劉華麗

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສົ່ງມອບລົດໄຟລາວ-ຈີນ EMU ຂະບວນ “ລ້ານຊ້າງ” ຢ່າງເປັນທາງການ

2021-10-16 15:33:11 cri

ສົ່ງມອບລົດໄຟລາວ-ຈີນ EMU ຂະບວນ “ລ້ານຊ້າງ” ຢ່າງເປັນທາງການ_fororder_微信圖片_20211016152909

ຕາມຂ່າວ​CRI:ພິທີສົ່ງມອບລົດໄຟລາວ-ຈີນEMUຂະບວນທຳອິດ,ຄືຂະບວນ“ລ້ານຊ້າງ” ໄດ້ຈັດຂຶ້ນໃນຕອນ ເຊົ້າຂອງວັນທີ 16 ຕຸລານີ້ທີ່ສະຖານີລົດໄຟນະຄອນຫຼວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີ ກະຊວງ ໂຍທາທິການ ເເລະ ຂົນສົ່ງ ເເລະ ທ່ານ ຈ່ຽງຈາຍຕົ້ງ ເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວພ້ອມດ້ວຍພາກສ່ວນທີກ່ຽວຂ້ອງ.

ສົ່ງມອບລົດໄຟລາວ-ຈີນ EMU ຂະບວນ “ລ້ານຊ້າງ” ຢ່າງເປັນທາງການ_fororder_微信圖片_20211016152931

ໂອກາດດັ່ງກ່າວ, ທ່ານ ວຽງສະຫວັດ ສີພັນດອນ ກ່າວວ່າ: ການສົ່ງມອບຂະບວນລົດໃນຄັ້ງນີ້,  ເປັນເຄື່ອງໝາຍຊີ້ໃຫ້ເຫັນວ່າ:ໂຄງການກໍ່ສ້າງລົດໄຟລາວ-ຈີນແມ່ນໄດ້ກ້າວເຂົ້າສູ່ຂັ້ນຕອນການກວດກາຮັບຮອງ ແບບໃດມານາມິກ ເຊິ່ງເປັນຂັ້ນຕອນທີ່ສໍາຄັນ ຫລັງຈາກນັ້ນ ເສັ້ນທາງ ລົດໄຟລາວ-ຈີນ ຈະກ້າວເຂົ້າສູ່ໄລຍະດໍາເນີນການບໍລິການສັງຄົມຢ່າງເປັນທາງການ ເຊິ່ງເປັນການປະກາດໃຫ້ຮູ້ຢ່າງທົ່ວເຖິງວ່າ ສປປ ລາວ ກໍາລັງກ້າວເຂົ້າສູ່ຍຸກສະໄຫມໃຫມ່ແຫ່ງການຂົນສົ່ງດວ້ຍທາງລົດໄຟຟ້າ,ປະຊາຊົນລາວຈະພົບກັບຍຸກສະໄຫມໃຫມ່ ແຫ່ງການປ່ຽນແປ່ງດ້ານການຂົນສົ່ງຂອງສປປລາວ.ທ່ານກ່າວຕື່ມວ່າ:ຂະບວນລົດໄຟລ້ານຊ້າງ ຈະເປັນສັນຍາລັກ ໃໝ່ ໃຫ້ແກ່ປະຊາຊົນລາວບັນລຸປະເທດຊາດມີຄວາມມັ່ງຄັ່ງເຂັ້ມແຂງ, ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ.

ສົ່ງມອບລົດໄຟລາວ-ຈີນ EMU ຂະບວນ “ລ້ານຊ້າງ” ຢ່າງເປັນທາງການ_fororder_微信圖片_20211016152940

ທ່ານ ຈ່ຽງຈາຍຕົ້ງ ກ່າວວ່າ: ບາດກ້າວຕໍ່ໄປ, ສອງຝ່າຍຈະເລັ່ງລັດຊຸກຍູ້ການພັດທະນາບັນດາສິ່ງອໍນວຍຄວາມສະດວກທີ່ລຽບຕາມເສັ້ນທາງລົດໄຟ ເພື່ອປະກອບສ່ວນເຂົ້າໃນການສົ່ງເສີມການສ້າງແລວເສດຖະກິດລາວ-ຈີນ,​ ພ້ອມນີ້, ກໍເປັນການສ້າງເງື່ອນໄຂໃຫ້ກັບການຟື້ນຟູເສດຖະກິດກໍຄືການຮ່ວມມືທີ່ຕິດແທດກັບຕົວຈິງລະຫວ່າງລາວ-ຈີນ. ນອກນີ້, ສອງຝ່າຍຍັງຈະຍົກລະດັບການໃຫ້ບໍລິການກັບປະຊາຊົນ ເພື່ອນໍາເອົາຜົນປະໂຫຍດທີ່ເປັນຮູບປະທໍາກໍຄືຜົນປະໂຫຍດຕົວຈິງໃຫ້ກັບປະຊາຊົນ, ຮ່ວມກັນສ້າງທາງລົດໄຟດັ່ງກ່າວນີ້ໃຫ້ກາຍເປັນໂຄງການສັນຍາລັກແຫ່ງການຮ່ວມມືພາຍໃຕ້ ຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ ກໍຄືມິດຕະພາບລາວ-ຈີນນໍາອີກ.

