吳怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນາງ ຫາວ​ໄຂ​ລີ້ ຄູ​ສອນ​ພາ​ສາ​ຈີນ​ຢູ່​ຕ່າງ​ປະ​ເທດ

2021-08-13 15:20:05 cri

ຈາກ​ຕາ​ຕະ​ລາງ​ເສັ້ນໂຄ້ງ​ຮອດ​ຕົວ​ອັກ​ສອນ ​ແລະຄຳສັບພາ​ສາ​ຈີນ

ຈາກ​ແຂວງ​ຊ່ານ​ຕຸ້ງ​ ສ​ປ ຈີນ ຮອດ​ແຜ່ນ​ດິນໃຫຍ່​ທະ​ວີບ​ອາ​ຟຼີ​ກາ

ໄວ​ໜຸ່ມ​ຂອງ​ຂ້າ​ພະ​ເຈົ້າ​ມີ​ແສງສະຫວ່າງ​ຍ້ອນ​ເຮັດ​ວຽກ​ຂ້າມ​ພາກວິ​ຊາ

ຂ້າ​ພະ​ເຈົ້າ​ເປັນ​ທັງ​ນັກ​ສຶກ​ສາ​ປະ​ລິ​ຍາ​ໂທ​ໃນ​ພາກວິ​ຊາ​ເສດ​ຖະ​ສາດ

ແລະ ຄູ​ສອນ​ພາ​ສາ​ຈີນ​ຂອງ​ສະ​ຖາ​ບັນ​ຂົງ​ຈື້ມະ​ຫາ​ວິ​ທະ​ຍາ​ໄລເຄັນ​ຢາ​ຕາ​ປະ​ເທດເຄັນ​ຢາ

ໃນ​ຕອນ​ຫ​າ​ກໍ່​ຮອດ​ເຄັນ​ຢາ​ໃນ​ປີ 2020

ຂ້າ​ພະ​ເຈົ້າ​​ສຳ​ຜັດ​ໄດ້ເຖິງ​ຄວາມ​ສົນ​ໃຈ​ຂອງ​ນັກ​ສຶກ​ສາ​ທັງຫຼາຍທີ່​ມີ​ຕໍ່​ປະ​ເທດ​ຈີນ ແລະ​ວັດ​ທະ​ນະ​ທຳ​ຈີນ​ຈາກ​ສາຍ​ຕາ​ຂອງ​ເຂົາ​ເຈົ້າ

ຮ້ອງ​ເພງ​ຈີນ ແລະ​ຫລິ້ນ​ເກມ​ຂອງເດັກ​ຈີນ

ແມ່ນ​ຮູບ​ການ​ຮ່ຳ​ຮຽນ​ທີ່​ນັກສຶກ​ສາ​ທັງ​ຫລາຍ​ມັກ​ທີ່​ສຸດ

ເລື່ອງ​ທີ່​ຂ້າ​ພ​ະ​ເຈົ້າ​ຮູ້​ສຶກ​ດີ​ໃຈ​ທີ່​ສຸດ​ກໍ​ຄື

​ນັກ​ສຶກ​ສາ​ທີ່​ຂ້າ​ພະ​ເຈົ້າ​ສິດ​ສອນ​ໄດ້​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ພາ​ສາ​ຈີນ​ຂອງ​ນັກ​ສຶກ​ສາ​ທົ່ວ​ໂລກ

ລາວ​ແຂ່​ງ​ຂັນ​ຜ່ານ​ຫລາຍ​ຮອບ, ສຸດ​ທ້າຍ​ໄດ້​ເຂົ້າ​ຮອບ 30 ຄົນເກັ່ງທົ່ວ​ໂລກ

ໃນ​ທີ່​ສຸດ ລາວ​ໄດ້​ອັນ​ດັບ​ທີ 4 ຂອງ​ເຂດ​ແຂ່ງ​ຂັນ​ທະ​ວີບ​ອາ​ຟຼີ​ກາ

​ເວ​ລາ​ເຄັນ​ຢາ​ເກີດ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ໃນ​ນາມ​ເປັນ​ຄູ​ສອນຂອງ​ປະ​ເທດ​ຈີນ

