ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວັນທີ 3 ກັນຍານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເຂົ້າຮ່ວມພິທີເປີດກອງປະຊຸມເວທີປຶກສາຫາລືເສດຖະກິດຕາເວັນອອກຄັ້ງທີ 6 ຜ່ານທາງວີດີໂອທັງໄດ້ກ່າວຄຳປາໄສ.
ທ່ານສີຈິ້ນຜິງກ່າວວ່າ:ວັນທີ 3 ກັນຍານີ້ແມ່ນວັນລະນຶກສົງຄາມປະຊາຊົນຈີນຕໍ່ຕ້ານຟາຊິດຍີ່ປຸ່ນຜູ້ຮຸກຖານ ແລະ ສົງຄາມຕ້ານຟາຊິດຂອງໂລກໄດ້ຮັບໄຊຊະນະຄົບຮອບ 76 ປີ. ປະຊາຄົມໂລກຄວນເດັດດ່ຽວປົກປັກຮັກສາໝາກຜົນແຫ່ງໄຊຊະນະຂອງສົງຄາມໂລກຄັ້ງທີ 2, ປົກປັກຮັກສາຄວາມເປັນຈິງຂອງປະຫວັດສາດ, ຍຶດໝັ້ນການຖືເອົາປະຫວັດສາດເປັນແວ່ນແຍງ, ແລະປະດິດສ້າງອະນາຄົດ. ໃນເດືອນມິຖຸນາປີນີ້, ຂ້າພະເຈົ້າໄດ້ພົບປະກັບທ່ານປະທານາທິບໍດີປູຕິນຜ່ານທາງວີດີໂອຢ່າງສຳເລັດຜົນ, ຮວ່ມກັນປະກາດວ່າຈະຂະຫຍາຍເວລາຂອງ “ສັນຍາວ່າດ້ວຍການຮ່ວມມືໄມຕີຈິດມິດຕະພາບຖານບ້ານໃກ້ເຮືອນຄຽງລະຫວ່າງຈີນ-ຣັດເຊຍ”, ໄດ້ບັນລຸຄວາມເຫັນທີ່ເປັນເອກະພາບກັນອັນໃໝ່ກ່ຽວກັບບັນຫາສຳຄັນຕ່າງໆ, ເຊັ່ນ: ເພີ່ມທະວີການປະສານງານດ້ານຍຸດທະສາດ, ແລະການຮ່ວມມືຕົວຈິງຮອບດ້ານລະຫວ່າງຈີນ-ຣັດເຊຍ ແລະອື່ນໆ, ການພົວພັນຄູ່ປະສານງານຍຸດທະສາດຮອບດ້ານລະຫວ່າງຈີນ-ຣັດເຊຍໃນຍຸກໃໝ່ມີແຮງຂັບເຄື່ອນທີ່ແຂງແຮງ ແລະ ມີອະນາຄົດທີ່ກວ້າງຂວາງ.
ທ່ານສີຈິ້ນຜິງກ່າວເນັ້ນວ່າ: ປະຈຸບັນນີ້, ສະພາບການຂອງໂລກໄດ້ມີການປ່ຽນແປງຢ່າງເລິກເຊິ່ງ, ການແຜ່ລະບາດຂອງພະຍາດໂຄວິດ-19ມີຄວາມບໍ່ແນ່ນອນ, ການຟື້ນຟູເສດຖະກິດໂລກຄືນໃໝ່ພົບກັບຄວາມລຳບາກ. ການຮ່ວມມືຂອງພາກພື້ນອາຊີຕາເວັນອອກສຽງເໜືອພວມປະເຊີນໜ້າກັບສິ່ງທ້າທາຍທີ່ຂ້ຽວຂາດ ແລະໄດ້ປະເຊີນໜ້າກັບກາລະໂອກາດທີ່ສຳຄັນເຊັ່ນກັນ. ຝ່າຍຕ່າງໆຄວນອີງໃສ່ພາກພື້ນ ແລະ ເລັງສາຍຕາໄປສູ່ໂລກ, ຮ່ວມກັນຜ່ານຜ່າຄວາມຫຍຸ້ງຍາກ, ແລະສະແຫວງຫາການພັດທະນາຮ່ວມກັນ.
