秦瑛蓮

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະຖານີວັງວຽງຂອງທາງລົດໄຟລາວ-ຈີນເປີດບໍລິການຂົນສົ່ງສິນຄ້າແລ້ວ

2022-01-17 16:12:04 cri

ວັນ​ທີ 13 ມັງ​ກອນ​ນີ້, ບໍ​ລິ​ສັດ​ທາງ​ລົດ​ໄຟ​ລາວ-ຈີນ​​ຈຳ​ກັດໃຫ້​ຮູ້​ວ່າ: ອີງ​ຕາມ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​​ດ້ານການ​ຂົນ​ສົ່ງ​ສິນ​ຄ້າ​ທີ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ, ເພື່ອ​ໃຫ້​​ການບໍ​ລິກ​ານ​ດ້ານ​ການ​ຂົນ​ສົ່ງ​ສິນ​ຄ້າ​ດີ​ຂຶ້ນ, ສະ​ຖາ​ນີ​ວັງ​ວຽງ​ຂອງ​ທາງ​ລົດ​ໄຟ​ລາ​ວ-ຈີນ​ຈຶ່ງໄດ້​ເລີ່ມ​ເປີດ​ບໍ​ລິ​ການ​ຂົນ​ສົ່ງ​ສິນ​ຄ້າ​ຢ່າງ​ເປັນ​ທາງ​ການ​ນັບ​ແຕ່​ວັນ​ທີ 13 ມັງ​ກອນ​ນີ້​ເປັນ​ຕົ້ນ​ໄປ ແລະ​ຂະ​ບວນ​ລົດ​ໄຟ​ຂົນ​ສົ່ງ​ສິນ​ຄ້າ​ຖ້ຽວ​ທຳ​ອິດ​ຈະ​ແລ່ນ​ອອກ​ຈາກ​ສະ​ຖາ​ນີ​ວັງ​ວຽງ​ພາຍ​ໃນ​ອາ​ທິດ​ນີ້.

ຍ້ອນ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ໃນ​ໄລ​ຍະເປີດ​ບໍ​ລິ​ການ​ໃນ​ເບື້ອງ​ຕົ້ນ​ສຳ​ລັບທ​າງ​ລົດ​ໄຟ​ລາວ-ຈີນ ​ຈຶ່ງໄດ້​ເປີດ​ສະ​ຖາ​ນີ​ຂົນ​ສົ່​ງ​ສິນ​ຄ້​າ​ພຽງ 2 ​ແຫ່ງ ຄື: ສະ​ຖາ​ນີ​ຂົນ​ສົ່ງ​ສິນ​ຄ້າວຽງ​ຈັນ​ໃຕ້ ແລະ​ສະ​ຖາ​ນີ​ຂົນ​ສົ່ງ​ສິນ​ຄ້າ​ນາ​ເຕີຍ. ​ພາຍຫຼັງ​ທີ່​ເປີດ​ບໍ​ລິ​ການຂົນ​ສົ່ງ​ສິນ​ຄ້າ​ຢູ່​ສະ​ຖາ​ນີວັງ​ວຽງ​ແລ້ວ, ​ທາງ​ລົດ​ໄຟ​ລາວ-ຈີນ​ກໍ​ຈະ​ມີ​ຈຸດ​ຂົນ​ສົ່ງ​ສິນ​ຄ້າ​ເພີ່ມ​ຂຶ້ນ​ເປັນ 3 ​ແຫ່ງ ຄື: ສະ​ຖາ​ນີຂົນ​ສົ່ງ​ສິນ​ຄ້າວຽງ​ຈັນ​ໃຕ້, ສະ​ຖາ​ນີ​ວັງ​ວຽງ ແລະ​ສະ​ຖາ​ນີ​ຂົນ​ສົ່ງ​ສິນ​ຄ້ານາ​ເຕີຍ.

ຕາມ​ຂ່າວ​ແຈ້ງວ່າ: ກ່ອນ​ລົງ​ທະ​ບ​ຽນ​ໃຊ້​ບໍ​ລິ​ການ​ຂົນ​ສົ່ງ​ສິນ​ຄ້າ, ເຈົ້າ​ຂອງ​ສິນ​ຄ້າ​ຕ້ອງ​ເຊັນ​ສັນ​ຍາ​ທີ່​ກ່ຽວ​ຂ້ອງ​ກັບ​ບໍ​ລິ​ສັດ​ທາງ​ລົດ​ໄຟ​ລາວ-ຈີນ, ໂອນເງິນ​ມັດ​ຈຳ​ ແລະ​ຈ່າຍ​ເງິນ​ລ່ວງ​ໜ້າເຂົ້າ​ບັນ​ຊີ​ທີ່​ກຳ​ນົດ​ໄວ້, ຫຼັງ​ຈາກ​ໄດ້​ຮັບ​ເງິນ​ມັດ​ຈຳ ແລະ​ເງິນ​ຈ່າຍລ່ວ​ງ​ໜ້​າ ​ແລ້ວ, ທ່ານ​ກໍ​ສາ​ມາດ​ໄປ​ສະ​ຖາ​ນີ​ຂົນ​ສົ່ງ​ສິນ​ຄ້າ​ເພື່ອ​ຮັບ​ຕູ້​ສິນ​ຄ້າ, ຫຼັງ​ຈາກ​ຕູ້​​ຄອນ​ເທນ​ເນີ​ບັນ​ຈຸສິນ​ຄ້າຮ​ຽບ​ຮ້ອຍ​ແລ້ວ ແລະ​ໄດ້​ສຳ​ເລັດ​ຂັ້ນ​ຕອນການ​ຜ່ານ​ດ່ານ​ພາ​ສີ​ແລ້ວ, ກໍ​ຈະ​ສາ​ມາດ​ສົ່ງ​ອອກ​ໄດ້.

ຄຳ​ເຫັນ

0