覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານສີຈິ້ນຜິງພົບປະກັບທ່ານທອງລຸນ ສີສຸລິດຜ່ານຮູບແບບວີດີໂອ

2021-12-03 20:22:24 cri

ທ່ານສີຈິ້ນຜິງພົບປະກັບທ່ານທອງລຸນ ສີສຸລິດຜ່ານຮູບແບບວີດີໂອ_fororder_huiwu
 

   ວັນທີ 3 ທັນວານີ້, ທ່ານສີຈິ້ນຜິງ ເລຂາທິການ ໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດແຫ່ງສປ ຈີນ ໄດ້ພົບປະກັບທ່ານທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານ ສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ ຜ່ານຮູບແບບວິດີໂອ. 
 

   ທ່ານສີຈິ້ນຜິງກ່າວວ່າ: ປີນີ້ເປັນປີທີ່ສອງປະເທດຈີນແລະລາວໄດ້ສ້າງຕັ້ງສາຍພົວພັນທາງການທູດຄົບຮອບ60ປີແລະເປັນປີມຕະພາບຈີນ-ລາວ. ໃນຕະຫລອດໄລຍະ 60 ປີຜ່ານມາ, ສາຍພົວພັນຈີນ-ລາວສາມາດຜ່ານຜ່າການທົດສອບຈາກສະພາບການສາກົນທີ່ຜັນແປໄປຢ່າງສັບສົນ ແຕ່ນັບມື້ນັບໝັ້ນແກ່ນແລະມີຊີວິດຊີວາຂຶ້ນ້, ຂໍກຸນແຈສຳຄັນແມ່ນຂຶ້ນກັບວ່າ ສອງຝ່າຍໄດ້ຍຶດໝັ້ນອຸດົມການຮ່ວມກັນ, ໄວ້ເນື້ອເຊື່ອໃຈກັນ ຊ່ວຍເຫລືອ ເຊິ່ງກັນແລະກັນ ແລະຮ່ວມຊາຕາກຳນຳກັນ. 
 

   ທ່ານສີຈິ້ນຜິງກ່າວເນັ້ນວ່າ: ຈີນ-ລາວລ້ວນແຕ່ຍຶດໝັ້ນໃນ ການນຳ ພາຂອງພັກກອມມູນິດ ແລະທິດທາງສັງຄົມນິຍົມ, ນີ້ຄືຈຸດທາດແທ້ ພິເສດຂອງສາຍພົວພັນລະຫວ່າງສອງປະເທດຈີນ-ລາວ. ເມື່ອຜະເຊີນໜ້າກັບສະ ພາບແວດລ້ອມພາຍນອກອັນສັບສົນແລະຂ້ຽວຂາດ ທັງມີໜ້າທີ່ອັນໜັກໜ່ວງ ຂອງໃຜລາວໃນການປ້ອງກັນແລະຄວບຄຸມພະຍາດໂຄວິດ-19ແລະການ ພັດທະນາເສດຖະກິດສັງຄົມພາຍໃນປະເທດ, ຈີນ-ລາວຄວນມີຈຸດຢືນໃນ ລະດັບສູງໃນດ້ານການເມືອງແລະຍຸດທະສາດແຫ່ງການປົກປັກຮັກສາພາລະກິດຮ່ວມຄືພາລະກິດສັງຄົມນິຍົມ, ຊຸກຍູ້ສາຍພົວພັນລະຫວ່າງສອງພັກ ສອງລັດໃຫ້ຂະຫຍາຍຕົວຂຶ້ນສູ່ລະດັບໃໝ່ຢ່າງບໍ່ຢຸດຢັ້ງ, ສືບຕໍ່ສ້າງຄູ່ຮ່ວມ ຊາຕາກຳຈີນ-ລາວທີ່ໝັ້ນແກ່ນໂດຍບໍ່ສາມາດຕັດແຍກອອກຈາກກັນໄດ້. 
 

