鄭林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເອກ​ອັກ​ຄະ​ລັດ​ຖະ​ທູດ​ຝ​ລັ່ງ​ຈະ​ກັບ​ຄືນໄປປະ​ຈຳ​ຢູ່​ອາ​ເມ​ຣິ​ກາ​ຄື​ເກົ່າ​ໃນ​ອາ​ທິດ​ໜ້າ

2021-09-23 17:16:28 cri

​ວັນ​ທີ22ກັນ​ຍານີ້,ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ​ຝ​ລັ່ງ​ໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ​ໂດຍ​ກ່າວ​ວ່າ: ​ມື້​ດຽວ​ກັນ ທ່ານ​ເອມ​ມາ​ນູແອນ ມາ​ຄ​ຣົງ ປະ​ທາ​ນາ​ທິ​ບໍ​ດີ​ຝ​ລັ່ງ​ແລະທ່ານ​​ໂຈ ໄບ​ເດັນ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາໄດ້​ໂທ​ລະ​ສັບ​ສົນ​ທະ​ນາ​ກັນ​ກ່ຽວ​ກັບ​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ. ທ່ານມາ​ຄ​ຣົງ​​ໄດ້ຕົກ​ລົງ​ວ່າ ເອກ​ອັກ​ຄະ​ລັດ​ຖະ​ທູດ​​ຝ​ລັ່ງ​ປະ​ຈຳ​ອາ​ເມ​ຣິ​ກາ​ທີ່​ໄດ້​ຮຽກ​ກັບ​ຄືນ​ປະ​ເທດ​ກ່ອນ​ໜ້ານີ້ ຈະ​ກັບ​ຄືນ​ໄປປະ​ຕິ​ບັດ​ໜ້າ​ທີ່​ປະ​ຈຳ​ຢູ່​ອາ​ເມ​ຣິ​ກາ​​ຄື​ເກົ່າ​ໃນ​ອາ​ທິດ​ໜ້າ.

​ຖະ​ແຫຼງ​ການ​ກ່າວ​ວ່າ: ໂດຍ​ອີງ​ຕາມ​ຄວາມ​ຮຽກ​ຮ້ອງຂອງ​ທ່ານ​ໂ​ຈ ໄບເດັນ,ຜູ້​ນຳ​ສອງ​ປະ​ເທດ​ໄດ້​ໂທ​ລະ​ສັບ​ສົນ​ທະ​ນາ​ກັນ​ໃນ​ມື້​ດຽວ​ກັນ.ສອງ​ຝ່າຍ​ໄດ້​ເປັນ​ເອ​ກະ​ພາບ​ກັນ​ໂດຍ​ເຫັນ​ວ່າ: ຖ້າ​ວ່າ​ເປີດກວ້າງການ​ປຶກ​ສາ​ຫາ​ລື​​ໃນບັນ​ຫາທີ່ກ່ຽວ​ພັນ​ເຖິງ​ຜົນ​ປະ​ໂຫຍດ​ທາງ​ຍຸດ​ທະ​ສາດ​ຂອງ​ຝ​ລັ່ງ​ແລະ​ປະ​ເທດ​ພັນ​ທະ​ມິດ​ເອີ​ລົບ,​ກໍ່ຈະ​ສາ​ມາດ​ຫຼີກ​​ລ່ຽງ​ສະ​ພາບ​ການ​ໃນ​ປັດ​ຈຸ​​ບັນໄດ້. ຜູ້​ນຳ​ສອງ​ປະ​ເທດ​ເຫັນ​ດີ​ວ່າ​ຈະ​ເລີ່ມ​ຂະ​ບວນ​ການ​ປຶກ​ສາ​ຫາ​ລື​ກັນ​ຢ່າງ​ເລິກ​ເຊິ່ງ ​ເຊິ່ງຈະ​ຈັດ​ໃຫ້​ມີ​ການ​ພົບ​ປະ​ກັນ​ຢູ່​ເອີ​ລົບ​ໃນ​ທ້າຍ​ເດືອນ​ຕຸ​ລາໜ້ານີ້.

ຄຳ​ເຫັນ

0