ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ໃນວັນທີ20ກັນຍານີ້, ທະນາຄານກາງມຽນມາໄດ້ປ້ອນເງິນອີກ15ລ້ານໂດລາສະຫະລັດເຂົ້າຕະຫຼາດເພື່ອເຮັດໃຫ້ອັດຕາແລກປ່ຽນມີຄວາມໝັ້ນທ່ຽງ,ເຊິ່ງປັດຈຸບັນອັດຕາແລກປ່ຽນແມ່ນ1.750ຈາດຕໍ່1ໂດລາ. ມາຮອດປັດຈຸບັນ, ທະນາຄານກາງມຽນມາໄດ້ປ້ອນເງິນເຂົ້າຕະຫຼາດແລ້ວ34ເທື່ອ ເປັນວົງເງິນ159,8ລ້ານໂດລານັບແຕ່ຕົ້ນປີນີ້ເປັນຕົ້ນມາ,ໃນນັ້ນແຕ່ເດືອນກັນຍາເປັນຕົ້ນມາໄດ້ປ້ອນເງິນເຂົ້າຕະຫຼາດແລ້ວ3ເທື່ອ ເປັນເງິນທັງໝົດ38ລ້ານໂດລາ.
ແຕ່ເດືອນກຸມພາປີນີ້ເປັນຕົ້ນມາ,ອັດຕາແລກປ່ຽນລະຫວ່າງເງິນຈາດກັບໂດລາສະຫະລັດໄດ້ອ່ອນຄ່າລົງລຽນຕິດນັບແຕ່ລະດັບ1.330ຈາດຕໍ່1ໂດລາ,ເຖິງວ່າທະນາຄານກາງມຽນມາໄດ້ປ້ອນເງິນເຂົ້າຕະຫຼາດແລ້ວ30ກວ່າເທື່ອເປັນເງິນຫຼາຍກວ່າ150ລ້ານໂດລາເພື່ອໃຫ້ອັດຕາແລກປ່ຽນມີຄວາມໝັ້ນທ່ຽງ,ແຕ່ກໍ່ຍັງບໍ່ສາມາດສະກັດກັ້ນທ່ວງທ່າທີ່ເງິນຈາດອ່ອນຄ່າໄດ້. ມາຮອດກາງເດືອນກັນຍານີ້,ອັດຕາແລກປ່ຽນເງິນຈາດຕໍ່ໂດລາໃນຕະຫຼາດມຽນມາແມ່ນຕ່ຳກວ່າ2.000ຈາດຕໍ່1ໂດລາ,ໃນໄລຍະນີ້ ເຄີຍມີສະຖິຕິທີ່ຄ່າເງິນອ່ອນຄ່າທີ່ສຸດໃນປະຫວັດສາດຫຼາຍເທື່ອ. ພ້ອມກັນນັ້ນ ອັດຕາແລກປ່ຽນເງິນຕາທີ່ປະກາດໂດຍທະນາຄານກາງມຽນມາ ແລະອັດຕາແລກປ່ຽນເງິນຕາໃນຕະຫຼາດ ກໍມີຄວາມແຕກໂຕນກັນຫຼາຍຂຶ້ນຢ່າງບໍ່ຢຸດຢັ້ງ.
ຄຳເຫັນ
0