鄭林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລາງລົດ​ໄຟ​38,1ພັນໂຕນ​ທີ່​ໃຊ້ໃນການ​ກໍ່​ສ້າງ​ທາງ​ລົດ​ໄຟ​​ຄວາມ​ໄວ​ສູງ​​ຈາ​ກາ​ຕາ-ບັນ​​ດຸງ​ໄດ້​ສົ່ງ​ໄປ​ຮອດ​ອິນ​ໂດ​ເນ​ເຊຍ​ໝົດ​ແລ້ວ

2021-09-23 17:29:02 cri

ວັນ​ທີ21ກັນ​ຍານີ້, ລາງລົດ​ໄຟປະ​ມານ38,1ພັນໂຕນ​ທີ່​ຕ້ອງ​​ໃຊ້​ໃນການ​ກໍ່​ສ້າງ​ທາງ​ລົດ​ໄຟ​​ຄວາມ​ໄວ​ສູງ​ຈາ​ກາ​ຕາ-ບັນ​ດຸງ​ໄດ້​ສົ່ງ​ໄປ​ຮອດ​ອິນ​ໂດ​ເນ​ເຊຍ​ໝົດ​ແລ້ວ, ເຊິ່ງ​ໄດ້​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້ແກ່​ການ​ປູ​​ລາງລົດ​ໄຟ​​ຄວາມ​ໄວ​ສູງ​ຈາ​ກາ​ຕາ-ບັນ​​ດຸງ,ທັງ​ເປັນ​ການ​ສະ​ໜັບ​ສະ​ໜູນ​ຢ່າງ​ແຮງ​ຕໍ່​ການ​ຊຸ​ກ​ຍູ້​ການກໍ່​ສ້າງ​ໂຄງ​ການນີ້​ໃຫ້​ໄວ​ຂຶ້ນ​ອີກ. ນັບ​ແຕ່​ເດືອນ​ພະ​ຈິກ​ປີ​ກາຍນີ້​ເປັນ​ຕົ້ນ​ມາ,ລາງລົດ​ໄຟ​ຂອງ​ທາງ​ລົດ​ໄຟ​​ຄວາມ​ໄວ​ສູງ​ສາຍນີ້​ກໍ່​ຖືກຂົນ​ສົ່ງ​ອອກ​ຈາກ​ເມືອງ​ຟາງ​ເຊີງ​ກາງ​ເຂດ​ກວາງ​ຊີ​ຈີນ​​ທັງໝົດ​ໂດຍ​ແບ່ງ​ເປັນ5​ງວດ ແລະ​ໃຊ້​ເວ​ລາ10ເດືອນ​ສົ່ງ​ໄປ​ຮອດ​ອິນ​ໂດ​ເນ​ເຊຍ​ໝົດ​ແລ້ວ.

ທາງ​ລົດ​ໄຟ​​ຄວາມ​ໄວ​ສູງ​​ຈາ​ກາ​ຕາ-ບັນ​​ດຸງ​ແມ່ນ​ໂຄງ​ການ​ແບບ​ຢ່າງ​ໃນ​ການ​ສ້າງ“ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”ແລະ​ການ​ຮ່ວມ​ມື​ຕົວ​ຈິງ​ລະ​ຫວ່າງ​ຈີນ​ກັບ​ອິນ​ໂດ​ເນ​ເຊຍ, ເຊິ່ງເປັນ​ການ​​ເຊື່ອມ​ຈອດ​ກັນ​ລະ​ຫວ່າງ​ນະ​ຄອນ​ຫຼວງ​ຈາ​ກາ​ຕາ​ແ​ລະນະ​ຄອນ​ບັນ​ດຸງ ເມືອງ​ໃຫຍ່​ທີ​ສີ່ຂອງ​ອິນ​ໂດ​ເນ​ເຊຍ,​ເສັ້ນ​ທາງ​ລົດ​ໄຟ​ມີ​ລວງຍາວ​ທັງ​ໝົດ142,3ກິ​ໂລ​ແມັດ, ​ຕາມ​ການ​ອອກ​ແບບ ຄວາມ​ໄວ​ສູງ​ສຸດແມ່ນ350ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ,ແມ່ນ​ໂຄງ​ການ​ແບບ​ຢ່າງ​ທີ່​ຈີນ​ສ້າງ​ທາງ​ລົດ​ໄຟ​ຄວາມ​ໄວ​ສູ​ງ​ຢູ່​ຕ່າງ​ປະ​ເທດ​ຕາມ​ມາດ​ຕະ​ຖານຂອງ​ຈີນ​ທັງ​ໝົດ.

ຄຳ​ເຫັນ

0