吳怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ຊາ​ຊົນຫລາຍກວ່າ 3,5 ແສນ​ຄົນ​ໄດ້​ເສຍ​ຊີ​ວິດໃນ​ການ​ປະ​ທະ​ກັນຢູ່​ຊີ​ຣີໃນ​ເວ​ລາ 10 ປີ​ທີ່​ຜ່ານ​ມາ

2021-09-25 14:09:43 cri

    ວັນ​ທີ 24 ກັນ​ຍາ​ນີ້, ທ່ານ​ນາງ ມີ​ແຊວ ບາ​ເຊ​ເລດ ເຈ​ເລຍ ເຈົ້າ​ໜ້າ​ທີ່​ລະ​ດັບ​ສູ​ງວຽກ​ງານ​ດ້ານ​ສິດ​ທິ​ມະ​ນຸດ​ຂອງອົງ​ກາ​ນ​ສະ​ຫະ​ປະ​ຊາ​ຊາດ​ກ່າວ​ວ່າ, ​ໃນ​ລະ​ຫວ່າງເດືອນ ມິ​ນາ 2011 ຫາ​ ເດືອນມິ​ນາ 2021, ມີ​ປະ​ຊາ​ຊົນ​ຫລາຍກວ່າ 3,5 ແສນ​ຄົນ​ໄດ້​ເສຍ​ຊີ​ວິດ​ໃ​ນ​ການ​ປະ​ທະ​ກັນ​ຢູ່​ຊີ​ຣີ.

    ທ່ານ​ນາງ ມີ​ແຊວ ບາ​ເຊ​ເລດ ເຈ​ເລຍກ່າວ​ວ່າ, ໃນ​ການ​ສະ​ຖິ​ຕິ​ຄັ້ງ​ນີ້, ມີ​ພຽງ​ແຕ່​ປະ​ຊາ​ຊົນ​ທີ່​ຮູ້​ຊື່​ເຕັມ, ຮູ້​ວັນ​ເວ​ລາ​ ແລະ​ສະ​ຖານ​ທີ່ເສຍ​ຊີ​ວິດ​ທີ່​ຄັກ​ແນ່​ຈຶ່ງ​​ຖືກໄລ່​ລວມ​ເຂົ້າ​, ແຕ່​ຜູ້​ທີ່​ບໍ່​ມີ​ຂໍ້​ມູນ​ທັງ 3 ຢ່າງ​ນີ້​ແມ່ນ​ບໍ່​ໄດ້​ໄລ່​ລວມ. ​ວິ​ທີ​ດັ່ງ​ກ່າ​ວ​ສາ​ມາດ​ຫລີກ​ລ້ຽງ​ການ​ໄລ່​ຊ້ຳ​ກັນ, ແຕ່​ກໍ​ອາດ​ຈະ​ໄລ່​ຕ່ຳ​ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ໃນ​ລະ​ດັບ​ໃດ​ໜຶ່ງ.

    ກາ​ນ​ປະ​ທະ​ກັນ​ຢູ່​ຊີ​ຣີ​ເກີດ​ຂຶ້ນ​ໃນ​ເດືອນ​ມິ​ນາ 2011. ໃນ​ຫລາຍ​ປີ​ທີ່​ຜ່ານ​ມາ, ລັດ​ຖະ​ບານ​ຊີ​ຣີ ແລະ​ຝ່າຍ​ຕໍ່​ຕ້ານ​ລັດ​ຖະ​ບານ​ໄດ້​ຈັດ​ການ​ເຈ​ລະ​ຈາ​ສັນ​ຕິພາບ​ຫລາຍ​ຮອບ​ຢູ່​ນະ​ຄອນເຊີ​ແນວ​ປະ​ເທດ​ສະ​ວິ​ສ, ແຕ່​ມາ​ຮອດ​ປັດ​ຈຸ​ບັນ, ຍັງ​ບໍ່​ທັນ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ອັນ​ແທ້​ຈິງ.

ຄຳ​ເຫັນ

0