ສົ່ງມອບລົດໄຟລາວ-ຈີນ EMU ຂະບວນ “ລ້ານຊ້າງ” ຢ່າງເປັນທາງການ_fororder_微信圖片_20211016152900

ລົດໄຟ EMU ມີຮູບຊົງພາຍນອກຕົບເເຕ່ງດ້ວຍສີເເດງ, ຟ້າ, ຂາວ ໄດ້ມາຮອດ ນະຄອນຫຼວງວຽງຈັນ ເເລະ ໄດ້ມອບສົ່ງໃຫ້ ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ ຢ່າງເປັນທາງການ. ລົດໄຟ EMU ດັ່ງກ່າວນີ້ ຂະບວນທຳອິດໄດ້ຕັ້ງຊື່ວ່າ: ຂະບວນ “ລ້ານຊ້າງ” ເຊິ່ງຂະບວນລົດນີ້ຈະໄດ້ນຳໃຊ້ເຂົ້າໃນວຽກງານກວດກາເຕັກນິກເຄື່ອນທີ່ຂອງເສັ້ນທາງລົດໄຟລາວ-ຈີນ. 

ຂະບວນ “ລ້ານຊ້າງ” ສາມາດແລ່ນດ້ວຍຄວາມໄວສູງເຖິງ 160 ກມ/ຊມ,ຂະບວນນີ້ປະກອບມີ 9 ຕູ້ ເຊິ່ງລວມມີ: ຫົວຈັກລົດໄຟ, ຕູ້ບ່ອນນັ່ງປະເພດໜຶ່ງ ແລະ ຕູ້ຫ້ອງອາຫານ ຢ່າງລະ 1 ຕູ້, ຕູ້ບ່ອນນັ່ງປະເພດສອງ 6 ຕູ້ ເຊິ່ງທັງໝົດສາມາດບັນຈຸຜູ້ໂດຍສານໄດ້ 720 ຄົນ ແລະ ສາມາດເຊື່ອມຕໍ່ສອງຂະບວນລົດໄຟໄດ້ໃນເວລາທີ່ຕ້ອງການ, ຕູ້ບ່ອນນັ່ງປະເພດ 1 ແລະ ປະເພດ 2 ຂອງຂະບວນລົດໄຟມີຄວາມໂອ່ງໂຖ່ງກ້ວາງຂວາງ ແລະ ສະດວກສະບາຍ,ຜູ້ໂດຍສານສາມາດປັບອຸ່ນຫະພູມເຄື່ອງປັບອາກາດໄດ້ຕາມຄວາມຕ້ອງການ, ການອອກແບບເບາະຕັ່ງນັ່ງແມ່ນຖືກຕາມຮູບຮ່າງສະລີລະຂອງຄົນ, ຢູ່ດ້ານລຸ່ມຂອງເບາະນັ່ງ ມີຮູປັກສຽບໄຟທີ່ສາມາດໃຊ້ໄດ້ກັບມາດຕະຖານປັກສຽບຂອງລາວ ແລະ ຈີນ.

ທາງລົດໄຟລາວ-ຈີນແມ່ນໂຄງການເຊື່ອມຕໍ່ລະຫວ່າງຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ຂອງຈີນ ກັບຍຸດທະສາດຫັນຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລເປັນປະເທດເຊື່ອມໂຍງເຊື່ອມຈອດຂອງລາວ ເຊິ່ງເລີ່ມຈາກນະຄອນຄຸນໝິງ ແຂວງຢຸນນານຂອງຈີນໄປສິ້ນສຸດທາງຕອນໃຕ້ຢູ່ນະຄອນຫຼວງວຽງຈັນ, ໃນນັ້ນ, ຊ່ວງໄລຍະຢູ່ລາວມີຄວາມຍາວ ທັງໝົດ 422,4 ກິໂລແມັດ, ທາງລົດໄຟສາຍນີ້ສ້າງຕາມມາດຕະຖານການບໍລິຫານ ແລະມາດຕະຖານເຕັກນິກຂອງຈີນ, ຖືກອອກແບບໃຫ້ມີຄວາມໄວ 160 ກິໂລແມັດຕໍ່ຊົ່ວໂມງ, ເປັນທາງລົດໄຟໃຊ້ໄຟຟ້າທີ່ຂົນສົ່ງສິນຄ້າ ແລະຜູ້ໂດຍສານ ແລະຈະເປີດໃຫ້ບໍລິການໃນເດືອນທັນວາປີ 2021 ຕາມແຜນການ.

ສົ່ງມອບລົດໄຟລາວ-ຈີນ EMU ຂະບວນ “ລ້ານຊ້າງ” ຢ່າງເປັນທາງການ_fororder_微信圖片_20211016152948

ສົ່ງມອບລົດໄຟລາວ-ຈີນ EMU ຂະບວນ “ລ້ານຊ້າງ” ຢ່າງເປັນທາງການ_fororder_微信圖片_20211016152952

 

ຄຳ​ເຫັນ

0