吳怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລະ​ຄອນ​ໂທ​ລະ​ພາບ: ເຫລັກ​ກ້າ​ທີ່​ຜ່ານ​ການ​ຫລໍ່​ຫລອມ​ຮ້ອຍ​ຄັ້ງ

2021-07-02 10:41:56 cri

    ​ລະ​ຄອນ​ໂທ​ລະ​ພາບ​ເລື່ອງ “ເຫລັກ​ກ້າ​ທີ່​ຜ່ານ​ການ​ຫລໍ່​ຫລອມ​ຮ້ອຍ​ຄັ້ງ” ເປັນ​ລະ​ຄອນ​ກ່ຽວ​ກັບ​ປະ​ຫວັດ​ສາດ​ຂອງ​​ພັກ​ກອມ​ມູ​ນິດຈີນ. ລະ​ຄອນ​ໂທ​ລະ​ພາບ​ເລື່ອງ​ນີ້​ມີ​ເອ​ກະ​ລັກ​ພິ​ເສດ​ຢູ່​ບ່ອນ​ວ່າ​ໄດ້​​ແບ່ງ​ເປັນ 8 ຕອນຕາມ​ເພງ​ອຳ​ມະ​ຕະ 8 ເພງເພື່ອ​ເດີນ​ເລື່ອງ, ​ເນັ້ນ​ໃສ່​ເລື່ອງ​ລາວ​​ເລັກໆ​ນ້ອຍໆຕ່າງໆ​ໃນ​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ນັກ​ປະ​ຕິ​ວັດ ແລະ ​ວິ​ລະ​ຊົນ, ສະ​ແດງ​ໃຫ້​ເຫັນ​ເຖິງ​ສາຍ​ພົວ​ພັນ​ລະ​ຫວ່າງ​ພ​ວກ​ເພິ່ນ​ກັບ​ໝູ່​ເພື່ອນ, ພໍ່​ລູກ, ຜົວ​ເມຍ, ເຊິ່ງ​ໄດ້​ທົບ​ທວນ​ຄືນ​ໄລ​ຍະ​ປະ​ຫວັດ​ສາດ​ອັນ​ສຳ​ຄັນ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ໃນ​ການ​ພັດ​ທະ​ນາ​ເຕີບ​ໃຫຍ່, ສະ​ແດງ​ໃຫ້​ເຫັນ​ເຖິງ 100 ປີ​ທີ່​ຍິ່ງ​ໃຫຍ່​ທີ່​​ຊາວພັກ​ກອມ​ມູ​ນິດ​ຈີນ​ກໍ່​ດ້ວຍ​ຊີວິດ ແລະ​ເລືອດເນື້ອ​.

