吳怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສ​ປ​ປ ເກົາ​ຫລີ​ກ່າວ​ວ່າ: ການສະ​ເໜີ​ໃຫ້​ຜ່ານ​ຮັບ​ຮອງ​ຖະ​ແຫລງ​ການສິ້ນ​ສຸດ​ສົງ​ຄາມ​ໃນ​ປັດ​ຈຸ​ບັນ​ຍັງ​ໄວ​ເກີນ​ໄປ

2021-09-25 14:08:59 cri

    ວັນ​ທີ 23 ກັນ​ຍາ​ນີ້, ທ່ານ​ລີ​ເຕຊຸງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສ​ປ​ປ ເກົາ​ຫລີ​ໄດ້​ປະ​ກອບ​ຄຳ​ເຫັນ​ໂດຍ​ກ່າວ​ວ່າ: ການ​ສະ​ເໜີ​ໃຫ້​ຜ່ານຮັບ​ຮອງ​ຄຳຖະ​ແຫລງ​ການສິ້ນ​ສຸດ​ສົງ​ຄາມ​ໃນ​ປັດ​ຈຸ​ບັນ​ຍັງ​ໄວ​ເກີນ​ໄປ.

    ທ່ານ​ລີ​ເຕ​ຊຸງ​ກ່າວ​ວ່າ: ​ນັບ​ແຕ່​ປີ​ນີ້​ເປັນ​ຕົ້ນ​ມາ, ອາ​ເມ​ຣິ​ກາ​ໄດ້​ອະ​ນຸ​​ມັດ​ການ​ຂາຍອາ​ວຸດ​ຈຳ​ນວນ​ຫລວງ​ຫລາຍ​ໃຫ້​​ຍີ່​ປຸ່ນ ແລະ​ ສ ເກົາ​ຫລີ, ຍັງ​ດຳ​ເນີນ​ກາ​ນເຄື່ອນ​ໄຫວ​ດ້ານ​ການ​ທະ​ຫານ​ທີ່​ແນ​ໃສ່​ ສ​ປ​ປ ເກົ​າ​ຫລີ​ເປັນ​ຫລາຍ​ຄັ້ງ, ຍັງ​ໄດ້​ຖ່າຍ​ທອດ​ເຕັກ​ນິກ​ດ້ານ​ການ​ກໍ່​ສ້າງ​ກຳ​ປັ່ນ​ນິວ​ເຄຼຍ​ໃຫ້​​ອົ​ສ​ຕ​າ​ລີ. ເພື່ອ​ສະ​ຖຽນ​ລ​ະ​ພາບ​ຂອງ​ແຫລມ​ເກົາ​ຫລີ, ໜ້າ​ທີ່​ຕົ້ນ​ຕໍ​ຂອງ​ການ​ຮັບ​ປະ​ກັນ​ສັນ​ຕິ​ພາບ​ກໍ​ຄື​ໃຫ້​ອາ​ເມ​ຣິ​ກາ​ຍົກ​ເລີກ​ສອງ​ມາດ​ຕະ​ຖານ ແລະ​ນະ​ໂຍ​ບາຍ​ເປັນປໍ​ລະ​ປະ​ກັນ​ທີ່​ມີ​ຕໍ່ ສ​ປ​ປ ເກົາ​ຫລີ. ​ບັນ​ຫາ​ທັງ​ໝົດ​ທີ່​ເກີດ​ຂຶ້ນ​ຢູ່​ແຫລມ​ເກົາ​ຫລີ​ລ້ວນ​ແຕ່​​ແມ່ນຍ້ອນ​ອາ​ເມ​ຣິ​ກາ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ເປັນ​ປໍ​ລະ​ປະ​ກັນ​ຕໍ່ ສ​ປ​ປ ເກົາ​ຫລີ. ຖ້າ​ວ່າ​ນະ​ໂຍ​ບາຍ​ເປັນ​ປໍ​ລະ​ປະ​ກັນ​ຂອງອ​າ​ເມ​ຣິ​ກາ​ທີ່​ມີ​ຕໍ່​ ສ​ປ​ປ ເກົາ​ຫລີ​ບໍ່​ມີ​ການ​ປ່ຽນ​ແປງ, ການ​ປະ​ກາດ​​ຄຳຖະ​ແຫລງ​ການ​ສິ້ນ​ສຸດ​ສົງ​ຄາມ​ກໍ​ຈະ​ບໍ່​ມີ​ບົດ​ບາດ​ໃດໆ, ພຽງ​ແຕ່​ເຮັດ​ໃຫ້ ສ​ປ​ປ ເກົາ​ຫລີ​ ແລະ​ ສ ເກົາ​ຫລີຕົກ​ເຂົ້າ​​ໃນການ​ແຂ່ງ​ຂັນ​ດ້ານ​ການ​ທະ​ຫານ​ທີ່​ບໍ່​ມີ​ວັນ​ສິ້ນ​ສຸດ​ລົງ​ເທົ່າ​ນັ້ນ, ສະ​ນັ້ນ, ການ​ປະ​ກາດ​ຄຳ​ຖະ​ແຫລງ​ການ​ສິ້ນ​ສຸດ​ສົງ​ຄາມ​ໃນ​ແຫລມ​ເກົາ​ຫລີ​ໃນ​ປັດ​ຈຸ​ບັນ​ຍັງ​ໄວ​ເກີນ​ໄປ.

ຄຳ​ເຫັນ

0