吳怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດ​ຖະ​ມົນ​ຕີກະ​ຊວງ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍກ່າວ​ວ່າ: ປະ​ເທດ​ສ່ວນ​ໜຶ່ງ​ມີ​ເຈດ​ຕະ​ນາ​ຢາກ​​ຫລຸ​ດ​ບົດ​ບາດ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໃຫ້​ໜ້ອຍ​ລົງ

2021-09-26 15:13:42 cri

    ລັດ​ຖະ​ມົນ​ຕີກະ​ຊວງ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍກ່າວ​ວ່າ: ປະ​ເທດ​ສ່ວນ​ໜຶ່ງ​ມີ​ເຈດ​ຕະ​ນາ​ຢາກ​​ຫລຸ​ດ​ບົດ​ບາດ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໃຫ້​ໜ້ອຍ​ລົງ_fororder_微信圖片_20210926151242

    ​ວັນ​ທີ 25 ກັນ​ຍາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ທ່ານ​ເຊີ​ເກ ລາ​ຟ​ຣົ​ຟ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ​ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຄັ້ງ​ທີ 76 ວ່າ: ຫວ່າງ​ມໍ່ໆ​ມາ​ນີ້, ຣັດ​ເຊຍ​ໄດ້​ສັງ​ເກດ​ເຫັນ​ວ່າ​ປະ​ເທດ​ສ່ວນ​ໜຶ່ງ​ມີ​ເຈດຕະ​ນາ​ຢາກ​ຫລຸດ​ບົດ​ບາດ​ຂອງ​ອົງ​ການ​ສະ​ຫະ​ປະຊາ​ຊາດ​ໃນ​ດ້ານ​ການ​ແກ້​ໄຂ​ບັນ​ຫາ​ສາ​ກົນ​ທີ່​ພວມ​ຜະ​ເຊີນ​ຢູ່​ໃນ​ປັດ​ຈຸ​ບັນ​ໃຫ້​ໜ້ອຍ​ລົງ, ປະ​ເທດ​ເຫລົ່າ​ນີີ້​ມີ​ເຈດ​​ຕະ​ນາ​ບໍ່​ຢາກ​​ໃຫ້​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​​ສະ​ແດງ​ບົດ​ບາດ​ສຳ​ຄັນ, ຫລື​ເຮັດ​ໃຫ້​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ກາຍ​ເປັນ​ເຄື່ອງ​ມື​ທີ່​ສະ​ແຫວງ​ຫາ​ຜົນ​ປະ​ໂຫຍດ​ສ່ວນ​ຕົວ. ເຈດ​​ຕະ​ນາ​ເຫລົ່າ​ນີ້​ສາ​ມາດ​ເຫັນ​ໄດ້​ຢ່າງ​ຈັດ​ເຊນ​ຈາກຖ້ອຍ​ຄວາມ​ທີ່​ວ່າ “ລະ​ບຽບ​ສາ​ກົນ​ບົນ​ພື້ນ​ຖານ​ກົດ​ລະ​ບຽບ​”ຂອງ​ປະ​ເທດ​ຕາ​ເວັນ​ຕົກ.

    ທ່ານ​ເຊີ​​ເກ ລາ​ຟ​ຣົຟກ່າວ​ຕື່ມວ່າ: ​ຍົກຕົວ​ຢ່າງ​ຫລ້າ​ສຸດ​ກໍ​ຄື​ອາ​ເມ​ຣິ​ກາ​ໄດ້​ສະ​ເໜີ​ໃຫ້ຈັດ​ກອງ​ປະ​ຊຸມ​ທີ່​ວ່າ “​ກອງ​ປະ​ຊຸມ​ສຸດຍອດ​​ຂອງປະ​ເທດ​ປະ​ຊາ​ທິ​ປະ​ໄຕ”, ​ປະ​ເທດ​ທີ່​ເຂົ້າ​ຮ່ວມ​ແມ່ນ​ອາ​ເມ​ຣິ​ກາ​ເປັນ​ຝ່າຍ​ຄັດ​ເລືອກ​ເອງ, ອາ​ເມ​ຣິ​ກາ​ມີ​ສິດ​​ມີ​ຄວາມ​ເຫັນກ່ຽວ​ກັບ​ປະ​ເທດ​ອື່ນ​ວ່າ​ມີ​ປ​ະ​ຊາ​ທິ​ປະ​ໄຕ​ຫລື​ບໍ, ແຕ່​ເວົ້າ​ໃນ​ດ້ານ​ທາດ​ແທ້​ແລ້ວ, ຂໍ້​ລິ​ເລີ່ມ​ດັ່ງ​ກ່າວ​ແມ່ນ​ສອດ​ຄ່ອງ​ກັບ​ແນວ​ຄິດ​ສົງ​ຄາມ​ເຢັນ​ຢ່າງ​ເຕັມ​ສ່ວນ, ມັນ​ເປັນ​​ການ​ກໍ່ສົງ​ຄາມຮູບ​ຖານ​ຈິດ​ສຳ​ນຶກ​ແບບ​ໃໝ່​ຕໍ່​ຜູ້​ທີ່ມີ​ຄວາມ​ເຫັນ​ດ້ານ​ການ​ເມືອງ​ທີ່​ແຕກ​ຕ່າງ​ກັນ.

ຄຳ​ເຫັນ

0