蒙龍

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ວາງ​ຢີ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ລະ​ດັ​ບ​ສູງ​ເພື່ອລະ​ນຶກວັນ​ຄົບ​ຮອບ 20 ປີ​ຂອງ​ການ​ຮັບ​ຮອງ “​ຖະ​ແຫຼງ​ການ​ແລະ​ໂຄງ​ການ​ດຳ​ເນີນ​ງານ​ເດີ​ບັນ”

2021-09-23 15:19:41 CRI

ວັນ​ທີ 22 ກັນ​ຍາ​ນີ້, ທ່ານ​ວາງ​ຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ປາ​ໄສ​ໃນກອງ​ປະ​ຊຸມ​ລະ​ດັ​ບ​ສູງ​​ເພື່ອລະ​ນຶກວັນ​ຄົບ​ຮອບ 20 ປີ​ຂອງ​ການ​ຮັບ​ຮອງ “​ຖະ​ແຫຼງ​ການ​ແລະ​ໂຄງ​ການ​ດຳ​ເນີນ​ງານ​ເດີ​ບັນ” ​ຜ່ານ​ທາງວິ​ດີ​ໂອ.

ທ່ານ​ວາງ​ຢີ້​ກ່າວ​ວ່າ: “​ຖະ​ແຫຼງ​ການ​ແລະ​ໂຄງ​ການ​ດຳ​ເນີນ​ງານ​ເດີ​ບັນ” ແມ່ນ​ຄັນ​ທຸງ​ຕ້ານ​ລັດ​ທິຊາດນິ​ຍົມຂອງ​ໂລກ ແລະ ກໍ​ແມ່ນ​ຄຳ​ໝັ້ນ​ສັນ​ຍາ​ຮ່ວມ​ຂອງ​ປະ​ເທດ​ຕ່າງໆ. ການ​ຄ້າ​ຂ້າ​ທາດ ແລະ ລັດ​ທິ​ລ່າ​ເມືອງ​ຂຶ້ນ​ແມ່​ນ​ຮາກ​ເຫງົ້າ​ຕົ້ນ​ຕໍ​ຂອງ​ລັດ​ທິຊາດນິ​ຍົມ. ທ່ານ​ກ່າວ​ຕື່ມ​ວ່າ: ຈີນ​ຮຽກ​ຮ້ອງ​ໃຫ້​ປະ​ເທດ​ຕ່າງໆ​ສືບ​ຕໍ່​ຍຶດ​ໝັ້ນ​ໃນ​ທ່າ​ທີ “ບໍ່​ໂຍະ​ຍານ​ຢ່າງ​ເດັດ​ຂາດ”, ສ້າງ​ ແລະ ປັບ​ປຸງ​ເນື້ອ​ໃນ​ຕາມຂອບ​ກົດ​ໝາຍ​ເພື່ອ​ຕໍ່​ຕ້ານລັດ​ທິ​ຊາດນິ​ຍົມ​ໃຫ້​ສົມ​ບູນ​ຂຶ້ນ; ມີ​ຈຸດ​ຢືນ​ໃຫ້​ເພີ່ມ​ທະ​ວີ​ການ​ສົນ​ທະ​ນາ​ແລະ​ການ​ແລກ​ປ່ຽນ​ລະ​ຫວ່າງ​ເຊື້ອ​ຊາດ​ຕ່າງໆ ແລະ ວັດ​ທະ​ນະ​ທຳ​ຕ່າງໆ; ຮຽກ​ຮ້ອງ​​ການ​ຮັບ​ປະ​ກັນ​ໃຫ້​ທຸກ​ຄົນ​ລ້ວນ​ແຕ່​ມີ​ສິດ​ພັດ​ທະ​ນາ, ລຶບ​ລ້າງ​ຕົ້ນ​ກຳ​ເນີດ​ຕ່າງໆ​ທີ່​ພາ​ໃຫ້​ເກີດ​ມີ​ລັດ​ທິຊາດນິ​ຍົມ ເຊັ່ນ: ຄວາມ​ທຸກ​ຍາກ, ​ການ​ກີດ​ກັນ​ທາງ​ສັງ​ຄົມ, ຄວາມຫຼຸດ​ໂຕນ​ກັນ​ດ້ານ​ເສດ​ຖະ​ກິດ ແລະ ອື່ນໆ.

ທ່ານ​ວາງ​ຢີ້​ກ່າວ​ອີກວ່າ: ຈີນ​ຈະ​ສືບ​ຕໍ່​ຮ່ວມ​ກັບ​ປະ​ເທດ​ຕ່າງໆ, ພະ​ຍາ​ຍາມ​ຢ່າງ​ບໍ່​ລົດ​ລະ ເພື່ອ​ກຳ​ຈັດ​ລັດ​ທິ​​ຊາດນິ​ຍົມ ແລະ ສ້າງ​ໂລກ​ທີ່​ທຸກ​ຄົນ​ສະ​ເໝີ​ພາບ​ກັນ​ຢ່າງ​ຖາ​ວອນ.

ຄຳ​ເຫັນ

0