蒙龍

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເຄື່ອງ​ກັ່ນ​ຕອງ​ນ້ຳ​ປົນ​ເປື້ອນ​ລັງ​ສີ​ນິວ​ເຄຼຍຫຼາຍ​​ເຄື່ອງ​ໃນ​ໂຮງ​ໄຟ​ຟ້າ​ນິວ​ເຄຼຍ​ຟຸ​ຄຸ​ຊິ​ມະ​ຂອງ​ຍີ່​ປຸ່ນ​ເປ່​ເພ

2021-09-23 15:15:59 CRI

ໜັງ​ສື​ພິມ “ໂຕ​ກຽວ​ຊິນ​ບຸນ” ສະ​ບັບ​ວັນ​ທີ 21 ກັນ​ຍາ​ນີ້​ໄດ້​ລາຍ​ງານ​ວ່າ: ບໍ​ລິ​ສັດ​ພະ​ລັງ​ງານ​ໄຟ​ຟ້າ​ໂຕ​ກຽວ​ແຈ້ງ​ຂ່າວ​ວ່າ: ໃນ “ອຸ​ປະ​ກອນ​ກຳ​ຈັດ​ລັງ​ສີ​ນິວ​ເຄຼຍ” ທີ່​ໃຊ້​ເຂົ້າ​ໃນ​ການ​ກັ່ນ​ຕອງ​ນ້ຳ​ປົນ​ເປື້ອນ​ນິວ​ເຄຼຍ​ຂອງໂຮງ​ໄຟ​ຟ້າ​ນິວ​ເຄຼຍ​ເລກ 1 ​ຟຸ​ຄຸ​ຊິ​ມະ​ນັ້ນ, ໄດ້​ພົບ​ເຫັນ​ເຄື່ອງ​ກັ່ນ​ຕອງ 5 ​ເຄື່ອງ​ເປ່​ເພ​ແລ້ວ ເຊິ່ງ​ເຮັດ​ໃຫ້​ຈຳ​ນວນ​ເຄື່ອງ​ກັ່ນ​ຕອງ​ທີ່​ເປ່​ເພ​ໄປ​ແລ້ວ​ໄດ້​ເພີ່ມ​ຂຶ້ນ​ເປັນ 29 ໜ່​ເຄື່ອງ​ແລ້ວ ນັບ​ແຕ່​ທ້າຍ​ເດືອນ​ສິງ​ຫ​າ​ເປັນ​ຕົ້ນ​ມາ. ເຈົ້າ​ໜ້າ​ທີ່​ບໍ​ລິ​ສັດ​ພະ​ລັງ​ງານ​ໄຟ​ຟ້າ​ໂຕ​ກຽວ​ກ່າວ​ວ່າ: ໄດ້​ກວດ​ພົບ​ສິ່ງ​ປົນ​ເປື້ອນ​ລັງ​ສີ​ຢູ່​ເຂດ​ໃກ້​ກັບ​ປາກທີ່​ລະ​ບາຍ​​ເຄື່ອງ​ກັ່ນ​ຕອງ​ສ່ວນ​ໜຶ່ງ​ແລ້ວ. ແຕ່​ວ່າ: ບໍ​ລິ​ສັດ​ພະ​ລັງ​ງານ​ໄຟ​ຟ້າ​ໂຕ​ກຽວ​ໄດ້​ເວົ້າ​ແກ້​ໂຕວ່າ: ​ສິ່ງ​ນີ້ບໍ່​ໄດ້​ສ້າງ​ຜົນ​ກະ​ທົບ​ຕໍ່​ພາຍນອກ ດ້ວຍ​ຂໍ້​ອ້າງ​ທີ່​ວ່າ: “ຂອບ​ເຂດ​ປົນ​ເປື້ອນ​ບໍ່​ກວ້າງ”.

ສິ່ງ​ທີ່​ບໍ່​ຄວນ​ເບິ່ງ​ຂ້າມ​ນັ້ນ​ກໍ​ແມ່ນ: ບໍ​ລິ​ສັດ​ພະ​ລັງ​ງານ​ໄຟ​ຟ້າ​ໂຕ​ກຽວ​ໄດ້​ພົບ​ເຫັນ​ບັນ​ຫາ​ເປ່​ເພ​ຂອງ “ອຸ​ປະ​ກອນ​ກຳ​ຈັດ​​ລັງ​ສີ​ນິວ​ເຄຼຍ” ໃນ​ 2 ປີ​ກ່ອນ​ແລ້ວ, ແຕ່​​ກໍ​ບໍ່​ໄດ້​ວິ​ໄຈ​ສາຍ​ເຫດ ແລະ ປະ​ຕິ​ບັດ​ການກວດ​ກາ​ຄຸນ​ນະ​ພາບຢ່າງ​ເປັນ​ປະ​ຈຳ, ພຽງ​ແຕ່​ໄດ້​ປ່ຽນ​ເຄື່ອງ​ໃໝ່​ກໍ​ໃຊ້​ຕໍ່​ໄປ​ອີກ.

ຄຳ​ເຫັນ

0