ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວັນທີ 26 ກັນຍານີ້, ກອງປະຊຸມສຸດຍອດຂອງກອງປະຊຸມໃຫຍ່ອິນເຕີເນັດໂລກໄດ້ຈັດຂຶ້ນຢູ່ເມືອງອູ່ເຈີ້ນ ນະຄອນເຈ່ຍຊີ່ງ ແຂວງເຈີ້ຈ່ຽງປະເທດຈີນ, ກອງປະຊຸມຄັ້ງນີ້ຈະເປັນການເຕົ້າໂຮມຜົນງານຫຼ້າສຸດທາງດ້ານເຕັນນິກອິນເຕີເນັດ, ໂດຍຈະສຸມໃສ່ຄວາມສາມາດດ້ານດີຈີຕອນ ແລະ ການສ້າງອະນາຄົດຮ່ວມກັນ.
ກອງປະຊຸມສຸດຍອດອູ່ເຈີ້ນຂອງກອງປະຊຸມໃຫຍ່ອິນເຕີເນັດໂລກປີນີ້ມີຫົວຂໍ້ວ່າ: “ກ້າວໄປສູ່ຍຸກສະໄໝໃໝ່ແຫ່ງຄວາມສິວິໄລດ້ານດີຈີຕອນ: ພ້ອມກັນສ້າງປະຊາຄົມຮ່ວມຊາຕາກຳຂອງພື້ນທີ່ອິນເຕີເນັດ”, ກອງປະຊຸມນີ້ຈະຈັດໃຫ້ມີກອງປະຊຸມຍ່ອຍ 20 ຄັ້ງ ໂດຍຈະສຸມໃສ່ທ່ວງທ່າໃໝ່ໃນການພັດທະນາເຕັກນິກອິນເຕີເນັດທັນສະໄໝສຸດຂອງໂລກ, ທ່ວງທ່າໃໝ່ດ້ານການຄຸ້ມຄອງພື້ນທີ່ອິນເຕີເນັດ, ຈະຈັດໃຫ້ມີຫົວຂໍ້ຕ່າງໆໂດຍປິ່ນອ້ອມຫຼາຍເນື້ອໃນ ເຊັ່ນ: “ຊ່ວຍການຕ້ານພະຍາດໂຄວິດ-19, ການຟື້ນຟູເສດຖະກິດ” ແລະ “ການປະດິດສ້າງໃໝ່ຈະຊ່ວຍຊຸກຍູ້ໃຫ້ເສດຖະກິດພັດທະນາຢ່າງມີຄຸນນະພາບສູງ” ເປັນຕົ້ນ, ນອກນີ້ ຍັງໄດ້ສະແດງໃຫ້ເຫັນແນວຄິດວົງການອຸດສາຫະກຳຕ່າງໆທີ່ມີຕໍ່ອະນາຄົດການພັດທະນາອິນເຕີເນັດ ນຳໜ້າພາທາງໃນທ່ວງທ່າໃໝ່ດ້ານການປະດິດສ້າງເຕັກນິກດີຈີຕອນ, ສະແດງໃຫ້ເຫັນແຜນການ, ສະຕິປັນຍາ ແລະ ຄວາມຮັບຜິດຊອບຂອງຈີນໃນການຊຸກຍູ້ການພັດທະນາ ແລະ ການຄຸ້ມຄອງອິນເຕີເນັດ.
ຜູ້ຕາງໜ້າເກືອບ 2 ພັນທີ່ມາຈາກ 80 ກວ່າປະເທດ ແລະ ເຂດແຄວ້ນໄດ້ເຂົ້າຮ່ວມກອງປະຊຸມເທື່ອນີ້ດ້ວຍຮູບແບບອອນລາຍ ຫຼື ອອຟລາຍ.
ຄຳເຫັນ
0