຄຶກ​ຄື້ນ_fororder_1127614524_16251046549811n

ພິ​ທີ​ສະ​ເຫຼີມ​ສະ​ຫຼອງວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ​ຈີນ​ຄົບ​ຮອບ 100 ປີ​ໄດ້​ຈັດ​ຂຶ້ນ​ຢ່າງ​ຄຶກ​ຄື້ນ_fororder_1127614524_16251035067921n

 

ຄຳ​ເຫັນ

0