黃理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທະ​ຫານ​ອາ​ເມ​ຣິ​ກາ​ໜີ​ອອກ​ໄປ​ແລ້ວ ​ແຕ່ນັກ​ທຸ​ລະ​ກິດ​ຂາຍ​ອາ​ວຸດ​ຂອງ​ອາ​ເມ​ຣິ​ກາ​ກໍ “​ຮັ່ງ​ຂຶ້ນແລ້ວ”!

2021-08-26 19:17:51 cri

ຕະຫຼອດ​ໄລ​ຍະ 20 ປີ​ຜ່ານ​ມາ, ອາ​ເມ​ຣິ​ກາ​ໄດ້​ເສຍ​ງົບ​ປະ​ມານຫຼາຍ​ພັນ​ຕື້​ໂດ​ລາ​ສະ​ຫະ​ລັດ​ ແລະ ທະ​ຫານ​ອາ​ເມ​ຣິ​ກາ​ໄດ້​ເສຍ​ຊີ​ວິດຫຼາຍ​ພັນ​ຄົນ​ຢູ່​ອັ​ຟ​ກາ​ນິ​ສະ​ຖານ, ​ຍ້ອນ​ຈຸດ​ປະ​ສົງ​ຢາກ​ສ້າງ​ປະ​ເທດ​ປະ​ຊາ​ທິ​ປະ​ໄຕ​ແບບ​ຕາ​ເວັນ​ຕົກ​ຢູ່​ອັ​ຟ​ກາ​ນິ​ສະ​ຖານ.

ແຕ່​ວ່າ: ພາຍຫຼັງ​ກຸ່ມ​ຕາ​ລີ​ບັນ​ໄດ້​​ຍຶດ​ຄອງ​ອັ​ຟ​ກາ​ນິ​ສະ​ຖານ​​ໄດ້ໄວ​ແບບ​ເໜືອ​ຄວາມ​ຄາດ​ຄິດ​ຂອງ​ຄົນ​ທັງຫຼາຍ​ແລ້ວ, ​ຈຸດ​ປະ​ສົງຂອງ​ອາ​ເມ​ຣິ​ກາ​ໄດ້​ກາຍ​ເປັນ​ຄວາມ​ເພີ້​ຝັນ​ທັງ​ໝົດ, ກອງ​ທັ​ບ​ອາ​ເມ​ຣິ​ກາ ທີ່​ຖືກ​ຍ້ອງ​ໃຫ້​ເປັນ​ກອງ​ທັບ​ທີ່​ເຂັ້ມ​ແຂງ​ທີ່​ສຸດ​ໃນ​ໂລກ​ ໄດ້​​ພາ​ກັນໜີ​ອອກ​ຈາກ​ອັ​ຟ​ກາ​ນິ​ສະ​ຖານ​ຢ່າງ​ຟ້າວ​ຟັ່ງ, ​ແມ່ນ​ແຕ່​ຂັ້ນ​ຕອນ​ການ​ໜີ​ອອກ​ຈາກ​ອັ​ຟ​ກາ​ນິ​ສະ​ຖານ​ທີ່​ວາງ​ໄວ້​ໃຫ້​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ ກໍ​ໄດ້​ກາຍ​ເປັນ​ຄວາມ​ເພີ້​ຝັນ​ເຊັ່ນ​ກັນ.