ຂ້າ​ພະ​ເຈົ້າ​ໄດ້​ຕາງ​ໜ້າ​ປະ​ເທດ​ຊາດ, ບໍ່​ຄວນ​ທໍ້​ຖອຍ

ໃນ​ນາ​ມ​ເປັນ​ສະ​ມາ​ຊິກ​ພັກ​ກອມ​ມູ​ນິດ​ຈີນ, ຂ້າ​ພະ​ເຈົ້າ​ຍິ່ງ​ຄວນ​ບຸກ​ໄປ​ແຖວ​ໜ້າ

ຄຽງ​ບ່າ​ຄຽງ​ໄຫລ່​ກັບ​ພວກ​ນັກ​ສຶກ​ສາ, ຮ່ວມ​ກັນ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19

ເມື່ອ​ນັກ​ສຶກ​ສາ​ໄດ້​ຮ້ອງ​ເພງ “ເຮັດ​ໃຫ້​ໂລກ​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ” ດ້ວຍ​ພາ​ສາ​ຈີນ

​ຂ້າ​ພະ​ເຈົ້າ​ໄດ້​ຮູ້​ສຶກ​ເຖິງ​ພະ​ລັງ​ແຮງ​ຂອງ​ປະ​ເທດ​ຊາດ

ແລະຮູ້ສຶກ​ພູມ​ໃຈ​ທີ່​ເປັນ​ຄົນ​ຈີນ

ທັງ​ໄດ້​ສຳ​ຜັດ​ເຖິງ​ມິ​ດ​ຕະ​ພາບ​ອັນ​ເລິກເຊິ່ງ​ຈາກ​ປະ​ຊາ​ຊົນອາ​ຟຼີ​ກາ

ປັດ​ຈຸ​ບັນ, ຂ້າ​ພະ​ເຈົ້າ​ໄດ້​ເມືອ​ຮອດ​ຈີນ​ແລ້ວ

ແຕ່​ຂ້​າ​ພະ​ເຈົ້າ​ຄິດ​ຮອດ​ນັກ​ສຶກ​ສາ​ເຄັນ​ຢາ​ທຸກ​ມື້

ຂ້າ​ພະ​ເຈົ້າ​ຄອງ​ຄອຍ​ວ່າ: ມື້​ໃດ​ມື້​ໜຶ່ງ

ຈະສາ​ມາດ​ພາ​ເຂົາ​ເຈົ້າ​ສຳ​ຜັດ​ກັບ​ປະ​ເທດ​ຈີນ​ທີ່​ສວຍ​ງາມ

ການສຶກ​ສາ​ ເປັນ​ພາ​ລະ​ກິດ​ທີ່ມີ​ຄວາມ​ເມ​ດ​ຕາ​ຕໍ່​ຄົນ​ອື່ນ

ຂ້​າ​ພະ​ເຈົ້າ​ຫວັງ​ວ່າ​ໂດຍ​ຜ່ານ​ຄວາມ​ພະ​ຍາ​ຍາມ​ຂອ​ງ​ຕົນ ຈະ​ສາ​ມາດ​ເຮັດ​ໃຫ້​ເດັກ​ນ້ອຍ​ທັງ​ຫລາຍ​ສາ​ຜັດ​ກັບ​ໂລກ​ທີ່ກວ້າງ​ໃຫຍ່

ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ໃຈ​ກັນ​ລະ​ຫວ່າງ​ຈີນ ແລະ​ປະ​ເທດອາ​ຟຼີ​ກາ

ສືບ​ທອດ​ມິ​ດ​ຕະ​ພາບ​ລະ​ຫວ່າງ​ສອງ​ຝ່າຍ​ຈາກ​ລຸ້ນ​ນີ້​ສູ່​ລຸ້ນ​ຕໍ່​ໄປ

ບໍ່ໃຫ້​ວັນ​ເວ​ລາ​ຜ່ານ​ໄປ​ລ້າໆ, ບໍ່ໃຫ້​ຄວາມ​ໄຝ່​ຝັນ​ໄຮ້​ຄວາມ​ໝາຍ

ຂ້າ​ພະ​ເຈົ້າ​ແມ່ນ ນາງ ຫາວ​ໄຂ​ລີ້  ຄູ​ສອນ​ພາ​ສາ​ຈີນ​ຢູ່​ຕ່າງ​ປະ​ເທດ

ຄຳ​ເຫັນ

0