黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ມີລະດັບຄວາມເປັນໄປໄດ້ອ່າວສູງທີ່ວ່າຢູ່ອາເມຣິກາເລີ່ມມີການແຜ່ລະບາດຂອງພະຍາດໂຄວິດ-19 ນັບແຕ່ເດືອນກັນຍາປີ 2019

2021-09-23 11:10:57 CRI

ວັນທີ 22 ກັນຍານີ້, ສະຖາບັນວິທະຍາສາດຈີນໄດ້ເຜີຍແຜ່ຜົນການຄົ້ນຄວ້າກ່ຽວ​ກັບເວລາເລີ່ມຕົ້ນຂອງການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ໄດ້ວິໄຈ​ໂດຍ​ອີງ​ໃສ່ແບບຈຳລອງຖານຂໍ້ມູນໃຫຍ່ ໂດຍສະແດງໃຫ້ເຫັນວ່າ: ມັນມີລະດັບຄວາມເປັນໄປໄດ້ອ່າວສູງທີ່ວ່າຢູ່ອາເມຣິກາ​ໄດ້ເລີ່ມມີການແຜ່ລະບາດຂອງພະຍາດໂຄວິດ-19 ກ່ອນ ຫຼື ຫຼັງເດືອນກັນຍາປີ 2019.

ນັກຄົ້ນຄວ້າໄດ້ສ້າງແລະປັບປຸງແບບຈຳລອງ​ໂດຍ​ອີງ​ໃສ່ຕົວເລກຂໍ້ມູນທີ່ໄດ້ເປີດເຜີຍແລ້ວ, ແລະໄດ້ສັນນິຖານເວລາເລີ່ມຕົ້ນຂອງການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ 12 ລັດທາງພາກເໜືອອາເມຣິກາ ແລະ ຢູ່ນະຄອນອູຮັ້ນ, ແຂວງເຈີ້ຈ່ຽງຂອງຈີນ ແລະແຫ່ງອື່ນໆ. ຜົນການຄົ້ນຄວ້າສະແດງໃຫ້ເຫັນວ່າ: ຢູ່ 12 ລັດທາງພາກເໜືອຂອງອາເມຣິກາ, ວັນເວລາເກີດມີຜູ້ຕິດເຊື້ອພະຍາດໂຄວິດ-19 ກໍລະນີທຳອິດ ມີລະດັບຄວາມເປັນໄປໄດ້ 50% ທີ່ເກີດຂຶ້ນຢູ່ລະຫວ່າງເດືອນສິງຫາ-ຕຸລາປີ 2019 ເຊິ່ງລ້ວນແຕ່ເປັນເວລາກ່ອນວັນທີ 20 ມັງກອນປີ 2020 ທີ່ທາງການອາເມຣິກາໄດ້ປະກາດ​ວ່າ​ໄດ້ພົບ ຜູ້ເປັນພະຍາດໂຄວິດ-19 ກໍລະນີທຳອິດໃນປະເທດຕົນ.

ນອກນີ້, ຜົນການຄິດໄລ່ແບບ​ຈຳ​ລອງ​ຍັງສະແດງໃຫ້ເຫັນວ່າ: ການເກີດ​ມີຜູ້ເປັນພະຍາດໂຄວິດ-19 ກໍລະນີທຳອິດຢູ່ນະຄອນອູຮັ້ນຂອງຈີນ ມີລະດັບຄວາມເປັນໄປໄດ້ 50% ທີ່ເກີດຂຶ້ນໃນວັນທີ 20 ທັນວາປີ 2019, ການເກີດກໍລະນີທຳອິດຢູ່ແຂວງເຈີ້ຈ່ຽງ ມີລະດັບຄວາມເປັນໄປໄດ້ 50% ​ທີ່ເກີດຂຶ້ນໃນວັນທີ 23 ທັນວາປີ 2019. ດ້ວຍເຫດນີ້ຈຶ່ງສາມາດສັນນິຖານໄດ້ວ່າ: ມີລະດັບຄວາມເປັນໄປໄດ້ອ່າວສູງທີ່ວ່າ ພະຍາດໂຄວິດ-19 ໄດ້ເລີ່ມແຜ່ລະບາດຢູ່ຈີນນັບແຕ່ທ້າຍເດືອນທັນວາປີ 2019. ຜົນສະຫຼຸບດັ່ງກ່າວແມ່ນສອດຄ່ອງກັບຜົນການສຳຫຼວດດ້ານລະບາດວິທະຍາໂດຍພື້ນຖານ ແລະ ກໍໄດ້ພິສູດວ່າ ວິທີຄິດໄລ່ດັ່ງກ່າວມີຄວາມແມ່ນຢຳ ແລະ ໜ້າເຊື່ອຖື.

ຄຳ​ເຫັນ

0