ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວັນທີ 17 ມັງກອນນີ້, ທ່ານຫວາງຢີ້, ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນ ໄດ້ກ່າວຄຳປາໄສຕໍ່ “ເວທີປຶກສາຫາລືມານີລາຈີນ-ຟິລິບປິນ” ຜ່ານທາງວິດີໂອ.
ທ່ານຫວາງຢີ້ກ່າວວ່າ: ພາຍຫຼັງທ່ານໂຣດຣີໂກ ດູເຕີເຕ ຂຶ້ນຮັບຕຳແໜ່ງເປັນປະທານາທິບໍດີຟິລິບປິນເປັນຕົ້ນມາ ໄດ້ປະຕິບັດຕາມຂໍ້ຕົກລົງຍຸດທະສາດໃນການປັບປຸງສາຍພົວພັນກັບຈີນໃຫ້ດີຂຶ້ນ. ມູນຄວາມຈິງໄດ້ພິສູດໃຫ້ເຫັນແລ້ວວ່າ: ຂໍ້ຕົກລົງດັ່ງກ່າວແມ່ນສອດຄ່ອງກັບຜົນປະໂຫຍດພື້ນຖານຂອງຊາດ ກໍຄືຂອງປະຊາຊົນຟິລິບປິນທີ່ສຸດ, ສອດຄ່ອງກັບຜົນປະໂຫຍດຮ່ວມຂອງສອງປະເທດຈີນແລະຟິລິບປິນທີ່ສຸດ ແລະສອດຄ່ອງກັບກະແສການພັດທະນາໂດຍສັນຕິຂອງພາກພື້ນທີ່ສຸດ.
ທ່ານຫວາງຢີ້ກ່າວຕື່ມອີກວ່າ: ຈີນຈະສືບຕໍ່ເພີ່ມທະວີຄວາມສາມັກຄີ ແລະການຮ່ວມມືກັບຟິລິບປິນ ໂດຍຈະປະຕິບັດດັ່ງນີ້: ໜຶ່ງ: ຮ່ວມມືກັນເອົາຊະນະການແຜ່ລະບາດຂອງພະຍາດໂຄວິດ-19. ສອງ: ຮ່ວມມືກັນເລັ່ງພັດທະນະໃຫ້ຈະເລີນຮຸ່ງເຮືອງ. ສາມ: ຮ່ວມມືກັນແກ້ໄຂບັນຫາທະເລຈີນໃຕ້ຢ່າງຖືກຕ້ອງ ແລະສີ່: ຮ່ວມມືກັນເພື່ອປົກປັກຮັກສາສັນຕິພາບ ແລະສະຖຽນລະພາບໃນພາກພື້ນ. ໃນປີ 2022, ໂດຍຢືນຢູ່ຈຸດເລີ່ມຕົ້ນໃໝ່ຂອງປະຫວັດສາດ, ສອງຝ່າຍຕ້ອງສ້າງຄວາມຜາສຸກໃຫ້ກັບປະຊາຊົນສອງຊາດ, ຍຶດໝັ້ນທິດທາງທີ່ຖືກຕ້ອງບົນພື້ນຖານໄມຕີຈິດມິດຕະພາບຈີນ-ຟິລິບປິນ, ຜ່ານຜ່າອຸປະສັກ ແລະລົງເລິກການຮ່ວມມື, ຮ່ວມກັນສ້າງອະນາຄົດຂອງການພົວພັນຈີນ-ຟິລິບປິນທີ່ດີງາມກວ່າເກົ່າ.
ຄຳເຫັນ
0