秦瑛蓮

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ມາຮອດທ້າຍປີ 2021, ເງິນຢວນດີຈີຕອນຈີນໄດ້ທົດລອງໃຊ້ຫຼາຍກວ່າ 8 ລ້ານກໍລະນີ

2022-01-19 16:35:13 cri

ໃນ​ກອ​ງ​ປະ​ຊຸມ​ຂ່າວ​ຂອງ​ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ຂອງ​ຄະ​ນະ​ລັດ​ຖະ​ບານ​ຈີນ​ທີ່​ຈັດ​ຂຶ້ນ​ໃນ ວັນ​ທີ 18 ມັງ​ກອນ​ນີ້, ທ່ານ​ໂຈ່​ລານ, ຫົວ​ໜ້າ​ກົມ​ຕະຫຼາດ​ການເງິນ​ຂອງ​ທະ​ນາ​ຄານ​ປະ​ຊາ​ຊົນ​ຈີນ​ກ່າວ​ວ່າ: ມາ​ຮອດ​ວັນ​ທີ 31 ທັນ​ວາ ປີ 2021, ເງິນຢວນ​ດີ​ຈີ​ຕອນ​​ຈີນໄດ້ທົດ​ລອງ​ໃຊ້ຫຼາຍກວ່າ 8 ລ້ານ​ກໍ​ລະ​ນີ ໂດຍ​ໄດ້​ເປີດ​ບັນ​ຊີເງິນຢວນ​ດີ​ຈີ​ຕອນຈີນ​ແບບ​ສ່ວນ​ຕົວ 261.000.000 ບັນ​ຊີ ແລະ​ມີ​ມູນ​ຄ່​າ​​ຊື້​ຂາຍຫຼາຍກວ່າ 87.500.000.000 ຢວນ.

ທ່ານ ​ໂຈ່​ລານ ກ່າວ​ຕື່ມ​ອີກວ່າ: ການ​ທົດ​ລອງ​ໃຊ້ເງິນຢວນ​​ດີ​ຈີ​ຕອນ​ຈີນໄດ້​ພິ​ສູດ​ໃຫ້​ເຫັນ​ແລ້ວ​ວ່າ: ​ເຕັກ​ນິກການ​ອອກ​ແບບ ແລະ​ລະ​ບົບ​ຂອງເງິນຢວນ​ດີ​ຈີ​ຕອນ ຈີນ​ມີ​ຄວາມ​ໝັ້ນ​ທ່ຽງ​ດີ, ໃຊ້​ໄດ້​ງ່າຍ ແລະ​ສາ​ມາດ​ໃຊ້​​ໄດ້ໃນ​ກໍ​ລະ​ນີຕ່​າງ​ໆ ເຊິ່ງ​ໄດ້​ເຮັດ​ໃຫ້​ປະ​ຊາ​ຊົນ​ມີ​ຄວາມ​ເຂົ້າ​ໃຈ​ຕໍ່​ແນວ​ຄິດ​ການ​ອອກ​ແບບ​ຂອງເງິນຢວນ​ດີ​ຈີ​ຕອນ​ຈີນ. ໃນ​ໄລ​ຍະ​ຕໍ່​ໄປ, ທະ​ນາ​ຄານ​ປະ​ຊາ​ຊົນ​ຈີນ​ຈະ​ສືບ​ຕໍ່​ລົງ​ເລິກ​ການ​ນຳ ໃຊ້ເງິນຢວນ​​ດີ​ຈີ​ຕອນ​ຈີນ​ຢູ່​ໃນ​ກໍ​ລະ​ນີ​ການ​ຄ້າ​ຂາຍ​ຍ່ອຍ, ການ​ຈ່າຍ​ຄ່າ​ໃຊ້​ສອຍ​ປະ​​ຈຳ​ວັນ, ການ​ບໍ​ລິ​ການ​ຂອງ​ລັດ​ຖະ​ບານ ແລະ​ອື່ນໆ ເພື່ອ​ເຮັດ​ໃຫ້​ວິ​ສ​າ​ຫະ​ກິດ ແລະ​ບຸກ​ຄົນຫຼາຍກວ່າ​ເກົ່າ​​ຮູ້​ຈັກ​ຄ່າ​ຂອງເງິນຢວນ​ດີ​ຈີ​ຕອນ​ຈີນ ແລະ​ກະ​ຕຸ້ນ​ຄວາມ​ຄຶກ​ຄື້ນຂອງ​ຂະ​ແໜງ​ການ​ຕ່າງໆ.

ຄຳ​ເຫັນ

0