鄭林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເລີ່ມ​ເຄື່ອນ​ໄຫວ​ລາດ​ຕະ​ເວນ​ຮ່ວມ​ຕາມ​​ລ້ອງແມ່​ນ້ຳ​ຂອງ​ລະ​ຫວ່າງ​ຈີນ ລາວ ມຽນ​ມາ​ແລະ​ໄທ​ຄັ້ງ​ທີ109

2021-09-24 14:41:15 cri

ວັນ​ທີ21ກັນ​ຍານີ້ ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ພະ​ແນກປ້ອງ​ກັນ​ຄວາມ​ສະ​ຫງົບ​ແຂວງ​ຢຸນ​ນານ​ຈີນ​ໄດ້​ແຈ້ງ​ໃຫ້​ຮູ້​ວ່າ: ໃນ​ເວ​ລາ8ໂມງ​ເຊົ້າ​ມື້​ດຽວ​ກັນ,​ເຮືອ​ປະ​ຕິ​ບັດ​ກົດ​ໝາຍ​ຂອງ​ຈີນ3ລຳ​ໄດ້​ບີບ​ແກ​ສົ່ງ​ສັນ​ຍານ​ໃຫ້​ເຮືອແລ່ນ​ອອກ​ຈາກທ່າກວ່ນ​ເຫຼີຍ​ກິ່ງ​ແຂວງ​ສິບ​ສອງ​​ພັ່ນ​ນາ​,ເພື່ອ​ປະ​ຕິ​ບັດ​ກົດ​ໝາຍ​ແລະ​ລາດ​​ຕະ​ເວນຮ່ວມ​​ຕາມ​ລ້ອງ​ແມ່​ນ້ຳ​ຂອງລະ​ຫວ່າງ​ຈີນ ລາວ ມຽນ​ມາແລະ​ໄທ​ຄັ້ງ​ທີ109 ເຊິ່ງ​ຈະ​ດຳ​ເນີນ​ໄປເປັນ​ເວ​ລາ4ວັນ3ຄືນ.

ຂ່າວ​ແຈ້ງວ່າ, ​ຈີນ ລາວ ມຽນ​ມາແລະ​ໄທໄດ້​ສົ່ງ​ເຮືອ​ປະ​ຕິ​ບັດ​ກົດ​ໝາຍ5ລຳ​ເພື່ອ​ເຂົ້າ​ຮ່ວມ​ ​ການເຄື່ອນ​ໄຫວ​ເທື່ອນີ້,ຝ່າຍ​ຈີ​ນ​ໄດ້​ແລ່ນ​ເຮືອ​ອອກ​ຈາກ​ທ່າກວ່ນ​ເຫຼີຍ​ຈີນ​,ສ່ວນຝ່າຍ​ລາວ​ໄດ້​ແລ່ນ​ເຮືອ​ອອກ​ຈາກ​ດ່ານ​ເມືອງ​ເມິງ,ບັນ​ດາ​ປະ​ເທດ​ຕ່າງ​ກໍ່​ໄດ້​ລາດ​ຕະ​ເວນ​ເປັນ​ແຕ່​ລະ​ໄລ​ຍະ​ແລ້ວ​ຈຶ່ງ​ເຕົ້າ​ໂຮມ​ກັນເປັນ​ກອງ​ລາດ​ຕະ​ເວນ​ຮ່ວມ​ເພື່ອ​ສືບ​ຕໍ່​ປະ​ຕິ​ບັດ​ໜ້າ​ທີ່​ທີ່​ກ່ຽວ​ຂ້ອງ.

ຄຳ​ເຫັນ

0