ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວັນທີ 21 ກັນຍານີ້, ໃນເວລາຖະແຫຼງຂ່າວ, ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງ ສາທາລະນະສຸກກ່າວວ່າ: ລັດຖະບານລາວ ຈະມີແຜນສັກວັກຊີນໃຫ້ກຸ່ມຄົນອາຍຸ 12-17 ປີ ເພື່ອໃຫ້ສາມາດເປີດການຮຽນ-ການສອນໄດ້, ເຊິ່ງປັດຈຸບັນ ລັດຖະບານກໍາລັງຈັດຫາວັກຊີນໃຫ້ພຽງພໍ ເພື່ອສະໜອງໃຫ້ກຸ່ມເປົ້າໝາຍເຫຼົ່ານີ້.
ທ່ານ ບຸນແຝງ ພູມມະໄລສິດ ຍັງໃຫ້ຮູ້ຕື່ມວ່າ: ຫຼັງຈາກການລັອກດາວຜ່ານໄປແລ້ວ ຂໍແຈ້ງໃຫ້ບັນດາທ່ານຮີບຮ້ອນສັກວັກຊີນ, ໃຫ້ພົນລະເມືອງສ່ວນຫຼາຍ ໃຫ້ໄດ້ຮັບພູມຄຸ້ມກັນຫມູ່ ແລະ ມີອັດຕາປົກຄຸມໄດ້ຕາມຄາດຫມາຍ ລວມທັງຜູ້ມີອາຍຸ 17 ປີ, ແມ່ຍິງຖືພາແຕ່ 12 ອາທິດຂຶ້ນໄປ. ທ່ານລັດຖະມົນຕີຍັງຮຽກຮ້ອງໃຫ້ບັນດາກຸ່ມເປົ້າຫມາຍບູລິມະສິດນັ້ນ ຈົ່ງພ້ອມກັນໄປຮັບການສັກວັກຊີນຢ່າງຮີບດ່ວນ, ເພື່ອຫຼຸດຜ່ອນການລະບາດຂອງພະຍາດ COVID-19 ຢູ່ໃນ ສປປ ລາວ.
ຄຳເຫັນ
0