ໜ່ວຍ​ງານ​ຄົ້ນ​ຄວ້າ​ຫົວ​ຂໍ້ “ຕົ້ນ​ທຶນ​ສົງ​ຄາມ” ຂອງ​ມະ​ຫາ​ວິ​ທະ​ຍ​ໄລ​ບ​ຣາ​ວ​ຂອງ​ອາ​ເມ​ຣິ​ກາ​ ໄດ້​ຄາດ​ຄະ​ເນ​ຕົ້ນ​ທຶນ​ຂອງ​ສົງ​ຄາມ​​ໃນອັ​ຟ​ກາ​ນິ​ສະ​ຖານ​ວ່າ: ​ນັ​ບ​ລວມ​ແລ້ວ, ອາ​ເມ​ຣິ​ກາ​ໄດ້​ເສຍ​ງົບ​​ທາງ​ການ​ທະ​ຫານ​ຢູ່ອັ​ຟ​ກາ​ນິ​ສະ​ຖານປະ​ມານ 2.260 ຕື້​ໂດ​ລາ​ສະ​ຫະ​ລັດ, ເທົ່າ​ກັບ​ວ່າ ​ຕະຫຼອດ​ໄລ​ຍະ 20 ປີ​ຜ່ານ​ມາ, ຄິດ​ສະ​ເລ່ຍ​ແລ້ວ, ມື້​ໜຶ່ງ​ ອາ​ເມ​ຣິ​ກາ​ຕ້ອງ​ເສຍ​ງົບ​ປະ​ມານ 300 ລ້ານ​ໂດ​ລາ​ສະ​ຫະ​ລັດ​ຢູ່​ອັ​ຟ​ກາ​ນິ​ສະ​ຖານ! ນອກ​ນັ້ນ, ອີງ​ຕາມ​ການ​ລາຍ​ງານ​ຂ່າວ​ຂອງ​ຂ່າວ​ສານ​ອາ​ເປ​ຂອງ​ອາ​ເມ​ຣິ​ກາ​ໄດ້​ໃຫ້​ຮູ້ວ່າ: ອາ​ເມ​ຣິ​ກາ​ໄດ້​ລະ​ດົມ​ທຶນ​ເປັນ​ຈຳ​ນວນຫຼວງຫຼາຍ ​ເພື່ອ​ກໍ່​ສົງ​ຄາມ​ຢູ່​ອັ​ຟ​ກາ​ນິ​ສະ​ຖານ. ເມື່ອ​ຮອດ​ປີ 2050, ຕົ້ນ​ທຶນ​ແລະ​ດອກ​ເບ້ຍ​ຂອງໜີ້​ສິນ​ໃນ​ການ​ລະ​ດົມ​ທຶນ​ດັ່ງ​ກ່າວ ​ຈະ​ສູງ​ເຖິງ 6.500 ຕື້​ໂດ​ລາ​ສະ​ຫະ​ລັດ ເຊິ່ງ​ຍັງ​ບໍ່​ທັນ​ລວມ​ຄ່າ​ປິ່ນ​ປົວ​ສຳ​ລັບ​ທະ​ຫານ​ທີ່​ຖືກ​ບາດ​ເຈັບ ຫຼື ​ພິ​ການ ແລະ ຄ່າ​ໃຊ້​ຈ່າຍ​ອື່ນໆ​ໃນ​ສົງ​ຄາມ​ອັ​ຟ​ກາ​ນິ​ສະ​ຖານ.

ເຖິງວ່າ​ການ​ປະ​ລາ​ໄຊ​ໃນ​ສົງ​ຄາມ​ອັ​ຟ​ກາ​ນິ​ສະ​ຖານ​ ໄດ້​ທຳ​ລາຍ​ພາບ​ພົດ​ຂອງ​ອາ​ເມ​ຣິ​ກາ​ໃນ​ສາ​ກົນ​ຢ່າງ​ໜັກ​ໜ່ວງ​ກໍ​ຕາມ, ແຕ່​ນັກ​ທຸ​ລະ​ກິດ​ຄ້າ​ຂາຍ​ອາ​ວຸດ​ຂອງ​ອາ​ເມ​ຣິ​ກາ​ພັດ ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຢ່າງຫຼວງຫຼາຍ​​ ຕະຫຼອດ​ໄລ​ຍະ 20 ປີ ທີ່​ເຮັດ​ສົງ​ຄາມ​ຢູ່​ອັ​ຟ​ກາ​ນິ​ສະ​ຖານ. ຕະຫຼອດ​ໄລ​ຍະ 20 ປີ​ຜ່ານ​ມາ, ລາ​ຄາ​ຫຸ້ນ​ຂອງ​ບໍ​ລິ​ສັດນອດ​ທ​ຣູບ ກ​ຣຳ​ແມນ ທີ່​ເປັນ​ບໍ​ລິ​ສັດ​ຜະ​ລິດ​ອາ​ວຸດ​ຂອງ​ອາ​ເມ​ຣິ​ກາ​ ໄດ້​ເພີ່ມ​ຂຶ້ນເກືອບ 880%, ລາ​ຄາ​ຫຸ້ນ​ຂອງ​ບໍ​ລິ​ສັດ​ລັອກ​ຮີດ ມາ​ຕິນ​ ໄດ້​ເພີ່ມ​ຂຶ້ນ 834%, ລາ​ຄາ​ຫຸ້ນ​ຂອງ​ບໍ​ລິ​ສັດ​ໂບ​ອິງ ​ໄດ້​ເພີ່ມ​ຂຶ້ນ 439% ແລະ ລາ​ຄາ​ຫຸ້ນ​ຂອງ​ບໍ​ລິ​ສັດ​ເຈ​ເນີ​ໂຣ ໄດ​ນາ​ມິກ​ສ ​ໄດ້​ເພີ່ມ​ຂຶ້ນ 422%. ​ຄະ​ນະ​​ບໍ​ລິ​ຫານ​ງານຂອງ​ບໍ​ລິ​ສັດ​ເຫຼົ່າ​ນີ້ ​ລວມ​ທັງ​ອະ​ດີດ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ, ອະ​ດີດ​ຜູ້​ບັນ​ຊາ​ການ​ສູງ​ສຸດກອງ​ທັບ​ເຮືອ ແລະ ອະ​ດີດ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ອາ​ເມ​ຣິ​ກາ. ພວກ​ເຂົາ​ໄດ້ “​ຮັ່ງ​ຂຶ້ນ” ຍ້ອນ​ສົງ​ຄາມ​ອັ​ຟ​ກາ​ນິ​ສະ​ຖານ, ເຖິງວ່າ​ອັ​ຟ​ກາ​ນິ​ສະ​ຖານ​ທຸກ​ຍາກ​ທີ່​ສຸດ​ກໍ​ຕາມ, ແຕ່​ພັດ​ໄດ້​ກາຍ​ເປັນ “​ຂຸມ​ຄຳ” ຂອງ​ນັກ​ທຸ​ລະ​ກິດ​ຄ້າ​ຂາຍ​ອາ​ວຸດ​ຂອງ​ອາ​ເມ​ຣິ​ກາ.

