吳怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເພງນີ້​ຂ້ອຍ​ຂໍ​ມອບ​ໃຫ້​ເຈົ້າ

2021-09-26 15:12:16 cri

     ເມື່ອ 60 ປີ​ກ່ອນ, ນັກ​ສຶກ​ສາ​ພາກວິ​ຊາພາ​ສາ​ລາວຊຸດ​ທຳ​ອິດ​ຂອງ​ ສ​ປ ຈີນ​ໄດ້​ເຂົ້າ​ຮຽນ​ຢູ່ມະ​ຫາ​ວິ​ທະ​ຍາ​ໄລ​ພາ​ສາ​ຕ່າງ​ປະ​ເທດ​ປັກ​ກິ່ງ. ປະ​ຈຸ​ບັນ, ຢູ່​ປະ​ເທດຈີນ​ໄດ້​ມີ​ໂຮງ​ຮຽນມະ​ຫາ​ວິ​ທະ​ຍາ​ໄລ​ຫຼາຍ​ແຫ່ງ​ໄດ້​ມີ​ພາກວິ​ຊາ​ພາ​ສາ​ລາວແລ້ວ, ນັກ​ສຶກ​ສາ​ທີ່​ຮຽນ​ຈົບພາກວິ​ຊາ​ພາ​ສາ​ລາວ​ໄດ້​ໄປ​ເຮັດ​ວຽກ​ຢູ່​ຂົງ​ເຂດ​ຕ່າງໆ, ເພື່ອ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ສ້າງ​ມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ຊາດ​ຈີນ-ລາວໃຫ້​ເລິກ​ເຊິ່ງກວ່າ​ເກົ່າ.

     ຫວ່າງ​ກ່ອນນີ້ບໍ່​ດົນ, ພະ​ນັກ​ງານ​ພະ​ແນກ​ພາ​ສາ​ລາວ​ຂອງສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ(CMG)ທີ່​ຮຽນ​ຈົບ​ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ​ພາ​ສາ​ຕ່າງ​ປະ​ເທດ​ປັກ​ກິ່ງ​ໄດ້​ກັບ​ຄືນ​ໄປ​ຢ້ຽມ​ຢາມໂຮງ​ຮຽນ​ຂອງ​ຕົນ, ຮ່ວມ​ກັນຮ້ອງ​ເພງທີ່​ຊື່​ວ່າ“ເພງນີ້​ຂ້ອຍ​ຂໍ​ມອບ​ໃຫ້​ເຈົ້າ”​ທີ່​ແຕ່ງ​ຂຶ້ນ​ເອງ​ເປັນ​ສອງ​ພາ​ສາ​ທັງ​ພາ​ສາ​ຈີນ​ແລະ​ພາ​ສາ​ລາວ, ເພື່ອ​ຊົມ​ເຊີຍ​ວັນ​ສ້າງຕັ້ງ​ສາຍ​ພົວ​ພັນທາງ​ການ​ທູດລະ​ຫວ່າງ​ຈີນ-ລາ​ວ​ຄົບ​ຮອບ 60 ປີ ແລະ​ປີ​ມິດ​ຕະ​ພາບ​ຈີນ-ລາວ, ທັງ​ເປັນ​ການ​ອວຍ​ພອນ​ວັນ​ສ້າງ​ຕັ້ງ​ມະ​ຫາ​ວິ​ທະ​ຍາ​ໄລ​ພາ​ສາ​ຕ່າງ​ປະ​ເທດ​ປັກ​ກິ່ງ​ຄົບ​ຮອບ 80 ປີ ກໍ່ຄືອວຍ​ພອນ​​ບັນ​ດາ​ຄູ​ອາ​ຈານ​ໃນ​ທົ່ວ​ໂລກ​ໃຫ້​ມີ​ຄວາມ​ສຸກ​ຄວາມ​ມ່ວນ​ຊື່ນ​ໃນ​ວັນ​ຄູ.

 

ຄຳ​ເຫັນ

0