鄭林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ມີ​ການ​ບຸກ​ທະ​ລຸ​ໃນ​ການ​ສັງ​ເຄາະກາກບອນ ດີ​ອອກ​ຊິດ​ໃຫ້ເປັນ​​ແປ້ງ​ທີ່ປະ​ດິດ​ໂດຍ​ຄົນ​ຈີນ

2021-09-24 14:45:27 cri

​ວັນ​ທີ24ກັນ​ຍານີ້,ວາ​ລະ​ສານ“ວິ​ທະ​ຍາ​ສາດ” ທີ່​ເປັນ​ວາ​ລະ​ສານ​ວິ​ຊາ​ການ​ສາ​ກົນ​ໄດ້​ປະ​ກາດ​ຜົນ​ງານການບຸກ​ທະ​ລຸ​ທີ່​ສຳ​ຄັນ​ຂອງ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ເຕັກ​ນິກອຸດ​ສາ​ຫະ​ກຳ​​ຊີ​ວະ​ພາບ​ທຽນ​ສິນ​​ຂອງສະ​ພາ​ບັນ​ດິດ​ວິ​ທະ​ຍາ​ສາດ​ຈີນ​ໃນ​ການ​ສັງ​ເຄາະ​ກາກບອນ ດີ​ອອກ​ຊິດ​ໃຫ້​ເປັນ​ແປ້ງ​ທີ່​ປະ​ດິດ​ໂດຍ​ຄົນ​ຈີນ,ເຊິ່ງ​ເປັນ​ການ​ສັງ​ເຄາະກາກບອນ ດີ​ອອກ​ຊິດ​ໃຫ້​ເປັນແປ້ງຢູ່​ຫ້ອງ​ທົດ​ລອງເປັນ​ເທື່ອ​ທຳ​ອິດ​ຂອງ​ໂລກ.

ທ່ານ​ໂຈ່​ຊີ ຮອງ​ຄະ​ນະ​ບໍ​ດີ​ສະ​ພາ​ບັນ​ດິດ​ວິ​ທະ​ຍາ​ສາດ​ຈີນ​ກ່າວ​ວ່າ:ໂລກ​ໃນ​ປັດ​ຈຸ​ບັນນີ້​ໄດ້​ຜະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ທີ່​ສຳ​ຄັນ​ຕ່າງໆ​ເຊັ່ນ: ​ບັນ​ຫາການ​ປ່ຽນ​ແປງ​ຂອງດິນ​ຟ້າ​ອາ​ກາດ​ທົ່ວ​ໂລກ, ຄວາມ​ໝັ້ນ​ຄົງ​ດ້ານ​ທັນ​ຍາ​ຫານ, ​ການຂາດ​ເຂີນ​ຊັບ​ພະ​ຍາ​ກອນ​ພະ​ລັງ​ງານ, ສິ່ງ​ແວດ​ລ້ອມ​ຊີ​ວະ​ພາບ​ເຊື່ອມໂຊມ​ ແລະ​ອື່ນໆ. ການ​ຫັນ​ປ່ຽນ​ແລະ​ນຳ​ໃ​ຊ້ກາກບອນ ດີ​ອອກ​ຊິດແລະ​ການ​ສັງ​ເຄາະໃຫ້​ເປັນ​ແປ້ງ​ທີ່​ມະ​ນຸດ​ໃຊ້​ໄດ້,ກໍ່​ເປັນ​ໜຶ່ງ​ໃນ​ບັນ​ຫາ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ທີ່​ສຳ​ຄັນ​ໃນ​ການ​ຮັບ​ມື​ກັບ​​ສິ່ງ​ທ້າ​ທາຍ.

ຖ້າ​ວ່າ​ໃນ​ອະ​ນາ​ຄົດ ​ລະ​ບົບການ​ສັງ​ເຄາະ​ດັ່ງ​ກ່າວ​ສາ​ມາດ​ຫຼຸດ​ຕົ້ນ​ທຶນ​ລົງແລະ​ສາ​ມາດ​ປຽບ​ທຽບ​ກັບ​ຕົ້ນ​ທຶນການ​ປູກ​ພືດ​ກະ​ສິ​ກຳ​ເພື່ອ​ຜະ​ລິດ​ແປ້ງ,ກໍ​ຈະ​ປະ​ຢັດ​ທີ່​ດິນ​ການ​ປູກ​ຝັງ​ແລະ​ຊັບ​​ພະ​ຍາ​ກອນ​ນ້ຳ​ຈືດ​ໄດ້​90%ຂຶ້ນ​ໄປ,ແລະຫຼີ​ກ​ລ່ຽງ​ບໍ່​ໃຫ້​ຢາ​​ສັດ​ຕູ​ພືດ,ຝຸ່ນ​ເຄ​ມີ​ແລະ​ອື່ນໆທີ່ສ້າງ​ຜົນ​ກະ​ທົບ​ທາງ​ລົບ​ຕໍ່​ສິ່ງ​ແວດ​ລ້ອມ,ແລະ​​ສາ​ມາດຍົກ​ສູງຄວາມ​ປອດ​ໄພ​ດ້ານ​ທັນ​ຍາ​ຫານ​ຂອງ​ມວນ​ມະ​ນຸດ.

ຄຳ​ເຫັນ

0