    ຕອນ​ທີ 1 ແມ່ນ: “​ເພ​ງ​ສາ​ກົນ”, ໂດຍ​ໄດ້​ເວົ້າ​ເຖິງ​ເລື່ອງ​ລາວ​ກ່ຽວ​ກັບ​ນັກ​ປະ​ຕິ​ວັດ​ກອບ​ກູ້​ປະ​ຊາ​ຊົນ​ທີ່​ຕົກ​ເຂົ້າ​ສະ​ພາບ​ເດືອດ​ຮ້ອ​ນ, ຮ່ວມ​ກັນ​ສ້າງ​ຕັ້​ງ​ພັກ​ກອມ​ມູ​ນິດ​ຈີນ. ຕອນ​ທີ 2 ແມ່ນ​ບົດ​ເພງ  “ການ​ເຄື່ອນ​ທັບ​ທາງ​ໄກໝື່ນລີ້”, ໂດຍ​ໄດ້​ເວົ້າ​ເຖິງ​ເຫດ​ການ​ຍິ່ງ​ໃຫຍ່​ ແລະ​ການ​ຍຶດ​ຖື​ຄວາມ​ເຊື່ອ​ຖື​ຂອງກອງ​ທັບ​ສີ​ແດງ. ຕອນ​ທີ 3 ແມ່ນ​ບົດ​ເພງ “ແມ່​ນ້ຳເຫຼືອງ​ພວມແຜດສຽງ”, ໂດຍ​ໄດ້​​ສະ​ແດງ​ໃຫ້​ເຫັນ​ເຖິງ​ບົດ​ບາດ​ສຳ​ຄັນ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ໃນ​ສົງ​ຄາມ​ຕ້ານ​ກັບ​ຍີ່​ປຸ່ນ. ຕອ​ນ​ທີ 4 ແມ່​ນ​ບົດ​ເພງ “ຖ້າບໍ່​ມີ​ພັກ​ກອມ​ມູ​ນິດ​ຈີນ ກໍຈະ​ບໍ່​ມີ ສ​ປຈີນຄືໃນທຸກວັນນີ້”, ໂດຍ​ໄດ້​ພັນ​ລະ​ນາ​ເຖິງ​ພາ​ຍ​ໃຕ້​ການ​ສະ​ໜັບ​ສະ​ໜູນ​ຂອງ​ປະ​ຊາ​ຊົນ​ທົ່ວ​ປະ​ເທດ, ພັກ​ກ​ອມ​ມູ​ນິດ​ຈີນ​ໄດ້​ບຸກ​ທະ​ລຸ​ຄວາມ​ມືດ​ມົນ, ແລ້ວປົດ​ປ່ອຍ​ທົ່ວ​ປະ​ເທດ​ຈີນ. ຕອນ​ທີ 5 ແມ່ນ​ບົດ​ເພງ “​ຜູ້​ຄົນ​ທີ່​ໜ້າ​ຮັກ​ທີ່​ສຸດ”, ໂດ​ຍ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຈິດ​ໃຈ​ລັດ​ທິ​ສາ​ກົນ​ທີ່​ຍິ່ງ​ໃຫຍ່​ຂອງກອງ​ທັບ​ອາ​ສາ​ສະ​ໝັກ​ປ​ະຊາ​ຊົ​ນ​ຈີນ​ໃນ​ສົງ​ຄາມ​ຕ້ານ​ອາ​ເມ​ຣິ​ກາ​ເພື່ອ​ຊ່ວຍ​ເຫລືອ​ເກົາ​ຫລີ. ຕອນ​ທີ 6 ແມ່ນ “​​ສັນ​ລະ​ເສີນ​ປະ​ເທດ​ຊາດ”,​ໂດຍ​ໄດ້​ສຸມ​ໃສ່​ຜົນ​ສຳ​ເລັດ​ອັນ​ຍິ່ງ​ໃຫຍ່​ໃນ​ໄລ​ຍະ​ກໍ່​ສ້າງ ແລະ​ພັດ​ທະ​ນາ​ປະ​ເທດ​ຊາດ, ຄື: ລູກ​ລະ​ເບີດ​ປະ​ລະ​ມາ​ນູ, ຂີປະນາວຸດ​ນຳ​ວິ​ຖີ​ , ດາວ​ທຽມ ແລະ​ອື່ນໆ. ຕອນ​ທີ 7 ແມ່ນ​ບົດ​ເພງ “​ຍົກ​ຈອກ​ເພື່ອ​ຄວາມ​ຫວັງ”, ໂດຍ​ໄດ້​ເອົາ​ຂະ​ແໜງ​ການ​ຫຼໍ່ຫຼອມເຫລັກ​ກ້າເປັນ​ຕົວ​ຢ່າງ, ສະ​ແດງ​ໃຫ້​ເຫັນ​ເຖິງ​ພັກ​ກອມ​ມູ​ນິດ​ຈີ​ນ​ນຳ​ພາ​ປະ​ຊາ​ຊົນ​ທົ່ວ​ປະ​ເທດ​ຈີນ​ດຳ​ເນີນ​ການ​ປະ​ຕິ​ຮູບ ແລະ​ການ​ປະ​ດິດ​ສ້າງ​ໃໝ່​ໃນ​ໄລ​ຍະ​ປະ​ຕິ​ຮູບ ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ. ຕອນ​ທີ 8 ແມ່ນ​ບົດ​ເພງ “ໝູ່​ເພື່ອນ​ຊາວ​ໜຸ່ມ​ມາ​ພົບ​ພໍ້​ກັນ” ​ໂດຍ​ໄດ້​ເວົ້າ​ເຖິງ​ເລື່ອງ​ລາວ​ກ່ຽວ​ກັບ​ຊາວ​ພັກ​ກອມ​ມູ​ນິດ​ຈີນ​ໃນ​ຍຸກ​ສະ​ໄໝ​ໃໝ່​ບໍ່​ລືມ​ອຸ​ດົມ​ການ​ໃນ​ຫົວ​ທີ, ກ້າ​ຮັບ​ຜິດ​ຊອບ, ອຸ​ທິ​​ດວັນ​ເວ​ລາ​ໃນ​ຍາມໄວ​ໜຸ່ມ, ​ເລືອດເນື້ອ ແລະ​ຊີ​ວິດ​​ໃຫ້​ແກ່​ບັ້ນ​ລຶບ​ລ້າງ​ຄວາມ​ທຸກ​ຍາກ.

 

ຄຳ​ເຫັນ

0