蒙龍

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດ​ຖະ​ບານ​ໄທ​ມີ​ຄຳ​ສັ່ງ​ໃຫ້​ເລັ່ງ​ສ້າງ​ຂົວ​ແຫ່ງ​ທີ 2 ໜອງ​ຄາຍ-ນະ​ຄອນຫຼວງວຽງ​ຈັນ ເພື່ອ​ເຊື່ອມ​ຕໍ່​ທາງ​ລົດ​ໄຟ​ລາວ-ຈີນ

2022-01-19 15:09:42 CRI

ໜັງ​ສື​ພິມ​ບາງກອກ​ໂພ​ສ​ຂອງ​ໄທ​ໄດ້​ລາຍ​ງານ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້​ວ່າ: ຄະ​ນະ​ລັດ​ຖະ​ບານ​ໄທ​ໄດ້​ອອກ​ຄຳ​ສັ່ງ​ໃຫ້​ອົງ​ການ​​ທາງລົດ​ໄຟ​ແຫ່ງ​​ປະ​ເທດ​ໄທ​ອອກ​ແບບ​ແລະ​ກໍ່​ສ້າງ​ຂົວ​ແຫ່ງ​ທີ 2 ລະ​ຫວ່າງ​ໜອງ​ຄາຍ​ແລະ​ນະ​ຄອນຫຼວງວຽງ​ຈັນ​ຂອງ​ປະ​ເທດ​ລາວ​ໂດຍ​ໄວ ເພື່ອ​ເຊື່ອມ​ຕໍ່​ທາງ​ລົດ​ໄຟ​ລາວ-ຈີນ. ທ່ານ​ອະ​ນຸ​ທິນ ຊານ​ວີ​ຣະ​ກຸນ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ​ກ່າວ​ວ່າ: ໃນ​ກອງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ​ກ່ຽວ​ກັບ​ທາງ​ລົດ​ໄຟ​ໄທ-ລາວ-ຈີນ​ ທີ່​ຕົນ​ເປັນ​ເຈົ້າ​ພາບ​ຈັດ​ຂຶ້ນ​ໃນ​ອາ​ທິດ​ຜ່ານ​ມາ​ນີ້, ​ຈິ່ງໄດ້​ມີ​ຂໍ້​ຕົກ​ລົງ​ໃຫ້​ອົງ​ການ​​ທາງລົດ​ໄຟ​ແຫ່ງ​​ປະ​ເທດໄທ​ສ້າງ​ຂົວ​ແຫ່ງ​ນີ້​ໂດຍ​ໄວ, ຄະ​ນະ​ກຳ​ມະ​ການ​ດັ່ງ​ກ່າວ​ໄດ້​ເປີດ “ໄຟ​ຂຽວ” ​ດ້ານ​ງົບ​ປະ​ມານ​​ທີ່​ໃຊ້​ໃນການ​ກໍ່​ສ້າງ​ຂົວ ທີ່​ອົງ​ການ​ທາງ​ລົດ​ໄຟ​ແຫ່ງ​ປະ​ເທດໄທ​​ເປັນ​ຜູ້​ສະ​ເໜີ; ພາຍຫຼັງ​ທາງ​ລົດ​ໄຟ​ລາວ-ຈີນ​​ເຊື່ອມ​ຕໍ່​ກັບປະ​ເທດ​ໄທ​ແລ້ວ, ຈະ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ພາກ​ຕາ​ເວັນ​ຕົກ​ຂອງ​ຈີນ, ລາວ ແລະ ໄທ, ຈະ​ເຮັດ​ໃຫ້​ຄ່າ​ຂົນ​ສົ່ງ​ສິນ​ຄ້າ​ລະ​ຫວ່າງ​ຈີນ​ແລະ​ໄທຫຼຸດ​ລົງ 30% ຫາ 50%; ຄຽງ​ຄູ່​ກັບ​ການ​ເປີດ​ນຳ​ໃຊ້​ທາງ​ລົດ​ໄຟ​ລາວ-ຈີນ, ການ​ຂົນ​ສົ່ງ​ສິນ​ຄ້າ​ລະ​ຫວ່າງ​ຈີນ​ແລະ​ໄທ​ຈະໄວ​ກວ່າ​ການ​ຂົນ​ສົ່ງ​ສິນ​ຄ້າ​ໃນ​ອະ​ດີດ​ 1 ວັນ ແລະ ເຮັດ​ໃຫ້ຕົ້ນ​ທຶນ​ໃນ​ການ​ຂົນ​ສົ່ງ​ຫຼຸດ​ລົງ 25%.

ຄຳ​ເຫັນ

0