   ສອງຝ່າຍຄວນຮ່ວມກັນປົກປັກຮັກສາຄວາມໝັ້ນຄົງດ້ານການເມືອງແລະລະບອບການເມືອງຈີນ-ລາວ. ຝ່າຍຈີນຍິນດີຮ່ວມກັບຝ່າຍລາວ ເພີ່ມທະວີການແລກປ່ຽນ ຄວາມຄິດເຫັນໃນດ້ານຍຸດທະສາດ, ລົງເລິກການແລກປ່ຽນບົດຮຽນ ໃນການປົກຄອງແລະບໍລິຫານປະເທດ, ສະໜັບສະໜູນ ແລະຊ່ວຍເຫລືອພາລະກິດສ້າງສາພັດທະນາປະເທດຊາດຂອງລາວຕາມຄວາມສາມາດຂອງຕົນ. ສອງຝ່າຍຄວນເສີມຂະຫຍາຍບົດບາດການປະ ສານງານຂອງຄະນະກຳມະການຮ່ວມມືແລວເສດຖະກິດຈີນ-ລາວໃຫ້ເກີດມີປະສິດທິຜົນທີ່ດີ,ວາງແຜນໃຫ້ເປັນເອກະພາບກັນໃນການຊຸກຍູ້ການຮ່ວມມືຕົວຈິງລະຫວ່າງສອງປະເທດຈີນ-ລາວ, ຊຸກຍູ້ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໃຫ້ພັດທະນາດ້ວຍຄຸນນະພາບສູງ, ຍົກລະດັບການຮ່ວມມື ຕົວຈິງໃຫ້ສູງຂຶ້ນຢ່າງບໍ່ຢຸດຢັ້ງ. ທາງລົດໄຟຈີນ-ລາວໄດ້ເປີດນຳໃຊ້ຢ່າງເປັນ ທາງການໃນມື້ນີ້, ຄວາມໃຝ່ຝັນຂອງລາວທີ່ຫັນຈາກປະເທດທີ່ບໍ່ມີທາງອອກ ສູ່ທະເລກາຍມາເປັນປະເທດເຊື່ອມໂຍງເຊື່ອມຈອດ ນັ້ນຈະປາກົດຜົນເປັນຈິງ ໃນໄວໆນີ້. ພວກເຮົາບໍ່ພຽງແຕ່ຄວນບັນລຸການເຊື່ອມໂຍງເຊື່ອມຈອດກັນ ໃນດ້ານຮາດແວເທົ່ານັ້ນ, ຍັງຄວນພັດທະນາການເຊື່ອມໂຍງເຊື່ອມ ຈອດກັນໃນດ້ານຊັອຟແວໃຫ້ດີອີກດ້ວຍ, ປະຕິບັດວຽກງານການບົວລະບັດຮັກສາ ແລະການຮັບປະກັນຄວາມປອດໄພໃຫ້ກັບທາງລົດໄຟຈີນ-ລາວໃນຕໍ່ໜ້າໃຫ້ດີ, ສ້າງແລວ ເສດຖະກິດລຽບຕາມເສັ້ນທາງລົດໄຟທີ່ມີຄຸນນະພາບສູງ, ຍືນຍົງ ແລະສ້າງ ຜົນປະໂຫຍດໃຫ້ກັບປະຊາຊົນ. ຄວນຊຸກຍູ້ການຮ່ວມມືດ້ານໂຄງການພື້ນຖານ ໂຄງລ່າງແບບໃໝ່, ຍົກລະດັບການເຊື່ອມໂຍງເຊື່ອມຈອດກັນດ້ານພະລັງ ງານລະຫວ່າງຈີນ-ລາວໃຫ້ສູງຂຶ້ນ, ເພີ່ມທະວີການຮ່ວມມືໃນຂົງເຂດຕ່າງໆເຊັ່ນ: ກະສິກຳ, ເຂດພັດທະນາເສດຖະກິດ, ການທະນາຄານເປັນຕົ້ນ.
 