ປີ 2011, ທ່ານ​ຈູ​ລຽນ ​ແອດ​ຊັນ ຜູ້​​ສ້າງ​ຕັ້ງບໍ​ລິ​ສັດ​ວີ​ກີ​ລີກ​ສ​ຂອງ​ອາ​ເມ​ຣິ​ກາ​​ໄດ້ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ວ່າ: ຈຸດ​ປະ​ສົງ​ການ​ກໍ່​ສົງ​ຄາມ​​ຢູ່ອັ​ຟ​ກາ​ນິ​ສະ​ຖານ​ຂອງ​ອາ​ເມ​ຣິ​ກາ ​ກໍ​ແມ່ນ​​ຢາກ​ສວຍ​ໃຊ້ອັ​ຟ​ກາ​ນິ​ສະ​ຖານ ເພື່ອ​​ຟອກ​ເງິນ​ຈາກ​ພາ​ສີ​ອາ​ກອນ​ຂອງ​ອາ​ເມ​ຣິ​ກາ​ແລະ​ເອີ​ຣົບ, ໃນ​ທີ່​ສຸດ, ເງິນ​ເຫຼົ່າ​ນີ້ ​​ກໍ່ຈະ​ກັບ​ຄືນ​​ເຂົ້າ​ກະ​ເປົາ​ເງິນ​ຂອງ​ຊົນ​ຊັ້ນ​​ສູງ​ຂອງ​ອາ​ເມ​ຣິ​ກາ. ພວກ​ເຂົາ​ເຈົ້າ​ຈະ​ບໍ່​ສົນ​ໃຈ​ວ່າ: ສົງ​ຄາມ​ຈະ​ໄດ້​ຮັບ​ໄຊ​ຊະ​ນະຫຼື​ບໍ່​.

ຕະຫຼອດ​ໄລ​ຍະ 20 ປີ​ຜ່ານ​ມາ, ປະ​ຊາ​ຊົນ​ທຳ​ມະ​ດາ​ສາ​ມັນ​ຢູ່​ອັ​ຟ​ກາ​ນິ​ສະ​ຖານ 1 ແສນກວ່າ​ຄົນ ​​ໄດ້ເສຍ​ຊີ​ວິດ​ຍ້ອນ​ອາ​ເມ​ຣິ​ກາ​ແລະ​ພັນ​ທະ​ມິດ​ຂອງ​ເຂົາ, ຍັງ​ມີ 10 ກວ່າ​ລ້ານຄົນ​ຈຳ​ເປັນ​ຕ້ອງ​ຊັດ​ເຊ​ພະ​ເນ​ຈອນ. ​ເລືອດ​ຂອງ​ປະ​ຊາ​ຊົນ​ອັ​ຟ​ກາ​ນິ​ສະ​ຖານ ​ໄດ້​ໄຫຼ​​ແປດ​ເປື້ອນເງິນ​ຄຳ​​ທີ່​ຢູ່ໃນ​​ກະ​ເປົາຂອງ​ນັກ​ທຸ​ລະ​ກິດ​ຄ້າ​ຂາຍ​ອາ​ວຸດ​ຂອງ​ອາ​ເມ​ຣິ​ກາ​. ບໍ່​ວ່າ​ອະ​ນາ​ຄົດ​ຂອງ​ອັ​ຟ​ກາ​ນິ​ສະ​ຖານ​ ຈະ​ເປັນໄປ​ຄື​ແນວ​ໃດ, ແຕ່​ອາ​ເມ​ຣິ​ກາ​ຈະ​ບໍ່​ສາ​ມາດ​ລຶບ​ລ້າງ​ປະ​ຫວັດ​ສາດ​ທີ່​ອັບ​ປະ​ຍົດ​ທີ່​ສຸດ​ນີ້​ໄດ້.

 

ຄຳ​ເຫັນ

0