秦瑛蓮

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໂບດແຫ່ງໜຶ່ງຢູ່ຟິລິບປິນເກີດການຕິດເຊື້ອພະຍາດໂຄວິດ-19 ເປັນກຸ່ມ

2021-09-16 14:15:19 cri

ວັນ​ທີ 15 ກັນ​ຍາ​ນີ້, ​ຄະ​ນະ​ສະ​ເພາະ​ກິດ​ເພື່ອ​ປ້ອງ​ກັນ ແລະ​ຄວບ​ຄຸມ​ພະ​ຍາດ​ລະ​ບາດ​ຂອງ​ນະ​ຄອນ​ເກ​ຊອນປະ​ເທດ​ຟິ​ລິ​ບ​ປິນ​ໄດ້​ຢຶນ​ຢັນ​ວ່າ: ຢູ່​ໂບດແຫ່ງ​ໜຶ່ງ​ຂອງ​ນະ​ຄອນເກ​ຊອນ​ໄດ້​ເກີດ​ມີ​ການ​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19 ແບບ​ເປັນ​ກຸ່ມ ເຊິ່ງ​ຜົນ​​ການກວດ​ນິວ​ຄະ​ເລ​ອິກ​ຫາ​ເຊື້ອ​ໄວ​ຣັດ​ໂຄວິດ-19 ຂອງ 114 ຄົນ​ເປັ​ນ​ຜົນ​ບວກ, ໃນ​ນັ້ນ, ລວມ​ທັງ​ແມ່​ຊີ 61 ຄົນ.

ມາ​ຮອດ​ປັດ​ຈຸ​ບັນ​ນີ້, ໃນ​ຈຳ​ນວນ 114 ຄົນ​ທີ່​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ດັ່ງ​ກ່າວ​ນັ້ນ, ມີ 86 ຄົນ​​ມີອາ​ການ​ເບົາ, 4 ຄົນມີອາ​ການ​ປານ​ກາງ, 2 ຄົນມີ​ອາ​ການ​ໜັກ ແລະ 22 ຄົນ​ທີ່​ເຫຼືອ​ນັ້ນ​ແມ່ນ​ບໍ່ສະ​ແດງ​ອາ​ການ​ເລີຍ. ບ້ານ​ທີ່​ໂບດ​ຕັ້ງ​ຢູ່​ນັ້ນ​ຖືກ​ປິດແລ້ວ.

ຄຳ​ເຫັນ

0