ທ່ານ​ສີຈິ້ນ​ຜິງກ່າວ​ເນັ້ນ​ວ່າ, ການ​ຮັບ​ໃຊ້​ປະ​ຊາ​ຊົນ​ແມ່ນ​​ຈຸດ​ປະ​ສົງ​ຮ່ວມ​ຂອງ​ສອງ​ພັກ​ຈີນ-ລາວ, ການ​ພົວ​ພັນ​ລະ​ຫວ່າງ​ຈີນ​-ລາວ​ກໍ່​​ໄດ້​ເນັ້ນ​ໃສ່ການ​ໃຫ້​ຄວາມ​ສຳ​ຄັນ​​ກັບປະ​ຊາ​ຊົນ, ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ປະ​ຊາ​ຊົນຫຼາຍກວ່າ​ເກົ່າ. ຈີນ​ຈະ​ສືບ​ຕໍ່​ສະ​ໜັບ​ສະ​ໜູນ ສ​ປ​ປ ລາວ​ໃນ​ດ້ານ​ການ​ສະ​ໜອງວັກ​ຊິນ​ປ້ອງ​ກັນ​ໂຄວິດ-19, ວັດ​ຖຸ​​ອຸ​ປະ​ກອນຕ້ານ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ແລະ​ດ້​ານ​ອື່ນໆ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ການ​ປິ່ນ​ປົວ​ພະ​ຍາດ​ແລະ​ການ​ຊ່ວຍ​ເຫຼືອ​ເພື່ອ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​​ຢູ່​ຊົນ​ນະ​ບົດ, ລົງ​ເລິກ​ການ​ແລກ​ປ່ຽນ​​ລະ​ຫວ່າງຊາວ​ໜຸ່ມ, ວັດ​ທະ​ນະ​ທຳ​ແລະການ​ແລກ​ປ່ຽນ​ລະ​ຫວ່າ​ງ​ທ້ອງ​ຖີ່ນ, ເພື່ອ​ໃຫ້​ປະ​ຊາ​ຊົນ​ສອງ​ປະ​ເທດ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຫຼາຍກວ່າ​ເກົ່າ ແລະ​ມີ​ຄວາມ​ສົມ​ບຸນ​ພຸນ​ສຸກ​ຫຼາຍ​ຂຶ້ນ. ຈີນ​ຍິນ​ດີ​ຮ່ວມ​ກັບ​ລາວຈັດ​ຕັ້ງ​ປະ​ຕິ​ບັດ​ລັດ​ທິ​ຫຼາຍ​ຝ່າຍ​ຢ່າງ​ແທ້​ຈິງ, ຜັນ​ຂະ​ຫຍາຍ​ຂໍ້​ລິ​ເລີ່ມ​ພັດ​ທະ​ນາ​ທົ່ວ​ໂລກ, ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຈີນ-ອາ​ຊຽນ​ທີ່​ມີ​ຄວາມ​ແໜ້ນ​ແຟ້ນກວ່າ​ເກົ່າ, ຮ່ວມ​ກັນ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ.
 

