黃理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ຫວາງ​ຢີ້​ເຂົ້າ​ຮ່ວມການ​ພົບ​ປະ​ລະຂອງ​ປະ​ເ​ທດສະມາ​ຊິກຖາ​ວອນ​ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ກັບ​ເລ​ຂາ​ທິ​ການ​ໃຫຍ່​ ສ​ປ​ຊ

2021-09-24 13:42:40 cri

ວັນ​ທີ 23 ກັນ​ຍາ​ນີ້, ທ່ານ​ຫວາງ​ຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ​ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມການ​ພົບ​ປະ​ລະ​ຫວ່າງລັດ​ຖະ​ມົນ​ຕີກະ​ຊວງ​ການ​ຕ່າງ​ປະ​ເທດຂອງ​ປະ​ເທດສະມາ​ຊິກຖາ​ວອນ​ສະ​​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ກັບ​ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສ​ະ​ຫະ​ປະ​ຊາ​ຊາດ​ທາງ​ວິ​ດີ​ໂອ.

ທ່ານ​ຫວາງ​ຢີ້ ກ່າວ​ວ່າ: ​ໃນໂລກ​ປັດ​ຈຸ​ບັນ​ໄດ້​ເຕັມ​ໄປ​ດ້ວຍ​ຄວາ​ມ​ບໍ່​ແນ່ນອນ​ແລະ​ຄວາມ​ບໍ່​ໝັ້ນ​ທ່ຽງ. ປະ​ຊາ​ຄົມ​ໂລກ​ມີ​ຄວາມ​ຫວັງ​ຢ່າງ​ສູງ​ຕໍ່​ກັບ 5 ປະ​ເທດ​ສະ​ມາ​ຊິກ​ຖາ​ວອນ​ສະ​ພາ​ຄວາມ​ໝັ້ນ​ຄົງ, ໂດຍ​ສະ​ເພາະ​ແມ່ນ​ຫວັງ​ໃຫ້ 5 ປະ​ເທດ​ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ​ກັນ​ແລະ​ການ​ປະ​ສານ​ສົມ​ທົບ​ກັນ, ເພີ່ມ​ຄວາມ​ໝັ້ນ​ໃຈ​ແລະ​ຄວາມ​ໝັ້ນ​ຄົງ​ໃຫ້​​ກັບ​ໂລກ.

ທ່ານ​ຫວາງ​ຢີ້ ເຫັນ​ວ່າ: 5 ປະ​ເທດ​ສະ​ມາ​ຊິກ​ຖາ​ວອນ​ສະ​ພາຄວາມ​ໝັ້ນ​ຄົງ​ຄວນ​ປະ​ຕິ​ບັດໜ້າ​ທີ່​ເພື່ອ​ຮັກ​ສາ​ສັນ​ຕິ​ພາບ​ໂລກ, ຄວນສຸມ​ຄວາມ​ພະ​ຍາ​ຍາມ​ເພື່ອ​ປະ​ຕິ​ບັດ​ຕາມ​ຫຼັກ​ການ​ລັດ​ທິ​ຫຼາຍ​ຝ່າຍ, ຄວນ​ຊຸກ​ຍູ້​ຄວາມ​ສາ​ມັກ​ຄີ​​ເພື່ອ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ຄວນ​ຊຸກ​ຍູ້​ການ​ຮ່ວມ​ມື​ສາ​ກົນ.

ຝ່າຍ​ຕ່າງໆ​ຍັງ​ໄດ້​ແລກ​ປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ບັ​ນ​ຫາ​ອັ​ຟ​ກາ​ນີ​ສະ​ຖານ, ບັນ​ຫາ​ນິວ​ເຄຼຍ​ອີ​ຣານ​ແລະ​ບັນ​ຫາການ​ເພີ່ມ​ທະ​ວີ​ການ​ປະ​ສານ​ສົມ​ທົບ​ຂອງ 5 ປະ​ເທດ​ສະ​ມາ​ຊິກ​ຖາ​ວອນ​ແລະ​ບັນ​ຫາ​ອື່ນໆ.

 

ຄຳ​ເຫັນ

0