蒙龍

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ເປີດ​ເຜີຍ​ບັນ​ຊີ​ທີ່​​ອາ​ເມ​ຣິ​ກາ​​ແຊກ​ແຊງວຽກ​ງານ​ຮົງ​ກົງ​ເພື່ອເປັນ​ການ​ຕອບ​ໂຕ້​ທີ່​​ເດັດ​ດ່ຽວ​ແລະ​ການ​ກ່າວ​ເຕືອນ​​ອາ​ເມ​ຣິ​ກາ​ຢ່າງ​ເຄັ່ງ​ຂຶມ

2021-09-24 16:00:23 CRI

ວັນ​ທີ 24 ກັນ​ຍາ​ນີ້, ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ເປີດ​ເຜີຍ “ບັນ​ຊີກ່ຽວ​ກັບ​ເລື່ອງ​ຈິງ​ທີ່​ອາ​ເມ​ຣິ​ກາ​ແຊກ​ແຊງວຽກ​ງານ​ຮົງ​ກົງ ແລະ ສະ​ໜັບ​ສະ​ໜູນ​ອິດ​ທິ​ກຳ​ລັງ​ຕ້ານ​ຈີນ​ແລະ​ສ້າງ​ຄວາມ​ວຸ້ນ​ວາຍ​ຢູ່​ຮົງ​ກົງ”.

ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ: ບັນ​ຊີສະ​ບັບ​ນີ້​ໄດ້​ບັນ​ທຶກ “ຫຼັກ​ຖານກະ​ທຳ​ຜິດ” ທີ່​ອາ​ເມ​ຣິ​ກາ​ແຊກ​ແຊງວຽກ​ງານ​ຮົງ​ກົງ​ຢ່າງ​ຮ້າຍ​ກາດ ແລະ ທຳ​ລາຍ​ສະ​ຖຽນ​ລະ​ພາບ​ຂອງ​ຮົງ​ກົງ. ​ເລື່ອງຈິງ​ໄດ້​ສະ​ແດງ​ໃຫ້​ເຫັນຫຼາຍ​ເທື່ອວ່າ: ອາ​ເມ​ຣິ​ກາ​ກໍ​ແມ່ນ​ໂຕ​ການຜູ້​ຢູ່​ເບື້ອງຫຼັງ​ໃຫຍ່​ທີ່​ສຸດ ທີ່​ທຳ​ລາຍ​ສະ​ຖຽນ​ລະ​ພາບ​ຂອງ​ຮົງ​ກົງ, ມີຫຼັກ​ຖານ​ທີ່​​ໜັກ​ແໜ້ນ ແລະ ​ບໍ່​ສາ​ມາດ​ແກ້​ຕົວ​ໄດ້.

ໂຄ​ສົກ​ສຳ​ນັກ​ງານ​ຜູ້​ຕາງ​ໜ້າ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ປະ​ຈຳ​ຮົງ​ກົງ​ກ່າວ​ວ່າ: ຈີນ​​ໄດ້ເປີດ​ເຜີຍ​ບັນ​ຊີ​ສະ​ບັບ​ນີ້ ເປັນ​ການ​ຕອບ​ໂຕ້​ທີ່​​ເດັດ​ດ່ຽວ​ຕໍ່​ການ​ກະ​ທຳ​ທີ່​ໄຮ້​ເຫດ​ຜົນ​ຂອງ​ອາ​ເມ​ຣິ​ກາ​ເຊັ່ນ: ເຜີຍ​ແຜ່ “ຄຳ​ເຕືອນ​​ການ​​ດຳເນີນ​ທຸ​ລະ​ກິດ​ຢູ່​ຕໍ່​ຮົງ​ກົງ”, ຂວ້ຳ​ບາດ​ເຈົ້າ​ໜ້າ​ທີ່​ສູນ​ກາງ​ຈີນ​ປະ​ຈຳ​ຮົງ​ກົງ ແລະ ອື່ນໆ. ຈີນ​ທວງ​ໃຫ້​ອາ​ເມ​ຣິ​ກາ​ເຄົາ​ລົບ​ວຽກ​ງານ​ພາຍ​ໃນ​ຂອງ​ຈີນ​ຢ່າງ​ແທ້​ຈິງ, ປະ​ຕິ​ບັດ​ຕາມ​ກົດ​ໝາຍ​ສາ​ກົນ​ແລະຫຼັກ​ການ​ພື້ນ​ຖານຂອງ​ການ​ພົວ​ພັນ​ສາ​ກົນ, ຢຸດ​ຕິ​ການ​ແຊກ​ແຊງວຽກ​ງານ​ຂອງ​ຮົງ​ກົງ. ຖ້າ​ບໍ່​ດັ່ງ​ນັ້ນ, ກໍ​ສ່ຳ​ກັບ​ວ່າ​ເປັນ​ການ​ຍົກ​ກ້ອນ​ຫີນ​ທັບ​ໃສ່​ຕີນ​ໂຕ​ເອງ ແລະ ຍ່ອມ​ຈະ​ຖືກ​ປະ​ຊາ​ຊົນ​ຈີນ​ຕອບ​ໂຕ້​ຄືນ​ຢ່າງ​ແຂງ​ແຮງ.

ຄຳ​ເຫັນ

0