ພວກເຮົາຄວນຊ່ວຍເຫຼືອເຊິ່ງກັນແລະກັນ ໃນການຮັບມືກັບພະຍາດໂຄວິດ-19, ເພີ່ມທະວີການຮ່ວມມືໃນການຄົ້ນຄວ້າຜະລິດວັກຊີນ, ສະໜອງຜະລິດຕະພັນສາທາລະນະໃຫ້ປະຊາຄົມໂລກຫຼາຍກວ່າເກົ່າ, ເດັດດ່ຽວຄັດຄ້ານການຫັນບັນຫາກ່ຽວກັບວັກຊີນ ແລະ ການສຳຫຼວດຫາແຫຼ່ງກຳເນີດຂອງເຊື້ອພະຍາດໂຄວິດ-19ເປັນບັນຫາການເມືອງ, ອອກແຮງຊຸກຍູ້ການສ້າງປະຊາຄົມສາທາລະນະສຸກຂອງມວນມະນຸດ.
ພວກເຮົາຄວນອອກແຮງຢ່າງຕໍ່ເນື່ອງໃນການຊຸກຍູ້ການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ, ລົງເລິກການຮ່ວມມືເພື່ອເຊື່ອມຈອດການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ກັບສະຫະພັນເສດຖະກິດເອີຣົບ-ອາຊີ, ສະໜັບສະໜູນການປະດິດສ້າງໃໝ່ ແລະ ການພັດທະນາເສດຖະກິດດີຈີຕອນ, ຮ່ວມກັນຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຊຸກຍູ້ການພັດທະນາເສດຖະກິດສັງຄົມຂອງພາກພື້ນ.
ພວກເຮົາຄວນຮ່ວມແຮງຮ່ວມໃຈກັນໃນການປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນ, ຜ່ານການສົນທະນາ ແລະແລກປ່ຽນຄວາມຄິດເຫັນເພື່ອແກ້ໄຂຄວາມເຫັນທີ່ຂັດແຍ່ງກັນ, ເຕົ້າໂຮມຄວາມເຫັນທີ່ເປັນເອກະພາບກັນ, ສ້າງທັດສະນະກ່ຽວກັບຄວາມໝັ້ນຄົງຮ່ວມ, ສັງລວມ, ການຮ່ວມມື ແລະ ຍືນຍົງ, ຮ່ວມມືກັນສ້າງບ້ານເມືອງຮ່ວມກັນຢ່າງກົມກຽວ ແລະ ສະຫງົບສຸກ.
ທ່ານສີຈິ້ນຜິງຍັງກ່າວຕື່ມວ່າ, ປີນີ້ແມ່ນປີທີ່ພັກກອມມູນິດຈີນສ້າງຕັ້ງຂຶ້ນຄົບຮອບ 100 ປີ, ຈີນໄດ້ເປີດຂະບວນການໃໝ່ໃນການສ້າງສາປະເທດສັງຄົມນິຍົມທີ່ທັນສະໄໝຢ່າງຮອບດ້ານ. ຈີນຍິນດີຮ່ວມກັບຝ່າຍຕ່າງໆສຸມຄວາມພະຍາຍາມ, ປະຕິບັດຕາມລັດທິຫຼາຍຝ່າຍຢ່າງແທ້ຈິງ, ສ້າງຄວາມໄວ້ເນື້ອເຊື່ອໃຈກັນ ແລະ ຄວາມປອງດອງກັນ, ຮ່ວມມືກັນແບບຕ່າງຝ່າຍຕ່າງມີຜົນປະໂຫຍດ, ກ້າວໄປສູ່ເປົ້າໝາຍຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດຢ່າງໜັກແໜ້ນ.
ຄຳເຫັນ
0