黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດຖະບານໄທຈັດສັນງົບປະມານ 1,48 ຕື້ບາດເພື່ອຄວບຄຸມລາຄາສິນຄ້າບໍ່ໃຫ້ສູງຂຶ້ນ

2022-01-19 15:20:19 CRI

ກອງປະຊຸມຄະນະລັດຖະບານໄທໄດ້ຕົກລົງໃນວັນທີ 18 ມັງກອນນີ້ ໂດຍຈັດສັນງົບປະມານ 1,48 ຕື້ບາດໃຫ້ແກ່ກະຊວງການຄ້າ ເພື່ອໃຊ້ເຂົ້າໃນ ການຄວບຄຸມລາຄາສິນຄ້າບໍ່ໃຫ້ສູງຂຶ້ນໄວເກີນໄປ ເຊິ່ງເປັນບັນຫາທີ່ປະເທດໄທພວມປະເຊີນຢູ່ໃນປັດຈຸບັນ.

ຂ່າວລາຍງານວ່າ: ກະຊວງການຄ້າໄທຈະຈັດສັນແລະຈຳຫນ່າຍເຄື່ອງໃຊ້ ໃນຊີວິດປະຈຳວັນທີ່ຈຳເປັນບາງຢ່າງດ້ວຍລາຄາຖືກ ໂດຍຜ່ານຮ້ານຄ້າຂາຍຍ່ອຍ, ຕະຫລາດນັດ, ປ້ຳນ້ຳມັນ ແລະຊ່ອງທາງອື່ນໆ ເຊິ່ງຈະຈັດໃຫ້ມີຈຸດຈຳຫນ່າຍ 3.000 ກວ່າຈຸດໃນທົ່ວປະເທດ. ນອກນີ້, ຍັງຈະຈັດສັນລົດຈຳຫນ່າຍເຄື່ອນທີ່ 50 ຄັນເພື່ອຈຳຫນ່າຍຢູ່ບໍລິເວນອ້ອມແອ້ມເຂດຊຸມຊົນຕ່າງໆໃນນະຄອນ ຫລວງບາງກອກແລະຂອບເຂດອ້ອມຂ້າງ, ເພື່ອສະຫນອງເຄື່ອງໃຊ້ປະຈຳວັນທີ່ ລາຄາຖືກໃຫ້ແກ່ປະຊາຊົນ. ແຜນການດັ່ງກ່າວຈະດຳເນີນໄປເປັນເວລາ 3 ເດືອນ.

ຜົນການສຳຫລວດຄັ້ງຫລ້າສຸດຂອງສູນຄົ້ນຄວ້າກະສິກອນໄທໄດ້ສະແດງໃຫ້ເຫັນວ່າ:ໃນໄລຍະຜ່ານມາ, ລາຄາສິນຄ້າຢູ່ປະເທດໄທໄດ້ເພີ່ມຂຶ້ນຢ່າງວ່ອງໄວ ໂດຍໄດ້ເພີ່ມຂຶ້ນເຖິງ 20%, ຜູ້ໄດ້ຮັບຜົນກະທົບຫລາຍທີ່ສຸດຢູ່ນະຄອນຫລວງບາງກອກແມ່ນ ຜູ້ບໍລິໂພກທີ່ມີລາຍໄດ້ຕ່ຳກວ່າ 15.000 ບາດຕໍ່ເດືອນ.

ຄຳ​ເຫັນ

0