ທ່ານ​ທອງ​ລຸນ ສີ​ສຸ​ລິດ​ກ່າວ​ວ່າ, ​ຂ້າ​ພະ​ເຈົ້າຂໍ​ອວຍ​ພອນ​ໄຊ​ອັນ​ປະ​ເສີດ​ໃຫ້​ກັບການ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ​ຈີນ​ຄົບ​ຮອບ 100 ປີ, ຂໍ​ສະແດງຄວາມຊົມເຊີຍກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ 6 ຂອງຄະນະກຳມະການສູນກາງ​ພັກ​ກອມ​ມູ​ນິດ​ຈີນ​ສະ​ໄໝ​ທີ 19 ​ທີ່ໄດ້​ຮັບ​ໝາກ​ຜົນ​ສຳ​ຄັນ​ໃນ​ປະ​ຫວັດ​ສາດ. ຂໍ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່​ສະ​ຫາຍ​ປະ​ທານ​ປະ​ເທດ​ສີ​ຈິ້ນ​ຜິງ, ພັກ ລັດ​ຖະ​ບານ​ແລະ​ປະ​ຊາ​ຊົນ​ຈີນ​​ທີ່ໄດ້​ໃຫ້​ການ​ສະ​ໜັບ​ສະ​ໜູນ​ແລະ​ຊ່ວຍ​ເຫຼືອ​ອັນ​ລ້ຳ​ຄ່າ​ແກ່ ສ​ປ​ປ ລາວ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ. ທ່ານ​ທອ​ງ​ລຸນ​ ສີ​ສຸ​ລິດ​ໄດ້​ສະ​ແດງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​​ກັບການ​ຕີ​ລາ​ຄາ​ຢ່າງ​ສູງ​ກ່ຽວ​ກັບ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ພັກ​ແລະ​ສອງ​ລັດ​ຖ​ະ​ບານ​ລາວແລະ​ຈີນ​ແລະ​ຄຳ​ເຫັນ​ສຳ​ຄັນ​ຂອງ​ສະ​ຫາຍ​ປະ​ທານ​ປະ​ເທດ​ສີ​ຈິ້ນ​ຜິງ​ກ່ຽວ​ກັບ​ການ​ເສີມ​ຂະ​ຫຍາຍ​ການ​ພົວພັນ​ສອງ​ຝ່າຍ. ຍ້ອນ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ຂໍ້​ລິ​ເລີ່ມ ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງທີ່​ສະ​ເໜີ​ໂດຍ​ສະ​ຫາຍ​ປະ​ທານ​ປະ​ເທດ ສີ​ຈິ້ນ​ຜິງ ເຮັດ​ໃຫ້​ເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ​ໄດ້​ສ້າງ​ສຳ​ເລັດ ແລະ​ເຮັດ​ໃຫ້​ຄວາມ​ຝັນ​ຄວາມ​ຄອງ​ຄອຍ​ຂອງ​ປະ​ຊາ​ຊົນ​ລາວ​ບັນ​ລຸ​ຜົນ​ເປັນ​ຈິງ. ສ​ປ​ປ ລາວ​ຍິນ​ດີ​ສືບ​ຕໍ່​ຮັກ​ສາ​ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ຝ່າຍ, ເພີ່ມ​ທະ​ວີ​​ຄວາມ​ເຂົ້າ​ໃຈ​ກັນ​ດ້ານ​ຍຸດ​ທະ​ສາດ, ເພື່ອ​ເສີ​ມ​ຂະ​ຫຍາຍປະ​ສິ​ທິ​ພາບ​ທາງ​ດ້ານເສດ​ຖະ​ກິດ​ຂອງ​ເສັ້ນ​ທາງ​ລົດ​ໄຟ​ລາວ​ຈີນ​ໃຫ້​ເຖິງ​ລະ​ດັບ​ສູງ​ສຸດ, ຊຸກ​ຍູ້​ໃຫ້​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ລະ​ຫວ່າງ​ລາວ-ຈີນ​ໄດ້​ຮັບ​ໝາກ​ຜົນ​ຫຼາຍ​ຍິ່ງ​ຂຶ້ນ. ຈີນ​ແມ່ນ​ເສົາ​ຄ້ຳ​ທີ່​ສຳ​ຄັນ​ໃນ​ການ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ໂລກ​ກໍ່​ຄື​ຂອງ​ພາກ​ພື້ນ​ຕະ​ຫຼອດ​ມາ, ​ຈີນໄດ້​ປະ​ຕິ​ບັດ​ຕາມ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ສັນ​ຕິ​ພາບ​ແລະ​ເປັນ​ມິດ​ກັບ​ປະ​ເທດ​ຕ່າງໆ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ແລະ​ໄດ້​ຮັບ​ການຍອມ​ຮັບ​ຢ່າງກວ້າງ​ຂວາງ​ຈາກ​ປະ​ຊາ​ຄົມ​ໂລກ, ທັງ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຢ່າງ​ແຂງ​ແຮງ​ຈາກ​ປະ​ເທດ​ຕ່າງໆ​ໃນ​ໂລກ​ທີ່​ຮັກ​ຫອມ​ສັນ​ຕິ​ພາບ​ນັ້ນ​ນັບ​ມື້​ນັບ​ຫຼາຍ.  ສ​ປ​ປ ລາວ​ຍຶດ​ໝັ້ນ​ໃນ​ການສະ​ໜັບ​ສະ​ໜູນ​ຫຼັກ​ໝັ້ນ​ອັນ​ເປັນ​ທຳ​ຂອງ​​ປະ​ເທດຈີນ​ໃນ​ບັນ​ຫາ​ກ່ຽວ​ກັບ​ຜົນ​ປະ​ໂຫຍດ​ແກນ​ກາງ, ຍຶດ​ໝັ້ນ​​ການສະ​ໜັບ​ສະ​ໜູນ​ຈີນ​ຈັດ​ງານ​ມະ​ຫະ​ກຳ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໃຫ້​ສຳ​ເລັດ​ຜົນ. ລາວ​ຍິນ​ດີ​ຮ່ວມ​ກັບ​ຈີນ​ເພີ່ມ​ທະ​ວີ​ການ​ປະ​ສານ​ສົມ​ທົບ​ກັນ​ໃນ​ວຽກ​ງານ​ສາ​ກົນ, ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບ​ດ້ານ​ອາ​ຊຽນ-ຈີນ​ໃຫ້​ຂະ​ຫຍາຍ​ຕົວ​ໄປ​ໜ້າຢ່າງ​ບໍ່​ຢຸດ​ຢັ້ງ, ແລະ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ​ແລະ​ການ​ພັດ​ທ​ະນາ​ຂອງ​ພ​າກ​ພື້ນ.

 

ຄຳ​ເຫັນ

0