吳怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ໄດ້​ສະ​ໜອງວັກ​ຊີນ​ໂຄວິດ-19​ຫລາຍກວ່າ1,25ຕື້​ຫລອດ​ໃຫ້​ແກ່​​ໂລກ

2021-09-26 15:14:11 cri

    ວັນ​ທີ 26 ກັນ​ຍາ​ນີ້, ທ່ານ​ວາງ​ຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ ທັງ​ເປັນລັດ​ຖະ​ມົນ​ຕີ​ກະ​ຊວ​ງກ​ານ​ຕ່າງ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ເປີດ​ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ແລະ​ກ່າວ​ຄຳ​ປາ​ໄສ​ຜ່ານ​ທາງວິ​ດີ​ໂອ.

    ທ່ານ​ວາງ​ຢີ້​ກ່າວ​ວ່າ, ໃນ​ຖາ​ນະ​ເປັນ​ປະ​ເທດ​ພວມ​ພັດ​ທະ​ນາ​ທີ່​ໃຫຍ່​ທີ່​ສຸດ, ຈີນ​ ແລະ​ປະ​ເທດ​ພວມ​ພັດ​ທະ​ນາ​ອື່ນ​ໆ​ໄດ້​ຊ່ວຍ​ເຫລືອ​ເຊິ່ງກັນ ແລະ​ກັນ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ຕັ້ງ​ໜ້າ​ຊຸກ​ຍູ້​ການ​ຮ່ວມ​ມື​ໃຕ້-ໃຕ້, ໄດ້ໃຫ້​ການ​ຊ່ວຍ​ເຫລືອ​ດ້ານ​ການ​ພັດ​ທະ​ນາ​​ແກ່ 160 ກວ່າ​ປະ​ເທ​ດ​ພວມພັດ​ທະ​ນາ. ​ເມື່ອຜະ​ເຊີນ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ຈີນ​ໄດ້​​ດຳ​ເນີນການ​ເຄື່ອນ​ໄຫວ​ມະ​ນຸ​ດ​ສະ​ທຳ​ໃນ​ທົ່ວ​ໂລກ​ຢ່າງ​ຂະ​ໜາດ​ໃຫຍ່​ທີ່​ສຸດ​ຕັ້ງ​ແຕ່ ສ​ປ ຈີນສະ​ຖາ​ປະ​ນາ​ເປັນ​ຕົ້ນ​ມາ, ​ໄດ້ປະ​ຕິ​ບັດ​ຕາມຄຳ​ໝັ້ນ​ສັນ​ຍາ​ອັນ​ສຳ​ຄັນ​ທີ່​ຈະ​ໃຫ້​ວັກ​ຊີນ​ຈີນ​ກາຍ​ເປັນ​ຜະ​ລິດ​ຕະ​ພັນ​ສາ​ທາ​ລະ​ນະ​ຂອງ​ໂລກ, ໂດຍ​ໄດ້ສະ​ໜອງວັກ​ຊີນ​ໂຄວິດ-19​ຫລາຍກວ່າ1,25ຕື້​ຫລອດ​ໃຫ້​ແກ່​ທົ່ວ​ໂລກ​, ໝົດ​ປີ​ນີ້​ຈະ​ສະ​ໜອງວັກ​ຊີນ​​ທັງ​ໝົດ 2 ຕື້​​ຫລອດໃຫ້​ແກ່​ປະ​ເທດ​ຕ່າງໆ, ນອກ​ຈາກຊ່ວຍ​ເຫລືອ​ເງິນ 100 ລ້ານ​ໂດ​ລາ​ໃຫ້​ແກ່​ແຜນ​ດຳ​ເນີນ​ງານ​ວັກ​ຊີນ​ໂຄວິດ-19​ແລ້ວ, ຍັງ​ຈະ​ສະ​ໜອງວັກ​ຊີນ 100 ລ້ານ​ຫລອດ​ແບບ​ໃຫ້​ລ້າໆແກ່​ປະ​ເທດ​ພວມ​ພັດ​ທະ​ນາ​ພາຍ​ໃນ​ປີ​ນີ້, ​ເພື່ອປະ​ກອບ​ສ່ວນ​ອັນ​ສຳ​ຄັນ​ເຂົ້າ​ໃນ​ການສ້າງ​ພູມ​ຕ້ານ​ທານໃນ​ການ​ຕ້ານ​ພະ​ຍາດ​ໂຄວິດ-19​ ​ໃຫ້​ກັບ​ໂລກ​ ​.

ຄຳ​ເຫັນ

0