ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວັນທີ 16 ມັງກອນນີ້, ອຳນາດການປົກຄອງແຂວງລາວກາຍ ປະເທດຫວຽດນາມ ໄດ້ອອກແຈ້ງການໃຫ້ແຂວງ ແລະກຳແພງນະຄອນຕ່າງໆໃນທົ່ວປະເທດຫວຽດນາມ ໂດຍຊີ້ອອກວ່າ: ນັບແຕ່ເວລາ 0 ໂມງຂອງວັນທີ 18 ມັງກອນປີ 2022 ເປັນຕົ້ນໄປ, ລາວກາຍຈະໂຈະການອະນຸມັດໃຫ້ລົດຂົນສົ່ງສິນຄ້າຈາກທ້ອງຖິ່ນຕ່າງໆໃນທົ່ວປະເທດ ທີ່ຈະສົ່ງສິນຄ້າໄປປະເທດຈີນໂດຍຜ່ານດ່ານສາກົນກິມແທັງ (ລາວກາຍ)-ເປີຍຊ່ານ(ຈີນ)ຕາມເສັ້ນທາງເລກ 2 ເຂົ້າແຂວງຕົນ.
ວັນທີ 12 ມັງກອນນີ້, ວຽກງານຜ່ານດ່ານຂອງແຂວງຢູນນານປະເທດຈີນ ຢູ່ດ່ານສາກົນກິມແທັງ (ລາວກາຍ)-ເປີຍຊ່ານ(ຈີນ) ໄດ້ເປີດບໍລິການຄືນໃໝ່ ໂດຍອະນຸຍາດໃຫ້ນຳເຂົ້າໝາກໄມ້ສົດ ລວມທັງໝາກມັງກອນ ແລະອາຫານແຊ່ເຢັນ ຕ່າງໆຈາກຫວຽດນາມ. ແຕ່ຍ້ອນຈີນໄດ້ເພີ່ມທະວີວຽກງານປ້ອງກັນ ແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ເຂດຊາຍແດນ, ຄວາມສາມາດຜ່ານດ່ານຢູ່ເຂດຊາຍແດນຈີນ-ຫວຽດນາມຈຶ່ງໄດ້ຫຼຸດລົງ. ປັດຈຸບັນ, ລົດຂົນສົ່ງທີ່ຄ້າງຄາຢູ່ດ່ານສາກົນລາວກາຍ ແລະລໍຖ້າຜ່ານດ່ານໄປສູ່ປະເທດຈີນນັ້ນ ມີປະມານ 1.000 ຄັນ.
ຕາມຂ່າວລາຍງານວ່າ: ນັບແຕ່ວັນທີ 5 ມັງກອນປີ 2022 ເປັນຕົ້ນມາ, ວຽກງານຜ່ານດ່ານຢູ່ເຂດກວາງຊີປະເທດຈີນ ແລະເສັ້ນທາງຕ່າງໆລະຫວ່າງດ່ານຈີນກັບຫວຽດນາມໄດ້ເປີດບໍລິການຄືນໃໝ່ ເພື່ອຊ່ວຍຫວຽດນາມແກ້ໄຂບັນຫາສິນຄ້ານຳເຂົ້າ-ສົ່ງອອກທີ່ຍັງຄ້າງຄາ.
ຄຳເຫັນ
0