鄭林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ໄດ້​ສົ່ງ​ສານ​ຊົມ​ເຊີຍ​ເຖິງກອງ​ປະ​ຊຸມສຸດຍອດ​​ອູ່​ເຈີ້ນ​ຂອງກອງ​ປະ​ຊຸມ​ອິນ​ເຕີ​ເນັດ​ໂລກ​ປີ2021

2021-09-26 17:06:44 cri

ວັນ​ທີ26ກັນ​ຍານີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ສົ່ງ​ສານ​ຊົມ​ເຊີຍ​ເຖິງກອງ​ປະ​ຊຸມສຸດຍອດ​ອູ່​ເຈີ້ນ​​ຂອງກອງ​ປະ​ຊຸມ​ອິນ​ເຕີ​ເນັດ​ໂລກ​ປີ2021.

ທ່ານ​ສີ​ຈິ້ນ​ຜິງ​ກ່າວວ່າ: ເຕັກ​ນິກ​ດີ​ຈີ​ຕອນ​ກຳ​ລັງ​ເຊື່ອມ​ໂຍງ​ເຂົ້າ​ກັບ​ການ​ກໍ່​ສ້າງ​ໝົດ​ຂັ້ນ​ຕອນ​ໃນ​ຂົງ​ເຂດ​ຕ່າງໆ​​ຂອງມວນ​ມະ​ນຸດ ເຊັ່ນ:​ເສດ​ຖະ​ກິດ,ການ​ເມືອງ,ວັດ​ທະ​ນະ​ທຳ,ສັງ​ຄົມ ແລະ ຄວາມ​ສີ​ວິ​ໄລ​ທາງ​ລະ​ບົບ​ນິ​ເວດ,ເຊິ່ງໄດ້​ສ້າງ​ຜົນ​ດີ​​ຢ່າງກວ້າງ​ຂວາງ​ແລະ​ເລິກ​ເຊິ່ງ​ໃຫ້​ແກ່​ຊີ​ວິ​ດ​ການ​ເປັນ​ຢູ່​ແລະ​ການ​ຜະ​ລິດ​ຂອງ​ມວນ​ມະ​ນຸດ. ປັດ​ຈຸ​ບັນ, ທົ່ວ​ໂລກ​ໄດ້​ຜະ​ເຊີນ​ໜ້າ​ກັບສະ​ຖາ​ນະ​ການ​ທີີ່​ມີ​ການ​ປ່ຽນ​ແປງ​ແບບ​ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ຮອບ​ຮ້ອ​ຍ​ປີ ແລະ​ການແຜ່​ລະ​ບາດ​ຂອງ​​ພະ​ຍາດ​ໂຄວິດ-19,ດັ່ງ​ນັ້ນ ປະ​ຊາ​ຄົມ​ໂລກ​ຄວນ​ເກາະ​ແຂນຮ່ວມ​ມື​ກັນ​ໂດຍ​ດ່ວນ,ປະ​ຕິ​ບັດ​ຕາມ​ທ່ວງ​ທ່າ​ການ​ພັດ​ທະ​ນາທີ່​ຫັນ​ເປັນ​ຂໍ້​ມູນ​ຂ່າວ​ສານ ​ຫັນ​ເປັນ​ດີ​ຈີ​ຕອນ ຫັນ​ເປັນ​ເຄືອ​ຂ່າຍອິນ​ເຕີ​ເນັດ ແລະຫັນ​ເປັນ​ອັດ​ສະ​ລິ​ຍະ, ໃຊ້ໂອ​ກາດນີ້ ​ເພື່ອຮັບ​ມື​ກັບ​ສິ່ງ​ທ້າ​ທາຍ.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ໜັກ​ວ່າ: ຈີນ​ຍິນ​ດີ​ຮ່ວມ​ກັບ​ບັນ​ດາ​ປະ​ເທດ​ໃນ​ໂລກ ຮ່ວມ​ກັນ​ແບກ​ຫາບ​ໜ້າ​ທີ່​ປະ​ຫວັດ​ສາດ​ທີ່​ສະ​ແຫວງ​ຫາ​ຄວາມ​ກ້າວ​ໜ້າ​ຂອງມວນ​ມະ​ນຸດ, ຊຸ​ກ​ຍູ້​ພະ​ລັງ​ແຮ​ງ​ດ້ານ​ເສດ​ຖະ​ກິດ​ດີ​ຈີ​ຕອນ,ເພີ່ມ​ທະ​ວີ​ບົດ​ບາດ​ຂອງ​ລັດ​ຖະ​ບານ​ດີ​ຈີ​ຕອນ,ປັບ​ປຸງສະ​ພາບ​ແວດ​ລ້ອມ​ຂອງ​ສັງ​ຄົມ​ດີ​ຈີ​ຕອນໃຫ້​ສົມ​ບູນ​ຂຶ້ນ,ສ້າງ​ສະ​ພາບ​ການ​ຮ່ວມ​ມື​ດີ​ຈີ​ຕອນ,ສ້າງ​ສິ່ງຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ດີ​ຈີ​ຕອນ​ໃຫ້​ດີ,ເຮັດ​ໃຫ້​ຄວາມ​ສີ​ວິ​ໄລ​ດ້ານ​ດີ​ຈີ​ຕອນ​ສາ​ມາດສ້າງ​ຄວາມ​ສຸກ​ໃຫ້​ປະ​ຊາ​ຊົ​ນ​ປະ​ເທດ​ຕ່າງໆ, ຊຸກ​ຍູ້​​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ.

ຄຳ​ເຫັນ

0