鄭林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງ​ປະ​ຊຸມ​ສຸດຍອດດ້ານ​ພະ​ລັງ​ງານ​ຂອງ​ອົງ​ການ​ສະ​ຫະ​ປ​ະຊາ​ຊາດຈັດ​ຂຶ້ນ​ທີ່​ນິວ​ຢອກ​

2021-09-26 15:08:00 cri

​​ໃນ​ໄລ​ຍະ​ຈັດ​ກອງ​​ປະ​ຊຸມ​ລະ​ດັບ​ສູງ​ຂອງ​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຄັ້ງທີ76, ກອງ​ປະ​ຊຸມ​ສຸດຍອດ​ດ້ານ​ພະ​ລັງ​ງານຂອງ​ອົງ​ການ​ສະ​ຫະ​ປ​ະຊາ​ຊາດໄດ້​ຈັດ​ຂຶ້ນ​​ທີ່​ນິວ​ຢອກ ໃນວັນ​ທີ24ກັນ​ຍານີ້ຕາມ​ເວ​ລາ​ທ້ອງ​ຖິ່ນໂດຍຜ່ານ​ທາງວິ​ດີ​ໂອ.

ໃນ​ກອງ​ປະ​ຊຸມ,ບັນ​ດາ​ຝ່າຍ​ໄດ້​ຮຽກ​ຮ້ອງ​ໃຫ້​ສະ​ໜອງ​ພະ​ລັງ​ງານທີ່​ສະ​ອາດກວ່າ​ເກົ່າ,​ຍຸດ​ຕິທຳກວ່າ​ເກົ່າ​ ແ​ລະຍືນ​ຍົງກວ່າ​ເກົ່າ​ໃຫ້​ກັບ​ໂລກ.ທ່ານ​ອັນ​ໂຕ​ນີ​ໂອ ກູ​ເຕີ​ເຣັ​ສ ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ກ່າວ​ຄຳ​ປາ​ໄສ​ໃນ​ພິ​ທີ​ເປີດກອງ​ປະ​ຊຸ​ມ​ວ່າ: ປັດ​ຈຸ​ບັນ ຊາວ​ໂລກ​ຫຼາຍ​ຮ້ອຍ​ລ້ານ​ຄົນ​ໄດ້​ຜະ​ເຊີນ​ໜ້າ​ກັບ​ບັນ​ຫາ​ການ​ຂາດ​ເຂີນ​ພະ​ລັງ​ງານ​ຕ່າງໆ​ເຊັ່ນ:​ພະ​ລັງ​ງານໄຟ​ຟ້າ​ເປັນ​ຕົ້ນ, ສ່ວນ​ການ​ຜະ​ລິດ​ພະ​ລັງ​ງານ​ພັດ​ໄດ້​ກາຍ​ເປັນ​ສ​າ​ເຫດ​ຕົ້ນ​ຕໍ​ຂອງ​ວິ​ກິດ​ການ​ດ້ານ​ດິນ​ຟ້າ​ອາ​ກາດ,ເຊິ່ງ​ເຮັດ​ໃຫ້​ການ​ແກ້​ໄຂ​ບັນ​ຫາ​ພະ​ລັງ​ງານ​ມີ​ຄວາມ​ໝາຍ​ສອງ​ດ້ານ ຄື​:ຕ້ອງ​ແກ້​ໄຂ​ບັນ​ຫາ​ການຂາດ​ແຄນ​ພະ​ລັງ​ງານ,ໃນຂະ​ນະ​ດ​ຽວ​ກັນ​ກໍ​ຕ້ອງ​ຈຳ​ກັດ​ພະ​ລັງ​ງານ​ທີ່​ອາດ​ຈະ​​ສົ່ງ​ຜົນ​ກະ​ທົບ​ຕໍ່​ດິນ​ຟ້າ​ອາ​ກາດ.

ທ່ານ​ກູ​ເຕີ​ເຣັ​ສ​ໄດ້​ຮຽກ​ຮ້ອງໃຫ້​ລັດ​ຖະ​ບານ​ບັນ​ດາ​ປະ​ເທດ​ຈົ່ງ​ພະ​ຍາ​ຍາມ​ເຮັດ​ວຽກ​ໃຫ້​ຫຼາຍ​ຂຶ້ນ​ບົນ​ພື້ນ​ຖານ​ການ​ຮ່ວມ​ມື​ສາ​ກົນ, ​ໃຫ້​ການ​ສະ​ໜັບ​ສະ​ໜູນ​ຕາມ​ຄວາມ​ຕ້ອງ​ການ​ຂອງ​ໂລກໃນ​ການ​ພັດ​ທະ​ນາ​ພະ​ລັງ​ງານ​ຢ່າງຍຸ​ຕິ​ທຳ,​ເອື້ອ​ເຟືຶ້ອ​ເ​ຜື່ອ​ແຜ່ແລະ​ຍືນ​ຍົງ,ເພື່ອ​ຮັບ​ປະ​ກັນ​ໃຫ້​ໝົດ​ທຸ​ກ​ຄົນ​ສາ​ມາດ​ຊົມ​ໃຊ້​ພະ​ລັງ​ງານ​ໝູ​ນ​ວຽນ​ໄດ້.

ຄຳ​ເຫັນ

0